ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຝຣັ່ງ ເລືອກຕັ້ງ ສະພາ ຮອບທໍາອິດ (ວີດີໂອ)


ການເລືອກຕັ້ງສະພາແຫ່ງຊາດຮອບທໍາອິດ ທີ່ປະເທດຝຣັ່ງ ໄດ້ເລີ້ມຕົ້ນຂຶ້ນໃນວັນອາທິດມື້ນີ້, ວັນທີ 10 ມິຖຸນາ 2012
ການເລືອກຕັ້ງສະພາແຫ່ງຊາດຮອບທໍາອິດ ທີ່ປະເທດຝຣັ່ງ ໄດ້ເລີ້ມຕົ້ນຂຶ້ນໃນວັນອາທິດມື້ນີ້, ວັນທີ 10 ມິຖຸນາ 2012

ການເລືອກຕັ້ງສະພາ​ແຫ່ງ​ຊາດຮອບທໍາອິດ ໄດ້ເລີ້ມຕົ້ນຂຶ້ນແລ້ວທີ່ປະເທດຝຣ່ັງ ໃນ
ວັນອາທິດມື້ນີ້ ຊຶ່ງການຢັ່ງຫາງສຽງໄດ້ສະແດງໃຫ້ເຫັນວ່າ ພັກຝ່າຍທີ່​ນິຍົມຊ້າຍ
ອາດ ສາມາດໄດ້ຮັບບ່ອນນັ່ງສຽງ​ສ່ວນ​ຫລາຍ ​ແຕ່​ກໍ​ບໍ່​ຖ້ວມ​ລົ້ນ ຂອງ​ຈໍານວນ​ທັງ
​ໝົດ 577 ບ່ອນ​ນັ່ງ​ໃນສະພາແຫ່ງຊາດ ຊຶ່ງເປັນສະພາຕໍ່າຂອງຝຣັ່ງນັ້ນ.

ແຕ່ກໍຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ພວກພັກສັງຄົມນິຍົມ ແລະພັນທະມິດຂອງພວກ
ເຂົາເຈົ້າ ຈະໄດ້ຮັບໄຊຊະນະ ​ໂດຍໄດ້ຮັບສຽງສ່ວນຫລາຍຂັ້ນ​ເດັດຂາດ ທີ່ຈໍາເປັນ ຢູ່ໃນການເລືອກຕັ້ງຮອບທໍາອິດນີ້ ຕ້ານກັບພັກນິຍົມແນວທາງເດີມ UMP ທີ່ນໍາພາ
ໂດຍອະດີດປະທານາທິບໍດີ Nicolas Sarkozy ນັ້ນ ຫລືບໍ່.

ພວກນັກວິເຄາະເວົ້າວ່າ ໂດຍການທໍາງານຮ່ວມກັບພັກ Greens ແລະພັນທະມິດ
ຝ່າຍຊ້າຍຂອງພວກເຂົາເຈົ້າ ປະທານທິບໍດີຫົວສັງຄົມນິຍົມທ່ານ Francois Hollande, ທີ່ຫາກໍ່ຂຶ້ນກໍາອໍານາດໃນເດືອນແລ້ວນີ້ ສາມາດທີ່ຈະຮວບຮວມເອົາ ສຽງສ່ວນຫລາຍ ເພື່ອຮັບຮອງເອົາມາດຕະການ ທີ່ທ່ານຫວັງວ່າ ຈະຊ່ວຍຕັດ ຮອນອັດຕາການຫວ່າງ
ງານລົງ ແລະກະຕຸກ​ຊຸກຍູ້ເສດຖະກິດທີ່ໃຫຍ່ອັນດັບສອງ ຂອງຢູໂຣບນີ້ ​ໃຫ້ຟື້ນ​ຄືນ
​ມາໄດ້.

ສ່ວນ​ພັກແນວໂຮມຊາດທີ່ຂວາຈັດຂອງທ່ານນາງ Marine Le Pen ນັ້ນ​ກໍກໍາລັງຫາ
ຊ່ອງທາງ ​ເພື່ອ​ໃຫ້​ມີ​ປາກສຽງໃນລັດຖະສະພາເປັນຄັ້ງທໍາອິດ ນັບແຕ່ຊຸມປີ 1980
ເປັນຕົ້ນມາ ລຸນຫລັງທີ່ທ່ານນາງໄດ້ຕົກເປັນອັນດັບທີສາມ ໃນການແຂ່ງຂັນ​ເລືອກ​ຕັ້ງ
ປະທານທິບໍດີ.

ຄາດວ່າຈະມີການລາຍງານຜົນການເລືອກຕັ້ງຂັ້ນ​ຕົ້ນ ລຸນຫລັງທີ່ໜ່ວຍປ່ອນບັດຕ່າງໆ ປິດລົງໃນແລງວັນອາທິດມື້ນີ້. ການປ່ອນບັດຮອບທີສອງ ແລະຮອບສຸດທ້າຍ ຈະຈັດ
ໃຫ້ມີຂຶ້ນໃນວັນທີ 17 ມິຖຸນາ ຊຶ່ງເປັນອາທິດທີ່ຈະມາເຖິງນີ້.

ສ່ວນ​ສະພາ​ສູງ​ຂອງລັດຖະສະພາຝຣັ່ງນັ້ນ ​ແມ່ນຢູ່ພາຍໃຕ້ການຄວບຄຸມຂອງພັກຝ່າຍ
ຊ້າຍແລ້ວ ໃນເວລານີ້.

XS
SM
MD
LG