ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມື​ລະ​ເບີດ​ ສະຫຼະ​ຊີບ​ ແມ່ຍິງ 4 ຄົນ​ຖືກ​ ຂ້າ​ຕາຍ​ໃນ ​ໄນ​ຈີ​ເຣຍ


​ແຜນ​ທີ່​ສະ​ແດງ​ໃຫ້​ເຫັນ​ເມືອງ Maiduguri, ​ໄນ​ຈີ​ເຣຍ.
​ແຜນ​ທີ່​ສະ​ແດງ​ໃຫ້​ເຫັນ​ເມືອງ Maiduguri, ​ໄນ​ຈີ​ເຣຍ.

ມື​ລະ​ເບີດ​ສະຫຼະຊີ​ບ​ແມ່ຍິງ 4 ຄົນ​ໄດ້​ລະ​ເບີດ​ຕົນ​ເອງ​ຢູ່​ໃກ້ໆກັບ​ເມືອງ ​Maiduguri ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ ​ໄນ​ຈີ​ເຣຍ ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວໃນ​ວັນ​ເສົາ​ວານ​ນີ້, ​ຫຼັງ​ຈາກເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ໄດ້​ທ້າ​ທາຍ​ພວກ​ເຂົາ ​ແລະ ພະຍາຍາມ​ທີ່​ຈະ​ດຳ​ເນີນ​ການ​ຄົ້ນ​ຕົວ.

​ບັນດາ​ເຈົ້າ​ໜ້າ​ທີ່​ ​ໄນ​ຈີ​ເຣຍ ​ໄດ້​ກ່າວ​ວ່າ ມື​ລະ​ເບີ​ດຄົນທີ 5 ​ໄດ້​ຖືກ​ຂ້າ​ຕາຍ ​ແລະ ປະຊາຊົນ​ຄົນ​ອື່ນໆ​ອີກ 10 ຄົນແມ່ນໄດ້​ຮັບ​ບາດ​ເຈັບ​ໂດຍ​ແຮງລະ​ເບີດ, ​ເຊິ່ງ​ໄດ້​ປະກົດ​ວ່າ​ເປັນ​ສາຍການ​ໂຈມ​ຕີ​ຄັ້ງ​ຫຼ້າ​ສຸດ​ໂດຍ​ກຸ່ມ​ຫົວ​ຮຸນ​ແຮງ​ອິສລາມ ​ໂບ​ໂກ ຮາຣາມ.

ມື​ລະ​ເບີດ​ສະຫຼະ​ຊີບ​ ​ໂບ​ໂກ ຮາຣາມ ຫຼາຍ​ຄົນ​ໄດ້​ຂ້າ 42 ຄົນ​ໃນ​ການ​ໂຈມ​ຕີ​ທີ່​ວັດ​ອິສລາມ​ ໃນ​ວັນ​ສຸກ​ທີ່​ຜ່ານ​ມາທີ່​ເມືອງ Maiduguri, ​ເຊິ່ງ​ເປັນ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ ​ໄນ​ຈີ​ເຣຍ, ​ແລະ ​ໃນ​ເມືອງ Yola, ປະມານ 400 ກິ​ໂລ​ແມັດ​ຫາ​ພາກ​ໃຕ້​ຂອງ​ປະ​ເທດ.

​ໂຄສົກສຳລັບ ອົງການ​ຄວບ​ຄຸມ​ເຫດການ​ສຸກ​ເສີນ​ຂອງ ລັດຖະບານ ທ່ານ Sani Datti ​ໄດ້​ກ່າວ​ວ່າ ຜູ້​ທີ່ພະຍາຍາມ​ທຳ​ການ​ໂຈມ​ຕີ​ໄດ້​ຖືກ​ສະກັດ​ກັ້ນ​ໄວ້​ກ່ອນ​ ໂດຍ​ສະມາຊິກ​ຂອງ ກຳລັງ​ທະຫານ​ ​ແລະ ພົນລະເຣືອນ​ຮ່ວມ​ກັນ ໄດ້​ທຳພາລະ​ກິດ​ດ້ວຍ​ການ​ພະຍາຍາມ​ກີດ​ກັ້ນ​ພວກ​ນັກ​ໂຈມ​ຕີ ​ໂບ​ໂກ ຮາຣາມ.

​ໃນ​ຖະ​ແຫຼ​ງການ​ລັດຖະບານ​ສະ​ບັບໜຶ່ງ​ໄດ້​ກ່າວ​ວ່າ ​ເຫດການ​ດັ່ງ​ກ່າວ​ໄດ້​ເກີດ​ຂຶ້ນ​ເມື່ອ​ແມ່ຍິງ​ຫຼາຍ​ຄົນ​ ໄດ້​ພະຍາຍາມ​ທີ່​ຈະ​ເຂົ້າ​ໄປໃນ​ເຂດ​ Dala Ajheri ຂອງ​ເມືອງ Maiduguri.

​ໂຄສົກ Sani Datti ​ໄດ້​ກ່າວ​ວ່າ “​ມື​ລະ​ເບີດ​ສະຫຼະ​ຊີບ​ແມ່ຍິງ​ 3 ຄົນ ​ໄດ້ບີບ​ຂະ​ນວນ​ລະເບີດ​ຢູ່​ໃນ​ຕົນຕົວຂອງ​ພວກ​ເຂົາ​ໃນ​ທັນ​ທີ.” “ຄົນທີ 4 ​ໄດ້ຖືກສະກັດ​ໄວ້ແຕ່​ຕໍ່​ມາ​ກໍ​ໄດ້​ເສຍຊີວິດ.”

ທະຫານ​ຂອງ ​ໄນ​ຈີ​ເຣຍ ​ໄດ້​ອ້າງ​ເອົາ​ຄວາມ​ສຳ​ເລັດ​ເໜືອ​ພວກ ​Jihad ໂບ​ໂກ ຮາຣາມ, ​ແຕ່​ວ່າການ​ໂຈມ​ຕີ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ນັ້ນ​ ໄດ້ຂ້າ​ປະຊາຊົນ​ຫຼາຍ​ຮ້ອຍ​ຄົນ​ເມື່ອບໍ່ຫຼາຍສັບປະດາ​ແລະ ຫຼາຍໆ​ເດືອນ ຜ່ານ​ມາ

XS
SM
MD
LG