ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ສະໝັກ ເປັນປະທານາທິບໍດີຝຣັ່ງ ໂຕ້ວາທີ ຢ່າງດຸເດືອດ


ຜູ້ສະໝັກເປັນປະທານາທິບໍດີຝຣັ່ງ ທ່ານນາງ Marine Le Pen ແລະທ່ານ Emmanuel Macron ປະເຊີນໜ້າກັນ ໃນໂຕ້ວາທີທາງໂທລະພາບ 2 ຊົ່ວໂມງທີ່ຖ່າຍທອດອອກ
ອາກາດ ໃນວັນພຸດວານນີ້ ບໍ່ເທົ່າໃດມື້ ກ່ອນທີ່ຈະປະເຊີນໜ້າກັນໃນການເລືອກຕັ້ງ
ຮອບຕັດສິນຊີ້ຂາດ.

ທ່ານນາງ Le Pen ກ່າວເຖິງຄູ່ຕຳແໜ່ງຂອງທ່ານນາງ ວ່າເປັນນາຍທຶນທີ່ບໍ່ມີຫົວໃຈ
ອ່ອນແອກັບພວກກໍ່ການຮ້າຍ ໃນຂະນະທີ່ ທ່ານ Macron ໄດ້ເອີ້ນຄູ່​ແຂ່ງຂອງທ່ານວ່າ ເປັນຄົນຂີ້ຕົວະແລະເປັນບຸກຄົນຫົວຮຸນແຮງຈັດທີ່​ເປັນອັນຕະລາຍ.

ທ່ານນາງ Le Pen ໃນການເປີດການ​ໂຕ້​ວາທີ ໂດຍເອີ້ນອະດີດລັດຖະມົນຕີເສດຖະກິດ Macron ວ່າ “ເປັນຜູ້ລົງສະໝັກ ທີ່ອຳມະຫິດ​ຂອງໂລກາພິວັດ.” ສ່ວນທ່ານ Macron ໄດ້ເອີ້ນທ່ານນາງ Le Pen ຜູ້ຊຶ່ງຄັ້ງນຶ່ງ ໄດ້ຖືກບັງຄັບ​ໃຫ້ໄລ່ພໍ່ຂອງທ່ານນາງ ທີ່ນິຍົມ​
ຂວາຈັດ ອອກຈາກພັກແນວໂຮມແຫ່ງຊາດ ຫຼື National Front ແລະທ່ານນາງ ກໍໄດ້ຮັບ
ມໍລະດົກຕົກທອດ ມາເປັນຝ່າຍຂວາຈັດຂອງຝຣັ່ງນີ້.

ຄູສາມີພັນລະຍາ ນັ່ງຊົມການໂຕ້ວາທີ ທີ່ຖ່າຍທອດອອກອາກາດ ທາງໂທລະພາບຂອງທັງສອງຜູ້ລົງແຂ່ງຂັນ ເປັນປະທານທິບໍດີ ທ່ານ Emmanuel Macron ແລະທ່ານນາງ Marine Le Pen ຫົວອຽງຂວາຈັດ, ໃນ Lyon, ພາກກາງຝຣັ່ງ, 3 ພຶດສະພາ 2017.
ຄູສາມີພັນລະຍາ ນັ່ງຊົມການໂຕ້ວາທີ ທີ່ຖ່າຍທອດອອກອາກາດ ທາງໂທລະພາບຂອງທັງສອງຜູ້ລົງແຂ່ງຂັນ ເປັນປະທານທິບໍດີ ທ່ານ Emmanuel Macron ແລະທ່ານນາງ Marine Le Pen ຫົວອຽງຂວາຈັດ, ໃນ Lyon, ພາກກາງຝຣັ່ງ, 3 ພຶດສະພາ 2017.


