ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະດີດຫົວໜ້າ ອົງການສືບລັບ CIA ຖືກປັບໃໝ ຍ້ອນມອບ ເອກກະສານລັບ ໃຫ້ຜູ້ສາວທ່ານ


ທ່ານ David Petraeus ອະດີດຫົວໜ້າອົງການສືບລັບ CIA ຂອງສະຫະລັດ.
ທ່ານ David Petraeus ອະດີດຫົວໜ້າອົງການສືບລັບ CIA ຂອງສະຫະລັດ.

ທ່ານ David Petraeus ອະດີດ​ຫົວໜ້າອົງການ​ສືບ​ລັບ CIA
ຂອງສະຫະລັດ ໄດ້ຖືກ​ປັບ​ໃໝ 100,000 ​ໂດ​ລາ ​ໃນ​ວັນ​ພະ
ຫັດ​ວານ​ນີ້ ​ແລະ​ໄດ້​ຖືກ​ຝາກ​ໂທດ​ເປັນເວລາສອງ​ປີ ​ຍ້ອນເອົາ
ຂໍ້ມູນລັບໃຫ້ແກ່ຜູ້ສາວຂອງ​ທ່ານ ​ໃນ​ຂະນະ​ທີ່​ນາງເຮັດ​ວຽກ
ຂຽນ​ຊີວະປະຫວັດຂອງ​ທ່ານ.

ທ່ານ Petraeus ອາຍຸ 62 ປີ ​ຄັ້ງ​ນຶ່ງເຄີຍ​ໄດ້​ເປັນນາຍ​ພົນ
ທະຫານສະຫະລັດ ​ຊັ້ນ​ສູງ​ຜູ້​ສຳຄັນ ​ໃນ​ຂະນະ​ທີ່ສະຫະລັດ
​ເຮັດ​ສົງຄາມ​ຢູ່​ໃນ ປະ​ເທດອີຣັກ ​ແລະ​ອັຟກາ​ນິສຖານ ​ແລະ
​ຕໍ່​ມາ​ໄດ້​ຖືກ​ແຕ່ງ​ຕັ້ງໂດຍ ປະທານາທິບໍດີ Barack Obama
ໃຫ້​ເປັນຫົວໜ້າ​ອົງການສືບລັບ CIA. ທ່ານ​ໄດ້​ບໍລິຫານ​ງານ
ອົງການສືບ​ລັບ​ດັ່ງກ່າວຂອງ​ປະ​ເທດ​ເປັນ​ເວລາ​ນຶ່ງ​ປີ ຈົນ​ເຖິງ​ທ້າຍ​ປີ 2012 ​ເວລາ​ທ່ານ
​ໄດ້​ລາ​ອອກ.

ອາຊີບວຽກງານ​ຂອງ​ທ່ານ​ໄດ້​ຖືກເຜີຍແບອອກ​ມາ​ໃຫ້ເຫັນເມື່ອ​ສອງ​ປີເຄິ່ງທີ່ຜ່ານ​ມາ ດ້ວຍ​
ການ​ເປີດ​ເຜີ​ຍວ່າ ທ່ານມີຄວາມສຳພັນ​ນອກ​ສົມລົດຖານ​ຊູ້​ສາວ ​ກັບ​ນັກ​ຂຽນຊີວະ​ປະຫວັດ
​ຂອງ​ທ່ານ ນາງ Paula Broadwell ຜູ້​ທີ່​ຂຽນ​ປື້​ມຍ້ອງຍໍ​ ​ທ່ານ All In: The Education
of David Petraeus
ທີ່​ໄດ້​ພິມ​ເຜີຍ​ແຜ່ ເມື່ອ​ສາມ​ປີ​ກ່ອນ ກ່ອນ​ທີ່ຄວາມ​ສຳພັນດັ່ງກ່າວ
ໄດ້​ຖືກ​ເປີດ​ເຜີຍໃຫ້ຮູ້.

​ເມື່ອ​ສອງ​ເດືອນ​ກ່ອນນີ້ທ່ານ Petraeus ​ໄດ້​ຮັບ​ສາລະພາບ​ວ່າໄດ້ກະທຳຄວາມ ຜິດທາງ
ອາຍາທີ່ບໍ່ຮ້າຍແຮງ ໃນຂໍ້ຫາຍົກຍ້າຍແລະເກັບຮັກສາເອກກະສານລັບ ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ.

ບັນດາໄອ​ຍະ​ການ ກ່າວ​ວ່າ ​ເວລາ​ນາງ Broadwell ​ພວມ​ເຮັດ​ວຽກ​ຂຽນ​ປື້ມຢູ່​ນັ້ນ ທ່ານ
Petraeus ​ໄດ້​ເອົາ​ມອບແຟ້ມເອກ​ກະສາ​ນລັບຫົວ ທີ່​ທ່ານ​ບໍ່​ສົມ​ຄວນ​ເກັບ​ໄວ້ ​ໃນ​ເວລາ​
ທີ່​ທ່ານ​ໄດ້​ເປັນ ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ ຢູ່​ໃນອັ​ຟກາ​ນິສ ຖານ ໃຫ້ແກ່ນາງ. ​ເອກ​
ກະສາ​ນເຫຼົ່ານີ້ແມ່ນຮວມທັງລາຍ​ຊື່​ຂອງ​ພວກ​ນັກ​ສືບ ​ທີ່​ປະຕິບັດ​ງານລັບ ​ແຜນ​ຍຸດ​ທະ​ສາດສົງຄາມ​ຂອງພັນທະ​ມິດ ​ແລະ​ບັນທຶກ​ຄວາມ​ຊົງ​ຈຳ​ຂອງ ທ່ານ Petraeus ໃນການ
ສົນທະນາ ກັບປະ​ທາ​ນາ​ທິບໍດີ Barack Obama ​ແລະ ສະພາຄວາມ​ໝັ້ນຄົງ​ແຫ່ງ​ຊາດ.

ບັນດາ​ໄອ​ຍະ​ການກ່າວ​ວ່າ ທ່ານ Petraeus ​ທີ່ມີໜ້າ​ທີ່​ເປັນນາຍທະຫານຢູ່ໃນ ກອງທັບ
ບົກຂອງສະຫະລັດ ​ມາ​ໄດ້ເກືອບ​ສີ່​ທົດ​ສະ​ວັດນັ້ນ ​ໃນ​ຕອນ​ຕົ້ນ​ໄດ້​ຕົວະ​ຄະນະ​ສືບສວນ
​ໂດຍກ່າວ​ອ້າງ​ວ່າ ທ່ານ​ບໍ່​ໄດ້​ມອບ​ເອກ​ກະສາ​ນລັບ​ເຫຼົ່ານັ້ນໃຫ້​ແກ່ນາງ Broadwell.

US Petraerus Sentence
please wait
Embed

No media source currently available

0:00 0:01:43 0:00

XS
SM
MD
LG