ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຮຽນຍິງ ຊາວໂຄໂຊໂວ ທີ່ຖືກຝຣັ່ງເນລະເທດ ປະຕິເສດ ຂໍ້ສະເໜີໃຫ້ ກັບຄືນມາຮຽນອີກ (ວີດີໂອ)


France Kosovo Deported
please wait

No media source currently available

0:00 0:00:59 0:00

ນັກຮຽນຍິງ ຊາວໂຄໂຊໂວ ທີ່ຖືກຝຣັ່ງເນລະເທດ ກັບຄືນເມືອ ໂຄໂຊໂວ ບ້ານເກີດ

ເດັກ​ສາວ​ອາຍຸ 15 ປີ ທີ່​ເປັນ​ຈຸດ​ສູນ​ກາງຂອງ​ການ​ປະ​ທ້ວງ
​ຢ່າງໃຫຍ່​ຂອງ​ພວກ​ນັກ​ສຶກສາ​ຝຣັ່ງ ຕໍ່ກາ​ນຈັບນາງສົ່ງ​ກັບ
​ຄືນ​ໄປຍັງ​ໂຄ​ເຊ​ໂວ ຍ້ອນ​ຄອບຄົວ​ຂອງ​ນາງ​ໄດ້​ເຂົ້າປະ​ເທດ​
ຢ່າງ​ຜິດກົດໝາຍ​ນັ້ນ ໄດ້​ປະຕິ​ເສດ​ຄໍາ​ສະ​ເໜີ​ຂອງຝຣັ່ງ ​ໃຫ້
​ກັບ​ຄືນ​ໄປຮຽນ ​ໃຫ້​ຈົບ.

ການ​ເນລະ​ເທດນາງ Leonarda Dibrani ອອກ​ຈ​າກຝຣັ່ງ ໄປ​ຍັງ ໂຄໂຊ​ໂວ ບ້ານ​ເກີດ
ຂອງ​ພໍ່​ຂອງ​ນາງ ຍັງ​ຜົນ​ໃຫ້​ເກີດ​ປະ​ທ້ວງ​ຂອງ​ພວກນັກຮຽນ​ຢ່າງ​ໃຫຍ່ ​ເມື່ອ​ອາທິດ​ຜ່ານ​ມາ​ນີ້.

ນາງ Dibrani ​ແລະ​ຄອບຄົວ​ຂອງ​ນາງ ​ໄດ້​ຖືກ​ສົ່ງ​ກັບ​ຄືນ​ໄປ​ຍັງ​ໂຄ​ໂຊ​ໂວ ຫຼັງຈາກ​ເຂົ້າໄປ
​ຝຣັ່ງຢ່າງ​ຜິດ​ກົດໝາຍ ​ເມື່ອ​ສີ່​ປີຜ່ານມາ.

ທ່ານ Francois Hollande ປະທານາທິບໍດີຝຣັ່ງ ໄດ້​ກ່າວ​ກ່ຽວ​ກັບ​ເລຶ່ອງນີ້​ ໃນ​ຕອນ​ນຶ່ງວ່າ:

​“​ເມື່ອ​ເບິ່ງ​ສະພາບ​ການ​ແລ້ວ ຖ້າ​ຫາກ​ວ່າ ນາງ​ຂໍ​ຮ້ອງ​ ​ແລະ​ຕ້ອງການຈະ​ກັບ​ໄປຮຽນ​ຕໍ່​ ຢູ່​ຝຣັ່ງ​ແລ້ວ ພວກ​ເຮົາ​ກໍ​ຍິນ​ດີ​ໃຫ້​ນາງກັບ​ໄປ​ຮຽນ ​ສະ​ເພາະ ​ແຕ່​ນາງ​ຄົນ​ ຄົນດຽວ​ເທົ່າ​ນັ້ນ.”

ນາງ Dibrani ​ເວົ້າ​ວ່າ ການ​ທີ່​ຈະ​ກັບ​ຄືນ​ໄປ​ຝຣັ່ງອີກ​ພຽງ​ຕົວ​ຄົນ​ດຽວ​ນັ້ນ ບໍ່​ແມ່ນ​ທາງ​ເລືອກ​ຂອງ​ນາງ. ນາງ​ເວົ້າ​ວ່າ:

“ຂ້ອຍ​ບໍ່​ຢາກ​ກັບ​ຄືນ​ໄປ​ຝຣັ່ງ ຖ້າ​ບໍ່ໄດ້​ຄອບຄົວ​ຂ້ອຍ​ໄປ​ນໍາ ຍ້ອນ​ວ່າ​ຂ້ອຍ ຢາກ​ຢູ່​ນໍາ​ເພິ່ນ ​ໂດຍ​ສະ​ເພາະ​ຄົນ​ນີ້ ພວກ​ເຮົາ​ຕິດ​ພັນ​ກັນ​ທີ່​ສຸດ ລາວ​ເປັນ ນ້ອງ​ສາວ​ທີ່​ຂ້ອຍຮັກ​ ຂ້ອຍ​ບໍ່​ສາມາດ​ປະ​ລາວ​ໄວ້​ຜູຸ້ດຽວ​ໄດ້.”

ສ່ວນ​ຝຣັ່ງ ກໍ​ຍັງ​ຍຶດໝັ້ນ​ກັບ​ການ​ເນລະ​ເທດ​ນັ້ນຢູ່ ​ໂດຍ​ກ່າວ​ວ່າ ຄອບຄົວຂອງ​ນາງໝົດ​ ທາງ​ເລືອກ​ຂໍ​ລີ້​ໄພ​ແລ້ວ.



A 15-year-old girl at the center of a deportation uproar has rejected France's offer to return and finish school.

Leonarda Dibrani's deportation from France to her father's native Kosovo set off mass student protests last week.

She and her family were sent back to Kosovo after entering France illegally four years ago.

Francois Hollande -French President:

"In view of the circumstances, if she requests so and wants to continue her education in France, she and only she would be welcomed"

Dibrani says returning to France alone is not an option.

Leonarda Dibrani- deported schoolgirl:

"I don't want to go without my family because I want to stay with them, and especially her. We're tied together. She's my dear sister, I can't leave her behind."

France is standing by the deportation, saying the family had run out of options for asylum.
XS
SM
MD
LG