ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ກ່າວວ່າ ລັດອິສລາມ ຈະຮູ້ສຶກເຖິງຄວາມກົດດັນໃນບໍ່ເທົ່າໃດອາທິດ ຈະມາເຖິງນີ້

ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ຢືນຖ່າຍຮູບຮ່ວມກັບ ປະທານາທິບໍດີຝຣັ່ງ ທ່ານ Francois Hollande, ລັດຖະມົນຕີ ຕ່າງປະເທດ ຝຣັ່ງ ທ່ານ Laurent Fabius,ແລະ ເອກອັກຄະລັດທະທູດ ສະຫະລັດ ປະຈຳນະ ຄອນຫລວງ ປາຣີ ທ່ານນາງ Jane Hartley.

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ກ່າວ
​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ກຸ່​ມລັດ​ອິສລາມ “ຈະ​ມີ​ຄວາມ​ຮູ້ສຶກ​ກົດ​ດັນ​
ຫລາຍ​ຂື້ນ” ​ໃນ​ບໍ່​ເທົ່າ​ໃດ​ອາທິດ​ຈະ​ມາ​ເຖິງ​ນີ້ ຝຣັ່ງ ​ແລະ​ບັດ​ດາ​
ພັນທະ​ມິດ​ອຶ່ນໆ ກຳລັງ​ເພີ້ມ​ໃນຄວາມ​ພະ​ຍາ​ຍາມຂອງ​ເຂົາ​ເຈົ້າ
ຫຼາຍຂຶ້ນ​ ​ຕ້ານພວກ​ຫົວຮຸນ​ແຮງດັ່ງກ່າວ.

ທ່ານ​ກ່າວ​ທີ່​ນະຄອນຫລວງ​ປາຣີ ຫລັງ​ຈາກ​ປະຊຸມ​ກັບ ປະທານາ
ທິບໍດີ​ຝຣັ່ງ ທ່ານ Francois Hollande ​ແລະ​ໄດ້​ສົນທະນາ​ວິ​ທີ​
ທາງ​ອຶ່ນ ອັນ​ທີ່​ລັດຖະບານ​ຂອງ​ເຂົາເຈົ້າ​ຈະສາມາດສູ້​ລົບ​ກັບ​ລັດ​
ອິສລາມຢ່າງ​ໃດ້ຜົນ. ການ​ສົນທະນານັ້ນ​ໄດ້​ເກີດ​ຂື້ນ​ບໍ່​ເທົ່າໃດ​ມື້
​ຫລັງ​ຈາກ ການ​ຍິງ ​ແລະ​ວາງ​ລະ​ເບີດ​ສະລະ​ຊີບ​ຢ່າງ​ຕໍ່​ເນື່ອງ ທີ່
ໄດ້​ສັງຫານ​ຢ່າງ​ໜ້ອຍ 129 ຄົນ ​ໃນ​ນະຄອນ​ປາ​ຮີ.

ລັດຖະມົນຕີ ຕ່າງປະເທດ ທ່ານ John Kerry (ກາງ), ແລະເອກອັກຄະລັດຖະທູດ ສະຫະລັດ ປະຈຳນະຄອນຫລວງປາຮີ ທ່ານນາງ Jane D. Hartley ຫລັງຈາກຖະແຫລງຕໍ່ບັນດານັກຂ່າວ
ລັດຖະມົນຕີ ຕ່າງປະເທດ ທ່ານ John Kerry (ກາງ), ແລະເອກອັກຄະລັດຖະທູດ ສະຫະລັດ ປະຈຳນະຄອນຫລວງປາຮີ ທ່ານນາງ Jane D. Hartley ຫລັງຈາກຖະແຫລງຕໍ່ບັນດານັກຂ່າວ

​ທ່ານ Kerry ກ່າວ​ວ່າ “ຄວາ​ມຮູ້ສຶກ​ຂອງ​ຂ້າພະ​ເຈົ້າ ກໍ​ຄື​ວ່າ ​ທຸກໆ​ຄົນ​ເຂົ້າ​ໃຈ​ວ່າການ​ໂຈມ​ຕີຢູ່ Lebanon ກັບ​ອັນ​ທີ່​ເກີດ​ຂື້ນ​ໃນ Egypt ກັບ Ankara, Turkey ພ້ອມ​ດ້ວຍ​ການ​ໂຈມ​ຕີ ​ບັດ​ນີ້ຢູ່່ ນະຄອນຫລວງ​ປາ​ຣີ ພວກ​ເຮົາ​ຕ້ອງ​ເພີ້​ມຄວາ​ມພະຍາຍາ​ມ​ໃນ​ການ​ໂຈມຕີ​ພວກເຂົາ​ຢູ່​ທີ່ໃຈກາງ ບ່ອນ​ທີ່ເຂົາ​ວາງ​ແຜນ​ສິ່ງ​ເຫລົ່າ​ນີ້ ​ແລະ​ຍັງ​ເປັນ​ທີ່​ຊັດ​ແຈ້ງວ່າ ຈະ​ປະຕິບັດ​ເພີ້​ມຂື້ນ​ຢູ່​ຕາມ​ຊາຍ​ແດນ ​ໃນ​ການ​ເຄື່ອນ​ໄຫວ​ໄປມາ.”

ຕຳຫລວດ Brussels ກຳລັງຄວບຄຸມສະຖານະການ ຢູ່ເມືອງ Molenbeek ປະເທດ Belgium.
ຕຳຫລວດ Brussels ກຳລັງຄວບຄຸມສະຖານະການ ຢູ່ເມືອງ Molenbeek ປະເທດ Belgium.

ທ່ານ ​ຍັງ​ໄດ້ ກ່າວ​ເຖິງ​ຫົວ​ເລື້ອງທີ່​ໄດ້​ມາ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ ບັດນີ້ ພວກ​ຫົວ​ຮຸນ​ແຮງຄວບຄຸມ​ໄດ້​ພຽງ​ແຕ່ ໜຶ່ງ​ສ່ວນ​ສີ່​ຂອງ​ເຂດ​ພາກ​ເໜືອ​ຊີ​ເຣຍ ​ແລະ​ທ່ານ “ໝັ້ນ​ໃຈ​ວ່າກຳລັງແຮ​ງຂອງພວກເຮົາ​ຈະ​ເພີ້​ມຂື້ນ.”

ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ກຳລັງມາເຖິງ ທຳນຽບ Versailles ເພື່ອກ່າວຄຳປາໄສ.
ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ກຳລັງມາເຖິງ ທຳນຽບ Versailles ເພື່ອກ່າວຄຳປາໄສ.

ປະທານາທິບໍດີ Hollande ​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ໂຈມ​ຕີ ພວກ​ຫົວ​ຮຸນ​ແຮງ ປາດ​ສະ​ຈາກ​ຄວາມ​ປານີ​ໃດໆ ຢູ່ໃນ​ຊີ​ເຣຍ ບ່ອນທີ່​ທ່ານ​ກ່າວ​ວ່າ ການ​ໂຈມຕີ​ໃນ​ນະຄອນຫລວງ​ປາ​ຣີແມ່ນ​ໄດ້​ຖືກ​ວາງ​ແຜນໄວ້.

Frnace Shooting
please wait
Embed

No media source currently available

0:00 0:02:07 0:00

XS
SM
MD
LG