ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກເຄື່ອນໄຫວ ຊາວເຄີສ 3 ຄົນ ຖືກຍິງຕາຍ ຢູ່ປາຣີ (ສະໄລດ໌)


ພາບຂອງນັກເຄື່ອນໄຫວຊາວເຄີສ 3 ຄົນ ທີ່ຖືກລອບສັງຫານ ທີ່ສູນກາງຂໍ້ມູນຂອງຊາວເຄີສ ໃນນະຄອນປາຣີໃນເຊົ້າວັນທີ 10 ມັງກອນ 2013.
ພາບຂອງນັກເຄື່ອນໄຫວຊາວເຄີສ 3 ຄົນ ທີ່ຖືກລອບສັງຫານ ທີ່ສູນກາງຂໍ້ມູນຂອງຊາວເຄີສ ໃນນະຄອນປາຣີໃນເຊົ້າວັນທີ 10 ມັງກອນ 2013.
ຕໍາຫລວດຝຣັ່ງເວົ້າວ່າ ນັກເຄື່ອນໄຫວຊາວເຄີສ 3 ຄົນ ລວມ
ທັງຜູ້ສ້າງຕັ້ງກຸ່ມຫົວຮຸນ ແຮງ PKK ໄດ້ຖືກຍິງຕາຍ ໃນນະ
ຄອນປາຣີ ໃນເຫດການທີ່ລັດຖະມົນຕີກະຊວງພາຍໃນ
ຂອງຝຣັ່ງເອີ້ນວ່າ “ເປັນການລອບສັງຫານ” ນັ້ນ.

ຕໍາຫລວດເວົ້າໃນວັນພະຫັດມື້ນີ້ວ່າ ສົບຂອງຜູ້ຍິງສາມຄົນ
ໄດ້ຖືກພົບເຫັນວ່າ ຖືກລູກປືນຍິງຫລາຍລູກ ໃນຕອນເຊົ້າໆ
ຂອງມື້ນີ້ ຢູ່ທີ່ສູນກາງຂໍ້ມູນຂອງຊາວເຄີສ. ນຶ່ງໃນຈໍານວນຜູ້
ເຄາະຮ້າຍນັ້ນ ຮູ້ວ່າ ແມ່ນຊື່ Sakine Cansiz ຊຶ່ງເປັນຜູ້
ນຶ່ງໃນສະມາຊິກທີ່ກໍ່ຕັ້ງພັກກໍາມະກອນຊາວເຄີສ ຫລື PKK
ຊຶ່ງເປັນກຸ່ມທີ່ກໍາລັງຕໍ່ສູ້ ເພື່ອໃຫ້ຊາວເຄີສມີສິດໃນການປົກ
ຄອງຕົນເອງຫລາຍຂຶ້ນ ຢູ່ໃນເທີກີ.

ນຶ່ງໃນຈໍານວນຜູ້ໄດ້ຮັບເຄາະຮ້າຍອີກສອງຄົນ ເຮັດວຽກຢູ່ໃນສູນກາງຂໍ້ມູນຊາວເຄີສ ແລະ ຜູ້ທີສາມ ແມ່ນຮູ້ວ່າເປັນ “ນັກເຄື່ອນໄຫວໜຸ່ມ”. ຕໍາຫລວດເວົ້າວ່າ ພວກເຂົາເຈົ້າ ໄດ້ເລີ້ມ ທຳການສືບສວນສອບສວນກ່ຽວກັບຄະດີຄາດຕະກໍາດັ່ງກ່າວ.

ຫົວໜ້າສູນກາງຂໍ້ມູນ ໄດ້ກ່າວຕໍ່ພວກນັກຂ່າວວ່າ ຜູ້ກ່ຽວໄດ້ເຫັນຜູ້ຍິງພວກນັ້ນຄັ້ງສຸດ ທ້າຍໃນວັນພຸດວານນີ້, ນຶ່ງມື້ກ່ອນການຕາຍຂອງພວກກ່ຽວ. ໝູ່ເພື່ອນຂອງຜູ້ໄດ້ຮັບເຄາະ ຮ້າຍໄດ້ໄປຍັງສູນກາງຂໍ້ມູນ ເພື່ອຊອກຫາພວກຜູ້ຍິງດັ່ງກ່າວ ລຸນຫລັງທີ່ໄດ້ໂທຫາພວກ ກ່ຽວ ແຕ່ບໍ່ມີການໂທກັບ.

ລັດຖະມົນຕີກະຊວງພາຍໃນ ທ່ານ Manuel Valls ໄດ້ໄປຢ້ຽມເບິ່ງບ່ອນເກີດເຫດ ໃນ ວັນພະຫັດມື້ນີ້ ແລະເວົ້າວ່າ ການຕາຍຂອງພວກກ່ຽວ “ເປັນສິ່ງທີ່ຮັບເອົາບໍ່ໄດ້.”

ປະມວນພາບກ່ຽວກັບການເສຍຊີວິດຂອງນັກເຄື່ອນໄຫວຊາວເຄີສ 3 ຄົນ:

XS
SM
MD
LG