ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກ​ປະ​ທ້ວງ ​ຕໍ່ຕ້ານ ​ລັດຖະບານ 4 ຄົນ ຖືກ​ຂ້າ​ຕາຍ ໃນບັງກລາແດັສ


ອະດີດ​ນາຍົກລັດຖະມົນຕີ ບັງກລາແດັສ ທ່ານນາງ Khaleda Zia ຖືທຸງດຳ ໃນຂະນະທີ່ຢືນຢູ່ໜ້າຫ້ອງການຂອງທ່ານນາງ ໃນນະຄອນຫລວງດາກາ ປະເທດ ບັງກລາແດັສ, ວັນທີ 5 ມັງກອນ 2015.
ອະດີດ​ນາຍົກລັດຖະມົນຕີ ບັງກລາແດັສ ທ່ານນາງ Khaleda Zia ຖືທຸງດຳ ໃນຂະນະທີ່ຢືນຢູ່ໜ້າຫ້ອງການຂອງທ່ານນາງ ໃນນະຄອນຫລວງດາກາ ປະເທດ ບັງກລາແດັສ, ວັນທີ 5 ມັງກອນ 2015.

ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ 4 ຄົນ ຖືກ​ຂ້າ​ຕາຍ ​ໃນ​ວັນ​ຈັນ
​ມື້ວານ​ນີ້ ຢູ່​ໃນ​ປະ​ເທດ Bangladesh ​ໃນ​ການປະ​ທະ​ກັນ​ກັບ
ກອງ​ກຳລັງ​ຮັກສາ​ຄວາມ​ສະຫງົບ ຊຶ່ງ​ເປັນ​ວັນ​ຄົບຮອບຄັ້ງທຳ​ອິດ
ຂອງ​ການ​ເລືອກ​ຕັ້ງຄືນ​ໃໝ່​ ຂອງ​ນາຍົກລັດຖະມົນຕີ ທ່ານນາງ
Sheikh Hasina ທີ່​ຖືກ​ໂຕ້​ຖຽງ​ກັນນັ້ນ.

ມີ​ການ​ປະທ້ວງ​ລະ​ເບີດ​ຂຶ້ນ ຢູ່​ຕາມ​ທ້ອງ​ຖະໜົນ ​ໃນ​ສອງ​ສາມ​
ເມືອງ ​ໂດຍ​ມີ​ພວກ​ປະ​ທ້ວງ​ຈຳນວນ​ນຶ່ງ ໂຍນກ້ອນ​ຫິນ ​ໃສ່
​ຕຳຫລວດ ຜູ້​ທີ່​ເປີດ​ສາກ​ຍິງ ​ແລະ​ໃຊ້​ແກັສນ້ຳຕາ ​ແລະ ລູກປືນ​
ຢາງ ​ເພື່ອຂັບໄລ່ ​ພວກ​ເດີນ​ຂະ​ບວນປະ​ທ້ວງ. ຫຼັງຈາກ​ຄວາມ​
ຮຸນ​ແຮງ​ເມື່ອ​ຕອນ​ເຊົ້າ ​ໃນ​ນະຄອນ​ຫລວງ Dhaka ຂອງ Bangladesh ຢຸດ​ລົງ ຖະໜົນ​
ສາຍ​ຕ່າງໆ ​ແມ່ນເກືອບ​ວ່າງ​ເປົ່າ ​ຍ້ອນ​ວ່າ​ບັນດາເຈົ້າໜ້າ​ທີ່ ​ໄດ້​ຕັດ​ການ​ໃຫ້​ບໍລິການຂອງ​
ລົດ​ເມ ລົດ​ໄຟ ​ແລະ ​ເຮືອ​ຂ້າມ​ຟາກ ​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ.

BANGLADESH UNREST VIDEO
please wait

No media source currently available

0:00 0:00:57 0:00


ຢູ່​ໃນ​ຄຳ​ຖະ​ແຫລ​ງການຕໍ່​ປະ​ເທດ​ຊາດ ​ທີ່​ຖ່າຍ​ທອດອອກ​ທາງ​ໂທລະພາບ ທ່ານ​ນາງ
Hasina ຖິ້ມ​ໂທດ​ໃສ່​ຜູ້ນຳຝ່າຍ​ຄ້ານ ອະດີດ​ນາຍົກລັດຖະມົນຕີ Khaleda Zia
ສຳ​ຫລັບ​ຄວາມ​ຮຸນ​ແຮງ​ທີ່ເກີດ​ຂຶ້ນ. ຜູ້ນຳ​ Bangladesh ຮຽກຮ້ອງໄປ​ຍັງ ທ່ານນາງ Zia
ວ່າ “​ໃຫ້​ຍຸດຕິ ​ການໂຈມຕີດ້ວຍ​ລະ​ເບີດ ​ແລະ​ລະ​ເບີດມື​ເຫຼົ່ານີ້ ການ​ກະທຳ​ທີ່​ກໍ່​
ວິນາດສະກຳ ​ແລະ​ການ​ເຂັ່ນຂ້າ ຕະຫລອດທັງການວາງ​ເພີງ ​ແລະ​ ການທຳລາຍ
ຊັບ​ສົມບັດ​ ນັ້ນ​ເສຍ.”

DHAKA PROTEST SCENES VIDEO
please wait

No media source currently available

0:00 0:03:15 0:00

XS
SM
MD
LG