ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

4 ຄົນ ເສຍຊີວິດ ຍ້ອນການໂຈມຕີ ສະຫຼະຊີບ ໃນປະເທດ ມາລີ (ວີດີໂອ)


ແຜນທີ່ປະເທດມາລີ ທະວີບອາຟຣິກາ
ແຜນທີ່ປະເທດມາລີ ທະວີບອາຟຣິກາ
ການ​ໂຈມ​ຕີ​ດ້ວຍລະ​ເບີດ​ສະຫຼະຊີບ​ ​ຢູ່​ເຂດ​ພາ​ກ​ເໜືອ​ຂອງ​ປະ​ເທດ​ມາລີ​ໄດ້​ສັງຫານ​ຢ່າງ​ໜ້ອຍສີ່​ຄົນ ​ແລະ​ບາດ​ເຈັບ​ອີກຫຼາຍຄົນ.

ທາງ​ການ​ມາລີ​ເວົ້າ​ວ່າ ລະ​ເ​ບີ​ດທີ່​ຫ້າງ​ໃສ່ລົດ​ຄັນ​ນຶ່ງ ​ໄດ້​ແຕກ​ຂຶ້ນ​ເມື່ອ​ວັນ​ເສົາ​ວານ​ນີ້ ຢູ່​ໃກ້​ຄ້າຍ​ທະຫານ​ ທີ່​ເມືອງ Timbutku ຊຶ່ງ​ໄດ້​ສັງຫານ​ຜູ້​ຢູ່​ໃນ​ລົດທັງ​ສອງ​ຄົນ ​ແລະ​ພົນລະ​ເຮືອນ​ສອງ​ຄົນ​ທີ່ຢູ່​ໃກ້​ບ່ອນ​ເກີດ​ເຫດ​ນັ້ນ.

ການ​ໂຈມ​ຕີ​ດັ່ງກ່າວ ມີ​ຂຶ້ນຫຼັງຈາກ​ການປະ​ກາດ ​ໃນ​ວັນ​ພະ​ຫັດ​ຜ່ານ​ມານີ້ ທີ່​ກຸ່ມ​ກະບົດ​ແບ່ງ​ແຍກ​ດິນແດນ Tuareg ​ໄດ້ຖອນຕົວອອກ​ຈາກ​ການ​ເຈລະຈາ​ສັນຕິພາບ ກັບ​ຝ່າຍ​ລັດຖະບານ.

ທ່ານ Ibrahim Boubacar Keita ປະທານາທິບໍດີ​ຄົນ​ໃໝ່​ຂອງ​ມາລີ ທີ່ ​ເຂົ້າດໍາລົງ​ຕໍາແໜ່​ງ​ເມື່ອ​ເດືອນ​ສິງຫາ​ຜ່ານ​ມາ​ນີ້ ​ໄດ້​ເວົ້າ​ໄວ້​ວ່າ ການ​ຟື້ນຟູ​ສັນ​ຕິ​ພາ​ບ ​ແລະ​ຄວາມ​ໝັ້ນຄົງໃນ​ມາລີ​ນັ້ນ ​ແມ່ນເປັນບຸລິມະ​ສິດສໍາຄັນ​ສຸດ​ຂອງທ່ານ.

Mali Violence
please wait
Embed

No media source currently available

0:00 0:00:27 0:00
XS
SM
MD
LG