ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີຢ່າງ​ນ້ອຍ 4 ຄົນ ບາດ​ເຈັບ ​ໃນ​ເຫດ​ລະ​ເບີ​ດ ​ເທິງ​ລົດ​ເມ ​ຢູ່ ອີ​ຈິບ (ວີ​ດີ​ໂອ)


EGYPT
please wait
Embed

No media source currently available

0:00 0:00:38 0:00

​ເຫດ​ລະ​ເບີດເທິງ​ລົດ​ເມ

ເຫດລະ​ເບີດ​ບັ້ນ​ນຶ່ງ ໄດ້​ເຮັດ​ໃຫ້​ຢ່າງ​ນ້ອຍ 4 ຄົນ ບາດ​ເຈັບ
ຢູ່​ເທິງ​ລົດ​ເມສາ​ທາ​ລະນະ​ໃນ​ນະຄອນຫລວງໄຄ​ໂຣ ຂອງ​
ປະ​ເທດ​ອີ​ຈິບ.

ພວກ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ຍັງ​ບໍ່​ທັນ​ເປັນ​ທີ່​ຈະແຈ້ງ​ເທື່ອ​ວ່າ​
ແມ່ນ​ຫຍັງ​ເປັນສາ​ເຫດ​ຂອງ​ການ ລະ​ເບີດ​ໃນ​ວັນ​ພະຫັດມື້​ນີ້ ​
ແຕ່​ວ່າ​ກໍ​ເປັນ​ໄປ​ໄດ້​ທີ່​ວ່າ ​ລະ​ເບີດ​ນັ້ນ​ໄດ້​ຫ້າງ​ໄວ້​ຢູ່​ໃກ້ຖະໜົນ​ທີ່​ລົດ​ເມ​ທຽວ​ນັ້ນ.

ພາບ​ວີ​ດີ​ໂອ​ທີ່​ນໍາອອກ​ເຜີຍ​ແຜ່​ທາງ​ໂທລະພາບ ສະ​ແດງ​ໃຫ້​ເຫັນ​ວ່າປ່ອງອ້ຽມ​ຫຼາຍ​ປ່ອງ
ຂອງ​ລົດ​ເມ ແຕກ​ແລະປີວ​ຟົ້ງອອກ.

ເມື່ອ​ວັນ​ອັງຄານ​ຜ່ານ​ມາ​ນີ້ ມີ 15 ຄົນ ເສຍ​ຊີວິດ​ທີ່ເມືອງ Mansoura ໃນ​ເຂດ​ປາກ
ແມ່​ນໍ້າ​ໄນ​ລ໌ ຫຼັງ​ຈາກ​ທີ່​ສໍານັກງານ​ໃຫຍ່​ຂອງ​ຕໍາ​ຫຼວດໄດ້​ຖືກ​ວາງ​ລະ​ເບີດ. ກຸ່ມອິສລາມ
ຫົວ​ຮຸນ​ແຮງທີ່​ມີ​ຖານ​ຢູ່​ໃນ​ເຂດ Sinai ​ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​
ໂຈມ​ຕີ​ຄັ້ງ​ນີ້.

Egypt Declares Muslim Brotherhood a Terrorist Group
please wait

No media source currently available

0:00 0:02:19 0:00
ລິງໂດຍກົງ

ກຸ່ມ Ansar Beit al-Magdis ​ໄດ້​ກ່າວ​ວ່າ ການ​ໂຈມ​ຕີ​ສະລະ​ຊີບ​ດ້ວຍ​ລະ​ເບີດລົດຄັ້ງ​ນັ້ນ​
​ແມ່ນ​ເປັນ​ການ​ໂຕ້​ຕອບ​ຕໍ່​ການ​ກວດ​ລ້າງ ​ພວກ​ຫົວ​ອິສລາມຂອງ​ທາງ​ລັດຖະບານ.

ກຸ່ມ Ansar Beit al-Magdis ​ແມ່ນ​ເຄີຍ​ໄດ້​ປະກາດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​
ໃນ​ການ​ລາງ​ລະ​ເບີດຫລາຍໆ​ຄັ້ງໃນ​ເຂດ Sinai ​ແລະ​ການ​ພະຍາຍາມ​ສັງຫານ
ລັດຖະມົນຕີ​ພາຍ​ໃນ ທ່ານ Mohamed Ibrahim ​ໃນກຸງ ໄຄ​ໂຣ ​ໃນ​ເດືອນກັນຍາ
​ຜ່ານ​ມາ​ນີ້.

​ກຸ່ມພາລາດ​ອນພາບ​ມຸສລິ​ມ ທີ່ຖືກທາງ​ການປະກາດໃຫ້ເປັນ​ກຸ່ມກໍ່​ການ​ຮ້າຍ
ໃນ​ມື້ວານ​ນີ້ ທີ່​ກ່າວ​ປະນາມ ​ການວາງ​ລະ​ເບີດນັ້ນ.
XS
SM
MD
LG