ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

15 ຄົນ ເສຍຊີວິດ ຍ້ອນ ເຫດລະເບີດແຕກ ຢູ່ໄນຈີເຣຍ


ແຜນທີ່ ປະເທດໄນຈີເຣຍ.
ແຜນທີ່ ປະເທດໄນຈີເຣຍ.

ບັນດາ​ເຈົ້າ​ໜ້າ​ທີ່ໄນ​ຈີ​ເຣຍ ກ່າວ​ວ່າ 15 ຄົນ​ໄດ້​ເສຍ​ຊີວິດ ​ແລະ
41 ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາກເຫດ​ລະ​ເບີດ​ແຕກ ຢູ່​ໃນ​ສອງ​ແຫ່ງ
​ໃກ້​ກັບ​ນະ​ຄອນ​ຫລວງ Abuja.

ເຫດລະ​ເບີດໃນຕອນ​ກາງຄືນວັນ​ສຸກ​ວານ​ນີ້ ​ເກີດຂຶ້ນໃນ​ເມືອງ
Nyanya ແລະ ເມືອງ Kuje ຊຶ່ງ​ເປັນ​ເມືອງທີ່ຕັ້ງຢູ່ອ້ອມແອ້ມ​
ນະຄອນຫຼວງ Abuja.

ຍັງ​ບໍ່​ມີ​ກຸ່ມ​ໃດ ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ທັນທີ ກ່ຽວກັບ
ເຫດລະ​ເບີດ​ແຕກ ແຕ່​ວ່າການ​ໂຈມ​ຕີນີ້ແມ່ນມີລັກສະນະແບບ
ດຽວກັບການໂຈມຕີອື່ນໆຂອງພວກ ​ຫົວ​ຮຸນ​ແຮງຈັດ Boko Haram.

ການ​ໂຈມ​ຕີທັງສອງ ​ໄດ້​ເກີ​ດຂື້ນ​ນຶ່ງ​ມື້​ຫລັງ​ຈາກຜູ້​ສະລະ​ຊີບ​ສີ່​ຄົນ​ ໄດ້ບີບຄະນວນ​ລະ​
ເບີດ​ໃຫ້ແຕກຂຶ້ນ ຢູ່​ໃນເມືອງ Maiduguri ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 14 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ອີກ 39 ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາ​ກການ​ໂຈມ​ຕີ​ທັງສີ່ໃນ ​ຕອນ​
ແລງ​ວັນ​ພະຫັດຜ່ານມານີ້.

​ໂຄສົກ​ກອງທັບ​ຄົນ​ນຶ່ງກ່າວ​ວ່າ ການ​ໂຈມ​ຕີ​ເກີດ​ຂື້ນ​ໃກ້​ກັບບ່ອນຂ້າມທາງລົດ​ໄຟ Ajilari
​ໃນ​ເມືອງ Maiduguri ເມືອງເອກ​ຂອງ​ລັດ Borno. ທ່ານ​ໄດ້​ຖິ້ມໂທດ​ການ​ໂຈມ​ຕີ​ໃສ່ພວກ
Boko Haram. ຍັງບໍ່​ມີ​ໃຜ​ອ້າງ​ເອົາ​ຄວາມ​ຮັບຜິດຊອບຕໍ່​ເຫດ​ລະ​ເບີດເຫຼົ່ານີ້.

​ເມືອງ Maiduguri ​ໄດ້​ຕົກເປັນ​ເປົ້າ​ໝາຍ ໃນ​ການ​ໂຈມ​ຕີຂອງພວກ Boko Haram
ເລື້ອຍໆ. ​ໃນ​ວັນ​ທີ 20 ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາເກືອບ​ 100 ຄົນ​ໄດ້​ຖືກ​ສັງຫານ​ໃນການ
​ວາງ​ລະ​ເບີດ​ທີ່ມີການປະສານງານ​ກັນ ທີ່​ສົງ​ໄສ​ວ່າ​ເປັນ​ການ​ປະຕິ​ບັດ​ງານ​ຂອງ​ພວກ​
ຫົວ​ຮຸນ​ແຮງ​ຈັດ​ອິສລາມກຸ່ມນີ້.

Nigeria Blasts
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG