ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກສຶກສາຝຣັ່ງ ທີ່ທໍາການປະທ້ວງ ປະທະກັບຕໍາຫລວດ (ວີດີໂອ)


France Deportation
please wait
Embed

No media source currently available

0:00 0:00:55 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້

ພວກ​ນັກ​ສຶກສາ​ຝຣັ່ງຫຼາຍ​ພັນ​ຄົນ ພາກັນ​ທຳ​ການ​ປະ​ທ້ວງ​ຕາມ
​ຖະໜົນ​ຫົນທາງ ແລະ​ປະ​ທະ​ກັບຕຳຫຼວດ​ໃນ​ກຸງ​ປາຣີ ​ໃນ​ວັນ​ສຸກ
​ວານ​ນີ້ ​ເປັນ​ມື້​ທີສອງ​ໃນ​ການປະ​ທ້ວງ​ຕໍ່ຕ້ານ​ການ​ເນລະ​ເທດ​
ພວກ​ເດັກນ້ອຍ​ເຂົ້າ​ເມືອງ ແລະ​ຄອບຄົວ​ຂອງ​ພວກ​ເຂົາ​.

ການ​ເດີນ​ຂະ​ບວນປະ​ທ້ວງ​ໄດ້ຖືກ​ກະ​ຕຸ້ນໃຫ້​ມີ​ຂຶ້ນ​ ຍ້ອນ​ເຫດ
ການ​ທີ່​ຕຳຫຼວດ​ໄດ້ໄປຈັບເດັກ​ສາວ ​ໄວ 15 ປີ​ ຄົນ​ນຶ່ງ ອອກຈາກ​ການໄປ​ທັດສະນະ​ສຶກສາ​ກັບ​ໂຮງຮຽນ ​ແລະ​ເນລະ​ເທດ​ນາງພ້ອມ​ກັບ​ນັກ​ຮຽນ​ເຊື້ອສາຍອາ​ເມ​ເນຍຄົນ​ນຶ່ງ ​ກັບ​ຄືນ​ໄປ​ຍັງ​ໂກ​ໂຊ​ໂວ.

​ເຫດການ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ພວກ​ນັກ​ສຶກສາ​ຫຼາຍ​ກຸ່ມເກີດ​ໂມ​ໂຫ​ໂທໂສ ​ແລະ​ຈັດການ​ປະ​ທ້ວງ​ຂຶ້ນ​ເພື່ອ​ຕໍ່ຕ້ານ​ລັດຖະບານຝຣັ່ງທີ່ນຳພາໂດຍ​ພວກຫົວ​ສັງຄົມ​ນິຍົມ​ນັ້ນ ​ແລະ​ຮຽກຮ້ອງ​ໃຫ້​ມີ​ການ​ປະຕິ​ຮູບ​ ກ່ຽວ​ກັບການ​ອົບ​ພະຍົບເຂົ້າ​ເມືອງນັ້ນ.

ມີ​ລາຍ​ງານ​ວ່າ ການ​ເດີນ​ຂະ​ບວນປະ​ທ້ວງ​ໃນ​ວັນ​ສຸກ​ວານ​ນີ້ໄດ້​ກາຍ​ເປັນ​ເຫດການ​ວຸ້ນວາຍຮຸນ​ແຮງ​ຂຶ້ນ ຫຼັງ​ຈາກ​ພວກ​ປະ​ທ້ວງ​ພາກັນແກວ່ງ​ກະ​ປ໋ອງ ໄມ້​ກະດານ​ຫຼື
​ແປ້ນແລະ​ສິ່ງອື່ນໆໃສ່​ຕຳຫຼວດ ທີ່ໄດ້​ຕອບ​ໂຕ້​ດ້ວຍ​ແກ໊ສນ້ຳຕາ.

Thousands of French students took to the streets and clashed with police in Paris Friday in a second day of protests against the expulsion of immigrant children and their families.

The demonstrations were prompted by an incident in which police seized a 15-year-old girl from a school field trip and deported her, as well as another student of Armenian origin, to Kosovo.

The incident angered student groups that organized the protests against France's Socialist-led government, calling for immigration reforms.

Friday's demonstration reportedly became violent after protesters threw cans, boards and other projectiles at policemen, who responded with tear gas.




XS
SM
MD
LG