ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝຣັ່ງ ຈັບແມ່ຍິງ ຫົວຮຸນແຮງ 3 ຄົນ ພົວພັນກັບ ການໂຈມຕີ ທີ່ອາດມີຂຶ້ນ


ຕຳຫຼວດຝຣັ່ງ ທີ່ເຂົ້າຮ່ວມການກວດຄົ້ນ ທີ່ຄຸ້ມ Boussy-Saint-Antoine ໃກ້ນະຄອນຫຼວງປາຣີ ປະເທດຝຣັ່ງ. (8 ກັນຍາ 2016)​
ຕຳຫຼວດຝຣັ່ງ ທີ່ເຂົ້າຮ່ວມການກວດຄົ້ນ ທີ່ຄຸ້ມ Boussy-Saint-Antoine ໃກ້ນະຄອນຫຼວງປາຣີ ປະເທດຝຣັ່ງ. (8 ກັນຍາ 2016)​

ຕຳຫຼວດຝຣັ່ງ​ ໄດ້​ຈັບ​ຜູ້​ຕ້ອງ​ສົງ​ໄສ​ແມ່ຍິງ 3 ຄົນທີ່​ຖືກ​ກ່າວ​ຫາ​ວ່າ ມີ​ສ່ວນພົວ ພັນ​ໃນ​ການ ວາງ​ແຜນ​ໂຈມ​ຕີ ດ້ວຍ​ລົດ​ລະ​ເບີດ​ທີ່​ມີ​ຖັງ​ແກັສ 6 ຖັງ ທີ່​ຖືກ​ຄົ້ນພົບ​ໃນ​ອາທິດ​ນີ້ຢູ່​ນະຄອນ ຫລວງ​ປາຣີ.

ລັດຖະມົນຕີ​ກະຊວງ​ພາຍ​ໃນ ທ່ານ Bernard Cazeneuve ກ່າວ​ວ່າ ​ແມ່ຍິງ​ທັງ 3 ທີ່​ມີ ອາຍຸ​ລະຫວ່າງ 19 ຫາ 39 ປີ ​“ແມ່ນ​ພວກ​ຫົວ​ຮຸນ​ແຮງ​ຈັດທີ່​ກະກຽມ ກໍ່​ຄວາມ​ຮຸນ​ແຮງ​ຄັ້ງ​ໃໝ່ແລະ​ຈະ​ມີ​ຂຶ້ນ​ໃນ​ໄວໆ​ນີ້.”

ການ​ຈັບ​ກຸມ​ດັ່ງກ່າວ ແມ່ນ​ຜົນ​ຂອງ​ການ​ສືບສວນ ກ່ຽວ​ກັບ​ລົດ​ຄັນ​ນຶ່ງ ທີ່​ບັນຈຸ​ຖັງ​ແກັສ 6 ຖັງ ຊຶ່ງ​ໄດ້​ຖືກພົບ​ເຫັນ​ໃກ້​ໆ​ພະ​ວິຫານ Notre Dame ​ໃນ​ນະຄອນປາຣີ ​ເມື່ອ​ຕົ້ນອາທິດ​ນີ້. ​ເຈົ້າຂອງ​ລົດ​ແມ່ນ​ພໍ່​ຂອງແມ່ຍິງ​ຄົນ​ນຶ່ງ ​ໃນ​ຈຳນວນ​ຜູ້ຕ້ອງ​ສົງ​ໄສ​ທັງ​ສາມ.

ມີ​ແມ່ຍິງ​ຄົນ​ນຶ່ງ​ໄດ້​ຖືກ​ຍິງ ​ໃນ​ລະຫວ່າງ​ການ​ຈັບ​ກຸມ ​ແລະ​ຕຳຫຼວດຜູ້​ນຶ່ງ ​ກໍ​ຖືກ​ແທງ.

ນັບ​ແຕ່​ຕົ້ນປີ 2015 ​ເປັນຕົ້ນມາ ມີ​ຫລາຍ​ກວ່າ 200 ຄົນ ​ໄດ້​ເສຍ​ຊີວິດຍ້ອນ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ຢູ່​ທີ່​ປະເທດ​ຝຣັ່ງ. ​ທ່ານ Cazeneuve ກ່າວວ່າ ໃນ​ປີນີ້​ມີ​ຜູ້​ຖືກ​ຈັບ ແລ້ວ 260 ຄົນ ທີ່​ພົວພັນ​ກັບ​ກິ​ດຈະ​ການ​ກໍ່​ການ​ຮ້າຍ​ຢູ່​ທີ່ປະ​ເທດ​ຝຣັ່ງ.

ພະນັກງານ​ຄົນ​ນຶ່ງ ​ຂອງຮ້ານ​ກິນ​ດື່ມ​ທີ່​ຕັ້ງຢູ່​ໃກ້ໆ​ພະ​ວິຫານ Notre Dame ​ໄດ້​ແຈ້ງ​ໃຫ້​ເຈົ້າໜ້າ​ທີ່ຊາບ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາຍ້ອນ​ສັງ​ເກດ​ເຫັນ​ຖັງ​ແກັສ ຢູ່​ບ່ອນນັ່ງ​ທາງ​ຫລັງ​ ຂອງ​ລົດທີ່​ຈອດ​ຖິ້ມ​ໄວ້. ລົດ​ຄັນນີ້ບໍ່​ມີ​ປ້າຍ​ທະບຽນແລະໄຟ​ເຕືອນ​ໄດ້ເປີດ​ໄວ້.

​ເຖິງ​ແມ່ນ​ວ່າ​ຖັງ​ແກັສທີ່ຢູ່​ບ່ອນ​ນັ່ງທາງ​ຫລັງ​ຂອງ​ລົດ​ເປັນ​ຖັງ​ເປົ່າ​ກໍ​ຈິງ ຖັງ​ແກັສອີກ 5 ຖັງ​ທີ່ຢູ່​ບ່ອນ​ເກັບ​ເຄື່ອງກົ້ນລົດ​ແມ່ນ​ມີ​ແກັສ​ເຕັມ​ ພ້ອມ​ກັບ​ຖັງ​ນ້ຳມັນກາຊວນ​ອີກ 3 ຖັງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

France Arrests
please wait
Embed

No media source currently available

0:00 0:01:10 0:00

XS
SM
MD
LG