ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອະດີດ ຜູ້ບັນຊາການ ທະຫານ ສຫລ ບໍ່ເຊື່ອວ່າ ພຽງຢາງ ຈະສາມາດ ທົດລອງນິວເຄລຍ ແບບໃໝ່


ຍານສະເທີນນ້ຳສະເທີນບົກ ຂອງທະຫານມາຣີນເກົາຫຼີໃຕ້ ຍິງລູກຄວັນໃນຂະນະທີ່ພວມຂຶ້ນຝັ່ງລະຫວ່າງການຊ້ອມລົບ ຍົກພົນຂຶ້ນບົກຮ່ວມກັບທະຫານອາເມຣິກັນທີ່ເມືອງ Pohang (31 ມີນາ 2014)
ຍານສະເທີນນ້ຳສະເທີນບົກ ຂອງທະຫານມາຣີນເກົາຫຼີໃຕ້ ຍິງລູກຄວັນໃນຂະນະທີ່ພວມຂຶ້ນຝັ່ງລະຫວ່າງການຊ້ອມລົບ ຍົກພົນຂຶ້ນບົກຮ່ວມກັບທະຫານອາເມຣິກັນທີ່ເມືອງ Pohang (31 ມີນາ 2014)
ອະດີດຜູ້ບັນຊາການກຳລັງທະຫານສະຫະລັດໃນເກົາຫຼີກ່າວ
ວ່າ ທ່ານບໍ່ເຊື່ອວ່າເກົາຫຼີເໜືອ ມີຄວາມສາມາດທີ່ຈະທຳການ
ທົດລອງນິວເຄລຍ ທີ່ຂົ່ມຂູ່ແບບໃໝ່ໄດ້.

ໃນທ້າຍເດືອນມີນາຜ່ານມານີ້ພຽງຢາງໄດ້ປະກາດວ່າ ຕົນຈະ
ບໍ່ປະຕິເສດເຖິງຄວາມເປັນໄປໄດ້ ກ່ຽວກັບ ການທົດລອງນິວ
ເຄລຍແບບໃໝ່ ຖ້າສະຫະລັດ ແລະເກົາຫຼີໃຕ້ຫາກບໍ່ຍົກເລີກ ແຜນການຊ້ອມລົບຮ່ວມທາງທະຫານ. ໃນອາທິດນີ້ເກົາຫຼີໃຕ້
ເຕືອນວ່າ ເກົາຫຼີເໜືອຊຶ່ງເປັນເພື່ອນບ້ານ ຈະປະເຊີນກັບຜົນ
ທີ່ຕິດຕາມມາ ຢ່າງທີ່ຄາດຄິດບໍ່ເຖິງ ຖ້າຫາກຍັງດຳເນີນການ
ຕໍ່ໄປໃນການທົດລອງນິວເຄລຍ.

ແຕ່ນາຍພົນເບ້ຍບຳນານ James Thurman ກ່າວຕໍ່ວີໂອເອ ພະແນກພາສາເກົາຫຼີ ໃນ ວັນສຸກວານນີ້ວ່າ ຖ້າເກົາຫຼີເໜືອຫາກທຳການທົດລອງອີກຄັ້ງນຶ່ງກໍມີທ່າທາງວ່າຈະຄ້າຍ ຄືກັນກັບການທົດລອງຄັ້ງກ່ອນໆ ທີ່ຜ່ານມາ 3 ເທື່ອແລ້ວນັ້ນ.

ການທົດລອງ 2 ຄັ້ງແມ່ນນຳໃຊ້ອາວຸດທີ່ເຮັດຈາກທາດປລູໂຕນຽມ. ພວກນັກຊ່ຽວຊານ ກ່າວວ່າ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ການທົດລອງເທື່ອທີ 3 ນັ້ນ ໃຊ້ອາວຸດທີ່ເຮັດ ຈາກທາດປລູໂຕນຽມ ຫລືທາດຢູເຣນຽມທີ່ກັ່ນແລ້ວກັນແທ້.

ນາຍພົນ Thurman ເຄີຍຮັບໜ້າທີ່ເປັນຜູ້ບັນຊາການກຳລັງສະຫະປະຊາຊາດ ຊຶ່ງເປັນ ກອງກຳລັງປະສົມລະຫວ່າງເກົາຫຼີໃຕ້ກັບສະຫະລັດ ແລະກຳລັງທະຫານອາເມຣິກັນ ຢູ່ ໃນເກົາຫຼີ ແຕ່ປີ 2011 ຫາ ເດືອນຕຸລາປີ 2013.

ສ່ວນນາຍພົນເບ້ຍບຳນານ Burwell Bell ຊຶ່ງເປັນອະດີດຜູ້ບັນຊາການທະຫານອາເມ ຣິກັນອີກຄົນນຶ່ງ ໃນເກົາຫລີ ກ່າວວ່າ ໂອກາດທີ່ເກົາຫລີເໜືອຈະນຳ ໃຊ້ທາດຢູເຣນຽມ ທີ່ກັ່ນແລ້ວໃນລະດັບສູງ ສຳລັບການທົດລອງນິວເຄລຍຄັ້ງໃໝ່ ນັ້ນ ແມ່ນມີໜ້ອຍເຕັມທີ.

ນາຍພົນ Bell ທຳນາຍວ່າ ການທົດລອງນິວເຄລຍໃນຮູບແບບໃໝ່ໃດໆກໍຕາມ ແມ່ນຈະ ພົວພັນກັບອາວຸດທີ່ມີຂະໜາດນ້ອຍກວ່າ ຫລືມີແຮງລະເບີດເພີ້ມຂຶ້ນ.
XS
SM
MD
LG