ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຮືອບິນ​ລົບ​ ຂອງຝຣັ່ງ ປະຕິບັດ​ການ ຖິ້ມລະ​ເບີດ ​ຮອບ​ທຳ​ອິດ ໃສ່ພວກ​ຫົວ​ຮຸນ​ແຮງ​ຈັດ


FRANCE IRAQ VIDEO
please wait
Embed

No media source currently available

0:00 0:01:02 0:00

ເບິ່ງວີດີໂອລາຍງານ ກ່ຽວກັບເລື້ອງນີ້

ບັນດາເຮືອບິນ​ລົບ​ຂອງຝຣັ່ງ ​ໄດ້ບິນ​ອອກປະຕິບັດ​ການຖິ້ມລະ​ເບີດ
​ຮອບ​ທຳ​ອິດ ຕໍ່ຕ້ານ​ພວກ​ຫົວ​ຮຸນ​ແຮງ​ຈັດ ​ໃນ​ອີຣັກ ນັບ​ຕັ້ງ​ແຕ່​ກຳ
​ປັ່ນ​ບັນທຸກ​ເຮືອບິນ​ລົບ Charles de Gaulle ​ໄດ້​ຖືກ​ສົ່ງ​ໄປ​ປະຈຳ
ການທີ່​ອ່າວ​ເປີ​ເຊຍ ​ເພື່ອ​ເສີມ​ກຳລັງ​ໃນ​ການ​ຕໍ່ສູ້​ຕ້ານກຸ່ມລັດ​ອິສລາມ.

ລາຍ​ງານຂ່າວ​ຕ່າງໆ ແຈ້ງວ່າ ​ເຮືອບິນ​ລົບ Rafale ຂອງຝຣັ່ງສອງ​ລຳ ກັບ​ຄືນ​ມາ​ພ້ອມ​
ກັນ​ກັບອາວຸດເຄິ່ງນຶ່ງທີ່​ຕິດຕັ້ງຢູ່ຍົນ​ນັ້ນ ຫຼື ບໍ່​ມີລູກ​ສອນ​ໄຟ​ໃດໆ​ເລີຍ ຫຼັງຈາກ​ທີ່​ໄດ້​ບິນ​
ອອກ​ໄປຫຼາຍໆ​ຊົວ​ໂມງ​ແລ້ວ ​ພ້ອມ​ດ້ວຍລູກ​ສອນ​ໄຟນຳວິຖີ 4 ລູກ ຕິດ​ຢູ່​ແຕ່​ລະ​ລຳ.

ບໍ່​ມີ​ລາຍ​ລະອຽດໃດໆ ​ເປີດ​ເຜີຍ​ໃຫ້​ຊາບ​ກ່ຽວ​ກັບ​ເປົ້າໝາຍ​ຕ່າງໆ​ຂອງ​ການຖິ້ມລະ​ເບີດນັ້ນ.

​ເຮືອບິນ​ລົບ​ຝຣັ່ງ ​ໄດ້​ເປັນພາກ​ສ່ວນ​ນຶ່ງ​ຂອງ​ແນວ​ໂຮມທີ່​ນຳພາ​ໂດຍ​ສະຫະລັດ ທີ່​ໄດ້​
ປະຕິບັດ​ການ​ໂຈມ​ຕີ​ຕໍ່ຕ້ານ​ພວກ​ລັດ​ອິສລາມ. ຍົນ​ອາຍ​ພົ່ນ Rafael ລຳ​ທຳ​ອິດ ​ໄດ້​ບິນ​
ອອກ​ໄປ​ຈາກ​ກຳ​ປັ່ນ​ໃນ​ວັນ​ຈັນ​ຜ່ານ​ມາ.

​ການສົ່ງກຳ​ປັ່ນບັນທຸກ​ເຮືອບິນ​ລົບດັ່ງກ່າວໄປປະຕິບັດງານ ມີຂຶ້ນຫຼັງ ຈາກ​ທີ່​ມີ​ການ​ໂຈມ​
ຕີ​ທີ່​ຮ້າຍ​ແຮງ​ ຂອງ​ພວກ​ກໍ່​ການ​ຮ້າຍ​ໃນ​ປາຣີ ​ເມື່ອ​ບໍ່​ນານ​ມາ​ນີ້.

French warplanes Wednesday carried out their first bombing run against extremists in Iraq since the aircraft carrier Charles de Gaulle was deployed to the Persian Gulf to boost the fight against the Islamic State group.

Reports say two of four Rafale fighters returned with half of their weaponry or no missiles at all, hours after having taken off with four guided missiles each.

No details were revealed about the targets of the bombing.

French warplanes have been part of the U.S.-led coalition carrying out raids against the Islamic State.The first Rafale fighter jet took off from the ship on Monday.

The aircraft carrier's involvement follows recent deadly terrorist attacks in Paris.

XS
SM
MD
LG