ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວທິເບດ 4 ຄົນ ເຜົາຕົວຕາຍ ໃນສອງສາມວັນ ຜ່ານມານີ້


ແຜນທີ່ ທີ່ຊາວທິເບດ ເຜົາຕົວຕາຍ ມາຈົນຮອດວັນທີ 26 ພະຈິກ 2012
ແຜນທີ່ ທີ່ຊາວທິເບດ ເຜົາຕົວຕາຍ ມາຈົນຮອດວັນທີ 26 ພະຈິກ 2012
ຊາວ​ທິ​ເບ​ດສີ່​ຄົນພາກັນ​ຈູດ​ໄຟເຜົາ​ຕົ​ວ​ເອງ ​ໃນພາກ​ຕາ​ເວັນ
​ຕົກ​ຂອງ​ຈີນ ​ໃນ​ສອງ​ວັນ​ທີ່​ຜ່ານ​ມາ​ ​ໃນ​ຂະນະ​ທີ່ ນັກຮຽນ​
ທິ​ເບ​ດຄົນ​ນຶ່ງ ທໍາ​ການ​ປະ​ທ້ວງຕໍ່​ຕ້ານລັດຖະບານ​ປັກ​ກິ່ງ ​ໄດ້​
ຖືກເຈົ້າ​ໜ້າທີ່​ຮັກສາ​ຄວາມ​ປອດ​ໄພ​ເຂົ້າປາບ​ປາມທັບມ້າງ.


ລາຍ​ງານ​ຂອງວີ​ໂອ​ເອ ພະ​ແນ​ກພາສາທິ​ເບ​ດ ກ່າວ​ວ່າ ຜູ້​ຊາຍ​ສາມ​ຄົນ ພາກັນຈູດເຜົາ​ຕົວ​ເອງ​ ​ໃນ​ວັນ​ຈັນ​ວານ​ນີ້ ​ແລະແມ່​ຊີ​ອີກ​ຄົນ​ນຶ່ງ ໄດ້​ເສຍ​ຊີວິດ ຫລັງ​ຈາກຈູດເຜົາ​ຕົວ​ເອງໃນ​ວັນ​ອາທິດຜ່ານ​ມາ.

ທ້າວ Wangyal ຊາວ​ທິ​ເບ​ດ ອາຍຸ 20 ປີ ​ເຜົາ​ຕົວ​ເອງຕາຍທີ່​ແຂ​ວງ​ສີສວນ. ມີ​ລາຍ​ງານ​ວ່າ ລາວ​ ຮ້ອງ​ສຽງ​ດັງ ໃຫ້ ອົງ​ດາ​ໄລລາ​ມະ ກັບ​ຄືນ​ສູ່​ທິ​ເບ​ດ ​ແລະ​ໃຫ້​ຊາວ​ທິ​ເບ​ດມີ​ສິດ​ເສລີພາບ. ​ແຫ​ລ່ງຂ່າວ​ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ​ໄດ້ໄປ​ເຖິງ​ທີ່​ເກີດ​ເຫດ​ໃນ​ວັນ​ຈັນ ​ໂດຍ ທັນທີ ​ແລະ​ໄດ້​ຍ້າຍສົບ​ຂອງ ທ້າວ Wangyal ທີ່​ຖືກເຜົາໄໝ້ນັ້ນ ໜີ​ໄປ.

ຜູ້​ຊາຍ​ອີກ​ຄົນ​ນຶ່ງ ອາຍຸ 24 ປີ ຊື່ທ້າວ Gonpo Tsering ​ໄດ້​ເຜົາ​ຕົວ​ເອງ​ຕາຍ ຢູ່​ຕໍ່ໜ້າ​ວັດ ທີ່​ແຂວງ Gansu ​ໃນ​ວັນ​ຈັນ​ວານ​ນີ້. ລາວ​ກໍ​ໄດ້​ຮ້ອງຄຳ​ຂວັນ​ຂຶ້ນຄື​ກັນ ໃຫ້ ທິ​ເບ​ດ ໄດ້​ຮັບ​ເສຣີພາບ.

ຜູ້​ຊາ​ຍຄົນ​ທີ່ສາມ ອາຍຸ 18 ປີ ຊື່ທ້າວ Kunchock Tsering ​ໄດ້​ເສຍ​ຊີວິດ​ເຊັ່ນດຽວ​ກັນ ຫລັງຈາກ​ໄດ້​ເຜົາ​ຕົວ​ເອງ​ທີ່​ແຂວງ Gansu.

​ແມ່​ຊີ Sangay Dolma ຊຶ່ງ​ເປັນ​ແມ່​ຊີ​ທີ່​ວັດ Sangag Mindrol Dhargeyling ​ໄດ້ເສຍ​ຊີວິດ​ຫລັງ​ຈາກ ​ເພິ່ນໄດ້​ເຜົາ​ຕົວ​ເອງ​ມື້​ນຶ່ງ​ກ່ອນ​ນັ້ນ ຢູ່​ຕໍ່ໜ້າ​ຫ້ອງການ​ລັດຖະບານ ທີ່ແຂວງ Quinghai.

ໃນ​ອີກ​ດ້ານ​ນຶ່ງ​ນັ້ນ ບັນດາ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຈີນ ໃນ​ວັນ​ຈັນ ວານ​ນີ້ໄດ້​ທັບມ້າງ
ການ​ເດີນ​ປະ​ທ້ວງ ​ໂດຍ​ນັກຮຽນ​ທິ​ເບ​ດຫລາຍ​ພັນ​ຄົນ ທີ່​ແຂວງ Quinghai ​ເຮັ​ດ​ໃຫ້ພວກ​ນັກຮຽນ​ຈໍານວນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບ​ໜັກ. ພວກ​ປະ​ທ້ວງ​ພາກ​ກັນ​ຮ້ອງຄຳ​ຂວັນ ທວງໃຫ້​ມີສິດທິ​ໃຊ້ພາສາ​ເທົ່າ​ທຽ​ມກັນ ​ແລະ​ໃຫ້​ໄດ້​ຮັບເສຣີພາບ.
XS
SM
MD
LG