ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣັກກ່າວວ່າ ການສູ້ລົບ ພາກພື້ນດິນ ເປັນພາລະ ຂອງຕົນ (ສະໄລດ໌/ວີດີໂອ)


Difficult Tactical Battle Ahead Against IS Militants in Syria
please wait

No media source currently available

0:00 0:02:12 0:00

ລັດຖະມົນຕີ​ຕ່າງປະ​ເທດອີຣັກ ກ່າວໃນ​ວັນ​ສຸກ​ວານນີ້​ວ່າ ປະ
​ເທດ​ຂອງ​ທ່ານ ຕ້ອງ​ເປັນ​ຜູ້ນຳ​ພາ​ ໃນການຕໍ່​ສູ້​ຕ້ານພວກ​ຫົວ​
ຮຸນ​ແຮງ​ລັດອິສລາມພາຍ​ໃນ​ເຂດ​ແດນ​ຂອງ​ຕົນ ​ແຕ່​ໄດ້​ຊຸກຍູ້
​ໃຫ້ນາໆຊາດສືບຕໍ່ທຳ​ການ​ໂຈມ​ຕີ​ທາງ​ອາກາດຕໍ່ກະບົດຈຸດັ່ງ
ກ່າວ.

ໃນການຖະ​ແຫລ​ງຕໍ່ສະພາ​ຄວາມໝັ້ນຄົງ ສະຫະ​ປະຊາ​ຊາດ
ທີ່​ນະຄອນ​ນິວຢອກໂດຍມີພວກຜູ້ນຳຄົນສຳຄັນໆຂອງແນວ
ໂຮມ​ຕ້ານກຸ່ມລັດ​ອິສລາມຮັບຟັງຢູ່ ຮວມ​ທັງສະຫະລັດ​ ທ່ານ
Ibrahim al-Jaafari ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ ຄວນຈະ
ເປັນຜູ້ແບກຫາບພາລະ ໃນການຕໍ່ສູ້​ທາງ​ພາກ​ພື້ນ​ດິນ.

ທ່ານ Ibrahim ກ່າວວ່​າ “ພວກ​ເຮົາ​ເຊື່ອວ່າ ຄວາມ​ຮັບຜິດ​ຊອບ​ອັນ​ສຳຄັນໃນ ການຕໍ່ສູ້​
ກັບລັ​ດອິສລາມ ​ແລະອົງການ​ກໍ່​ການ​ຮ້າຍ​ຕ່າ​ງໆ ຢູ່​ໃນ​ດິນ​ແດນ​ຂອງ​ພວກ​ເຮົາ​ນັ້ນ ​ເປັນ
ຄວາມ​ຮັບຜິດຊອບ​ຂອງ​ເຮົາ ​ແລະ​ເປັນຄວາມ​ຮັບຜິດ​ຊອບ​ຂອງກຳລັງ​ທະຫານອີຣັກແລະ​
ກຳລັງ Peshmerga ​ແລະ​ພ້ອມດ້ວຍກຳລັງ ປ້ອງ​ກັນ​ປະ​ເທດ ແຕ່ແນວໃດກໍຕາມ ພວກ​
ເຮົາ​ຕ້ອງການໆ​ສະໜັບສະໜູນຈາກ ບັນດາ​ປະ​ເທດເພື່ອນ​ມິດ​ ໃນ​ການ​ໂຈມ​ຕີ​ທາງ​ອາ​
ກາດ​ຕ້ານກຸ່ມລັດ​ອິສລາມ.”

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​ໄດ້​ກ່າວ​ຫລັງ​ຈາກ ທ່ານ al-
Jaafari ໂດຍຢ້ຳເຖິງຈຸດປະສົງຂອງວໍຊິງຕັນ ໃນການ​ເອົາຊະນະ​ຕໍ່ ກຸ່ມຫົວ​ຮຸນ​ແຮງຈັດ
ຢູ່​ໃນ​ອີ​ຣັກ​ແລະ​ຊີເຣຍ ຊຶ່ງ​ເປັນທີ່​ຮູ້​ກັນ​ໃນອີກຊື່ນຶ່ງວ່າ ISIL ນັ້ນ ​ຍັງ​ຕ້ອງການ​ຊັບພະ​ຍາ
ກ​ອນນາໆ​ຊາດ.

ທ່ານ Kerry ກ່າວ​ວ່າ “ພວກແນວໂຮມຕ້ອງໄດ້​ກຳ​ຈັດກຸ່ມ ISIL ບໍ່ພຽງ​ແຕ່ຫລື ​ໃນຂັ້ນ
​ເລີ້​ມຕົ້ນ​ໂດຍວິທີ​ການທາງ​ທະຫານເທົ່ານັ້ນ ມັນຕ້ອງ​ຮອບດ້ານແລະ​ຮວມ​ທັງ​ການ​ຮ່ວມ
ໄມ້ຮ່ວມມືການ​ປະສານ​ງານ​ໃນຫຼາຍໆດ້ານ. ມັນ​ເປັນ​ການ​ລຶບລ້າງ​ ໝົດທັງຕາໜ່າງໂດຍ
ການທຳລາຍ ແລະແລະສ້າງຄວາມເຊື່ອມເສຍໃຫ້ແກ່ລັດ ທິຄວາມເຊື່ອ​ຫົວ​ຮຸນ​ແຮງ ໂດຍ
ເອົາຂະບວນ​ການ​ເຄື່ອນ​ໄຫວທາງ​ສາສະໜາ ມາ ເປັນສາກບັງໜ້າ.”

ທ່ານ​ກ່າວ​ເພີ້​ມອີກ​ວ່າ ອີຣ່ານຊຶ່ງເປັນຄູ່ປໍລະປັກທາງການທູດຂອງສະຫະລັດ ທີ່​ມີຊາຍ
ແດ​ນອັນຍືດ​ຍາວ​ກັບອີຣັກນັ້ນ ກໍ​ມີ​ບົດບາດ ​ໃນ​ການ​ຕ້ານກຸ່ມຫົວຮຸນແຮງ ລັດ​ອິສລາມ
ນຳດ້ວຍ.

ISLAMIC STATE VOSOTVO
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG