ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຝຣັ່ງ ຈັບຜູ້ຕ້ອງສົງໄສ ທີ່ວາງແຜນ ໂຈມຕີໂບດ ຢູ່ປາຣີ


ນາຍົກລັດຖະມົນຕີຝຣັ່ງ ທ່ານ Manuel Valls (ຊ້າຍ) ແລະລັດຖະມົນຕີກະຊວງພາຍໃນ ທ່ານ Bernard Cazeneuve.
ນາຍົກລັດຖະມົນຕີຝຣັ່ງ ທ່ານ Manuel Valls (ຊ້າຍ) ແລະລັດຖະມົນຕີກະຊວງພາຍໃນ ທ່ານ Bernard Cazeneuve.

ບັນດາ​ເຈົ້າ​ໜ້າ​ທີ່​ຝຣັ່ງ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຈັບ ຜູ້ນັບຖືສາສະ
ໜາອິສລາມຫົວ​ຮຸນ​ແຮງ​ຈັດ​ຄົນ​ນຶ່ງທີ່​ຕິດ​ອາວຸດເຕັມອັດຕາ
​ແລະ​ສົງ​ໄສ​ວ່າ ພວມວາງ​ແຜນ​ໂຈມ​ຕີ​ໂບດແຫ່ງ​ນຶ່ງ ຫລື​ຫລາຍ
ກວ່າ​ນັ້ນ.

ຕຳຫລວດ​ກ່າວ​ໃນ​ວັນ​ພຸດ​ມື້​ນີ້ວ່າ ​ເຂົາ​ເຈົ້າ​ໄດ້​ນຳ​ໂຕນັກສຶກສາ
​ຝ່າຍ​ວິທະຍາສາດ ດ້ານຄອມ​ພິວ​ເຕີ​ຄົນ​ນຶ່ງ ​ເຂົ້າ​ມາ​ກັກ​ຂັງ​ຢູ່​ໃນ​
ນະຄອນ​ປາຣີ ຫລັງ​ຈາກ​ລາວ​ໄດ້​ໂທ ລະສັບ​ຮ້ອງ​ຂໍ​ ການ​ຊ່ວຍ​
ເຫລືອ​ສຸກ​ເສີນ ​ເພື່ອ​ປິ່ນປົວ​ບາດ​ເຈັບ​ຈາກ​ການ​ຖືກ​ຍິງ.

​ເຈົ້າ​ໜ້າ​ທີ່ກະຊວງ​ພາຍ​ໃນຄົນ​ນຶ່ງກ່າວ​ວ່າ ຜູ້​ຊາຍ​ຄົນ​ດັ່ງກ່າວນີ້
ຖືສັນຊາດອາລຈີ​ເຣຍ ທີ່​ໄດ້​ສະ​ສົມ​ອາວຸດ ​ແລະ​ເສື້ອ​ກັນ​ກະ​ສຸນ​ຢູ່​ໃນ​ເຮືອນ​ຂອງ​ລາວ ພ້ອມ ​ດ້ວຍ​ເອກ​ກະສາ​ນທີ່​ສະແດງໃຫ້​ຮູ້​ວ່າ ລາວ​ໄດ້​ວາງ​ແຜນໂຈມ​ຕີ​ໂບດ​ ຢ່າງ​ໜ້ອຍແຫ່ງ​ນຶ່ງ​ຫລື ​ຫລາຍ​ກວ່າ​ນັ້ນ. ເຈົ້າໜ້າທີ່​ພົບ​ເຫັນ​ວ່າ ລາວນັບຖືສາສະໜາ​ອິສລາມຫົວຮຸນ​ແຮງ ແຕ່​ບໍ່​ມີ​ ຫລັກ​ຖານ​ທີ່ສະແດງ​ວ່າ ຜູ້ກ່ຽວ​ພົວພັນ​ກັບ​ກຸ່ມ​ກໍ່​ການ​ຮ້າຍ​ກຸ່ມ​ໃດ​ກຸ່ມ​ນຶ່ງ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລາວ​ໄດ້ໂທລະ​ສັບຮ້ອງຂໍການ​ຊ່ວຍ​ເຫລືອສຸກ​ເສີນ ຫລັງ​ຈາກ​
ເກີດ​ອຸປະຕິ​ເຫດ​ຍິງ​ຕົນ​ເອງ.

ຝຣັ່ງ ​ໄດ້​ເພີ້​ມການ​ປະຕິບັດງານ​ຮັກສາ​ຄວາມ​ປອດ​ໄພ ນັບ​ຕັ້ງ​ແຕ່​ຕົ້ນ​ເດືອນ​ມັງກອນ ເປັນ
ຕົ້ນມາ ​ເວລາພວກ​ຫົວ​ຮຸນ​ແຮງ​ອິສລາ​ມ​ເປີດ​ສາກ​ຍິງ​ໂຈມຕີ​ຫ້ອງ ການນິຕະ​ຍະ​ສານກາ​ຕູນ
Charlie Hebbo ​ແລະເລີ້ມ​ຍິງສັງຫານ​ຢ່າງ​ບໍ່​ເລືອກ​ໜ້າ​ເປັນ​ເວລາ​ສາມ​ມື້ທີ່ເຮັດ​ໃຫ້ 20 ຄົນ ເສຍ​ຊີວິດ.

XS
SM
MD
LG