ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຢ່າງໜ້ອຍ 42 ຄົນ ເສຍຊີວິດ ຍ້ອນລົດບັດ ຕຳກັນ ທີ່ຝຣັ່ງ


ພວກກູ້ໄພ ກຳລັງນຳເອົາຜູ້ໄດ້ຮັບບາດເຈັບ ທີ່ເປັນກຸ່ມຜູ້ເຖົ້າ ຢູ່ບ່ອນເກີດເຫດລົດຕຳກັນ ທີ່ເມືອງ Puisseguin ໃກ້ກັບ ນະຄອນ Bordeaux ທາງພາກຕາເວັນຕົກຂອງຝຣັ່ງ.
ພວກກູ້ໄພ ກຳລັງນຳເອົາຜູ້ໄດ້ຮັບບາດເຈັບ ທີ່ເປັນກຸ່ມຜູ້ເຖົ້າ ຢູ່ບ່ອນເກີດເຫດລົດຕຳກັນ ທີ່ເມືອງ Puisseguin ໃກ້ກັບ ນະຄອນ Bordeaux ທາງພາກຕາເວັນຕົກຂອງຝຣັ່ງ.

ຢ່າງ​ໜ້ອຍ 42 ຄົນ ສ່ວນ​ໃຫຍ່ ແມ່ນ​ພວກທີ່ອອກກິນ​ເບ້​ຍບຳ
ນານແລ້ວ ​ເຊື່ອ​ວ່າ​ໄດ້ເສຍ​ຊີວິດ​ ຍ້ອນອຸປະຕິ​ເຫດ​ລົດ​ຕຳ​ກັນ ​
ໃກ້​ກັບ​ນະຄອນ Bordeau ໃນປ​ະ​ເທດ​ຝຣັ່ງໃນອັນ​ທີ່​ຮ້ອງ​ວ່າ ​
ເປັນ​ອຸປະຕິ​ເຫດ​ ທີ່​ຮ້າຍ​ແຮງ​ສຸດ​ຂອງ​ປະ​ເທດ ໃນໄລຍະສາມ
​ທົດ​ສະ​ວັດ​ທີ່​ຜ່ານ​ມາ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລົດ​ບັນ​ທຸກຄັນ​ນຶ່ງ ໄດ້ແລ່ນເຂົ້າ​ຕຳ
ລົດ​ບັດທີ່​ເຕັມ​ໄປ​ດ້ວຍ​ຜູ້​ໂດຍສານຢູ່​ທາງ​ຄົດ​ລ້ຽວ​ແຫ່ງນຶ່ງ​ໃກ້
​ກັບ​ບ້ານ Puisseguin​ເຮັດ​ໃຫ້​ລົດ​ທັງ​ສອງ​ຄັນເກີດໄຟໄໝ້.

​ແປດ​ຄົນ​ມີ​ລາຍ​ງານ​ນວ່າ ສາມາດຫລົບໜີ​ຈາກ​ໄຟ​ໄໝ້ ​ແລະ
ບັນດາ​ເຈົ້າ​ໜ້າ​ທີ່​ກູ້ໄພສຸກເສີນຈຳນວນນຶ່ງ ​ໄດ້​ໄປຊ່ອຍຢູ່ບ່ອນເກີດເຫດ. ​

ປະທານາທິບໍດີ Francois Hollande ​ໄດ້​ກ່າວ​ເຖິງ​ອຸປະຕິເຫດໃນ​ຂະນະທີ່ທ່ານເດີນທາງ
​ໄປ​ກຣິສໂດຍ​ກ່າວ​ວ່າ ລັດຖະບານ​ໄດ້ “ສົ່ງ​ການຊ່ວຍ​ເຫລືອ​ຢ່າງ​ເຕັມທີ່” ​ເພື່ອ​ຮັບ​ມື​ກັບ​ອັນ
​ທີ່ທ່ານ​ຮ້ອງ​ວ່າ “​ເປັນ​ໂສກ​ນາດຕະກຳທີ່​ຮ້າຍ​ແຮງ.”

ທ່ານ​ຍັງ​ບໍ່​ທັນປະຕິເສດເຖິງຄວາມເປັນໄປໄດ້ທີ່​ຈະ​ຕັດ​ການ​ເດີນທາງ​ຂອງ​ທ່ານ​ໃຫ້​ສັ້ນລົງ ​
ເພື່ອ​ກັບ​ຄືນ​ມາ​ຝຣັ່ງ. ​ໃນ​ຂະນະ​ດຽວ​ກັນນາຍົກລັດຖະມົນຕີ ທ່ານ Manuel Valls ລັດຖະ
ມົນຕີ​ພາຍ​ໃນ ທ່ານ Bernard Cazaneuve ​ແລະລັດຖະມົນຕີ​ຂົນ​ສົ່ງທ່ານ Alain Vidal ກຳລັງ​ເດີນທາງ​ໄປ​ສູ່​ບ່ອນ​ເກີດ​ອຸປະຕິເຫດປະມານ 60 ກິ​ໂລ​ແມັດທາງ​ພາກ​ຕາ​ເວັນ​ອອກ​
ຂອງນະຄອນ Bordeau​.

ອຸປະຕິເຫດຄັ້ງນີ້ ​ເຊຶ່ອວ່າ​ເປັນ​ອຸປະ​ຕິ​ເຫດ​ບົນ​ທ້ອງ​ຖະໜົນທີ່​ຮ້າຍ​ແຮງ​ສຸດນັບ​ແຕ່ປີ 1982 ​ເປັນຕົ້ນມາ ເວລາ 53 ຄົນ ຮວມທັງ​ເດັກນ້ອຍ 44 ຄົນ ​ໄດ້ເສຍ​ຊີວິດ​ຍ້ອນລົດ​ບັດຕຳ​ກັນຢູ່
ໃນພາກ​ຕາ​ເວັນ​ອອກ​ຂອງຝຣັ່ງ.

France Crash
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG