ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຟ້ອງ 4 ຄົນ ໃນຂໍ້ຫາ ວາງແຜນ ສັງຫານ ຊາວອາເມຣິກັນ


ອົງການສັນທິບານກາງ FBI ສູນກາງໃຫຍ່ ໃນກຸງ ວໍຊິງຕັນດີຊີ
ອົງການສັນທິບານກາງ FBI ສູນກາງໃຫຍ່ ໃນກຸງ ວໍຊິງຕັນດີຊີ
ເຈົ້າໜ້າທີ່ສະຫະລັດໄດ້ຟ້ອງຮ້ອງຊາຍ 4 ຄົນໃນຂໍ້ຫາວາງແຜນ
ຄາດຕະກໍາຊາວອາເມຣິກັນ ທີ່ຢູ່ໃນຕ່າງປະເທດ ໂດຍເຂົ້າຮ່ວມ
ສົມທົບກັບສະມາຊິກຂອງກຸ່ມກໍ່ການຮ້າຍ al-Qaida ແລະພວກ
ກະບົດ Taliban.

ອົງການສັນທິບານກາງ FBI ໄດ້ກ່າວໃນວັນຈັນວານນີ້ວ່າ ກຸ່ມດັ່ງ
ກ່າວມານີ້ແມ່ນໄດ້ວາງ ແຜນທີ່ຈະ “ກໍ່ຄວາມຮຸນແຮງ ເພື່ອເຮັດສົງ
ຄາມສັກສິດ” ໂດຍການວາງລະເບີດໃສ່ຄ້າຍ ທະຫານແລະ
ສະຖານທີ່ລາດຊະການອື່ນໆຂອງສະຫະລັດ.

ອົງການ FBI ກ່າວວ່າ ໃນປີ 2010, ທ້າວ Sohiel Omar Kabir
ຜູ້ທີ່ໄດ້ປ່ຽນສັນຊາດຈາກອັຟການີສຖານມາເປັນອາເມຣິກັນນັ້ນ
ໄດ້ເເນະນໍາຊາຍ 2 ຄົນ ໃຫ້ນັກສອນສາສະໜາອີສລາມຫົວຮຸນ
ແຮງ Anwar al-Awlaki ຜູ້ທີ່ຖືກສັງຫານໃນປີກາຍນີ້ ໂດຍເຮືອບິນບໍ່ມີຄົນຂັບຂອງສະຫະ
ລັດໃນເຢເມນນັ້ນ.

ໃນເວລາຕໍ່ມາພວກເຂົາໄດ້ຮັບເອົາຊາຍຄົນທີ 4 ແລະທ້າວ Kabir ໄດ້ບິນໄປອັຟການີສຖານ
ບ່ອນທີ່ລາວໄດ້ວາງແຜນພົບພໍ້ກັບພວກກໍ່ການຮ້າຍເຫຼົ່ານີ້.

ທ້າວ Kabir ໄດ້ຖືກຈັບກຸມໃນອັຟການີສຖານ; ສ່ວນຊາຍອີກ 3 ຄົນ ຄືຄົນນຶ່ງເປັນສັນຊາດ
ອາເມຣິກັນ, ອີກຄົນນຶ່ງເກີດໃນເມັກຊິກໂກແລະຟິລິບປີນທີ່ມາອາໄສຢູ່ໃນສະຫະລັດ
ຊຶ່ງປະຈຸບັນນີ້ໄດ້ຢູ່ໃນການຄວບຄຸມຂອງລັດຖະບານກາງສະຫະລັດ ຢູ່ລັດ California
ທາງພາກຕາເວັນຕົກຂອງສະຫະລັດ.

ຈຳເລີຍແຕ່ລະຄົນ ປະເຊີນກັບໂທດຈໍາຄຸກຂອງລັດຖະບານກາງເປັນເວລາ 15 ປີ ຖ້າຫາກ
ວ່າ ຖືກພົບເຫັນວ່າມີຄວາມຜິດ.
XS
SM
MD
LG