ອັດຕາຂອງຄົນ​ຫວ່າງງານສູງຂອງປະເທດ ກໍ​ເປັນຫົວ​ຂໍ້​ຂອງ​ການໂຕ້ວາທີກັນ.
ທ່ານ Macron ໄດ້ຮຽກຮ້ອງໃຫ້​ເຮັດກົດລະບຽບຂອງລັດຖະບານງ່າຍ​ຂຶ້ນ ສຳລັບບັນດາ
ທຸລະກິດຂະໜາດ ນ້ອຍແລະຂະໜາດກາງ ໃນຂະນະທີ່ທ່ານນາງ Le Pen ໃຫ້ຄຳໝັ້ນ
ສັນຍາວ່າ ຈະເກັບພາສີ ຜະລິດ​ຕະພັນ ທີ່ບໍລິສັດຕ່າງໆ ສົ່ງໄປຜະລິດ​ຢູ່​ຕ່າງປະ​ເທດ​.

​ໃນເລື່ອງການກໍ່ການຮ້າຍ ທີ່ຍັງຜົນໃຫ້ມີຊາວຝຣັ່ງ 240 ຄົນ ເສຍຊີວິດ ໃນຮອບ 2 ປີ
ຜ່ານມານີ້ ທ່ານນາງ Le Pen ໄດ້ຮຽກຮ້ອງໃຫ້ປິດວັດສາສະໜາອິສລາມ​ທີ່ສົງໄສວ່າ
ເປັນບ່ອ​ນ​ໃຫ້ການ​ອຸບປະຖຳ​ແກ່ພວກຫົວຮຸນແຮງລົງ ໃຫ້ຂະຫຍາຍຄຸກ ແລະຄວບຄຸມ
ຊາຍແດນຝຣັ່ງ. ທ່ານ Macron ຮຽກຮ້ອງໃຫ້ມີການສິ້ງຊອມທາງອິນເຕີແນັຕທີ່ດີກວ່າ
ເກົ່າ ໃຫ້ມີພວກຕຳຫຼວດ ຫຼາຍກວ່າເດີມ ແລະການແບ່ງປັນຂໍ້ມູນສືບລັບທີ່ດີກວ່າເກົ່າ.

ການໂຕ້ວາທີລະຫວ່າງ ທ່ານນາງ Le Pen ທີ່​ນິຍົມຂວາຈັດ ແລະຝ່າຍກາງ ທ່ານ
Macronອາດ​ຈະ​ກ້າວ​ເຖິງ​ຈຸດ​ສຸດ​ຍອດ​ໃນ​ການ​ໂຄສະນາ​ຫາ​ສຽງທີ່ດຸເດືອດ ໃນຂະນະທີ່
ຜູ້ສະໝັກທັງ​ສອງ ພະຍາຍາມທີ່​ຈະ​ຊອກ​ຫາການສະໜັບສະໜູນ ຈາກພວກຜູ້ລົງ
ຄະແນນຝຣັ່ງຊຶ່ງ 18 ເປີເຊັນຂອງປະຊາຊົນ ຄາດວ່າ ຍັງບໍ່ທັນຕັດສິນໃຈທີ່ຈະເລືອກ
ຜູ້ໃດ​ເທື່ອນັ້ນ.

ການຢັ່ງ​ຫາງ​ສຽງ ໂດຍສະເລ່ຍແລ້ວ ສະ​ແດງໃຫ້​ເຫັນ​ວ່າ ທ່ານ Macron ​ມີ​ຄະ​ແນນ
ສຽງ​ນຳ​ໜ້າ 60 ຕໍ່ 40 ເປີເຊັນ ລື່ນທ່ານນາງ Le Pen ເຖິງແມ່ນວ່າ ການນຳໜ້າຂອງ
ຄະແນນສຽງນີ້ ໄດ້ຫຍັບໃກ້ເຂົ້າມາ​ເປັນປະມານ 3 ເປີເຊັນ ນັບຕັ້ງແຕ່ການ​ປ່ອນບັດ
ຮອບທຳອິດ ໃນວັນທີ 23 ເມສາ ຜ່ານມານີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG