ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

40 ຄົນ ເສຍຊີວິດ ຈາກການໂຈມຕີ ດ້ວຍລູກສອນໄຟ ຂອງ ລັດຖະບານ


ຊາວບ້ານ ພາກັນກວດເບິ່ງຊາກສົບ ແລະຄວາມເສຍຫາຍ ບ່ອນຖືກລູກສອນໄຟ ຕົກລົງໃສ່.
ຊາວບ້ານ ພາກັນກວດເບິ່ງຊາກສົບ ແລະຄວາມເສຍຫາຍ ບ່ອນຖືກລູກສອນໄຟ ຕົກລົງໃສ່.

ຢ່າງ​ໜ້ອຍ 40 ຄົນ​ໄດ້​ເສຍ​ຊີວິດ​ໃນ​ວັນ​ສຸກ​ມື້​ນີ້ ເວລາກຳລັງລັດ
ຖະບານ​ຊີເຣຍ ​ໄດ້​ຍິງ​ລູກ​ສອນ​ໄຟ​ເຂົ້າໄປ​ໃສ່​ຄຸ້ມ ​ທີ່ມີຄົນອາ​ໄສ
​ຢູ່ຢ່າງ​ໜ້າ​ແໜ້ນ ​ໃນ​ເຂດ​ຄວບ​ຄຸມ​ຂອງ​ພວກ​ຕໍ່ຕ້ານ​ລັດຖະບານ
​ໃກ້​ກັບ​ນະຄອນຫລວງ ອີງຕາມ​ບັນດາ​ຜູ້​ສັງ​ເກດການ​ສົງ​ຄາມ
​ໃນ​ປະ​ເທດ​ດັ່ງ​ກ່າວ.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ກ່າວ​ວ່າ ປະມານ 100 ຄົນ​
ຍັງ​ໄດ້​ຮັບ​ບາດ​ເຈັບ​ ໃນ​ການ​ໂຈມ​ຕີທີ່​ເມືອງ Douma ​ຕັ້ງຢູ່ທາງ
​ພາກ​ຕາ​ເວັນ​ອອກສຽງເໜືອ​ຂອງນະຄອນຫຼວງ Damascus​.
ລາຍ​ງານ​ກ່າວ​ເພີ້​ມອີກ​ວ່າ ຈຳນວນ​ຜູ້​ເສຍ ຊີວິດ​ຄາດ​ວ່າ​ຈະ​ສູງ
​ຂື້ນຕື່ມ.

ລັດຖະບານ​ຊີ​ເຣຍຍັງ​ບໍ່​ທັນໃຫ້​ຄວາມ​ເຫັນ​ໃດໆກ່ຽວ​ກັບ​ການ​ໂຈມ​ຕີ ຊຶ່ງ​ຜູ້​ສັງ​ເກ​ດການ​
ກ່າວ​ວ່າ ຍັງດຳ​ເນີນ​ຢູ່​ຕໍ່​ໄປ ​ໃນ​ຕອນ​ທ່ຽງ​ຂອງ​ວັ​ນສຸກມື້ນີ້.

ພວກ​ນັກ​ລົບ​ຕໍ່ຕ້ານ​ລັດຖະບານ​ໄດ້​ຍິງຕໍ່ສູ້ກັນ​ເປັນ​ປະຈຳກັບທະຫານລັດຖະບານ ​ຊີ​ເຣຍ
​ທີ່​ເມຶຶ​ອງ Douma ຊຶ່ງ​ເປັນ​ທີ່​ຕັ້ງບ່ອນ​ສຳຄັນ​ຂອງ​ພວກ​ຕໍ່ຕ້ານ​ລັດຖະບານ.

ການ​ໂຈມ​ຕີ​ຂອງ​ລັດຖະບານ​ໃສ່​ເມືອງ Douma ​ໄດ້​ເຮັດ​ໃຫ້ມີການ​ໄດ້ຮັບບາດ​ເຈັບ ​ແລະ
ລົ້ມຕາຍ​ເປັນ​ຈຳນວນ​ຫຼວງຫຼາຍ​ຊໍ້າ​ແລ້ວ​ຊໍ້​າອີກ. ການ​ໂຈມຕີ​ຢູ່​ຕະຫຼາດ ໃນ​ເດືອນ​ສິງຫາ
ຜ່ານ​ມາ ​ໄດ້ສັງຫານ​ຢ່າ​ງໜ້ອຍ 112 ຄົນ ຊຶ່ງສ່ວນ​ໃຫຍ່​ເປັນ​ພົນລະ​ເ​ຮື​ອນ.

ບັນຫາ​ຂັດ​ແຍ້ງ​ໃນ​ຊີ​ເຣຍ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ປະມານ 250,000 ຄົນ ນັບ​ແຕ່​ໄດ້
​ເລີ້ມມາ​ໃນ​ປີ 2011.

Syria Violence
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG