ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ Alvarez ອະດີດຜະເດັດການປະເທດ Uruguay ເສຍຊີວິດໃນໄວ 91 ປີ


ອະດີດຜະເດັດການປະເທດ Uruguay ໃນນະຄອນ Montevideo, 5 ພະຈິກ, 2007.
ອະດີດຜະເດັດການປະເທດ Uruguay ໃນນະຄອນ Montevideo, 5 ພະຈິກ, 2007.

ອີງຕາມລາຍງານທາງການແພດທະຫານແລ້ວແມ່ນວ່າ ທີ່ປະເທດ ອູຣູກວຍ ນາຍທະຫານ ຜູ້ຜະເດັດການຄົນສຸດທ້າຍ ໃນປະເທດອາເມຣິກາໃຕ້ແຫ່ງນັ້ນ ຄືນາຍພົນ Gregorio Alvarez ໄດ້ເສຍຊີວິດໃນວັນພຸດວານນີ້ ອາຍຸໄດ້ 91​ປີ.

ນາຍພົນ Alvarez ຜູ້ນຳຜະເດັດການທີ່ໂຫດຫ້ຽມທີ່ສຸດຄົນສຸດທ້າຍຂອງ ອູຣູກວຍ ໃນລະຫວ່າງຊຸມປີ 1970 ຫາ 1980 ໄດ້ເສຍຊີວິດໃນລະຫວ່າງຮັບໃຊ້ໂທດ 25 ປີ ຢູ່ໃນ
ຄຸກ ຍ້ອນລະເມີດສິດທິມະນຸດ ທີ່ສ້າງຂຶ້ນມາ ໃນລະຫວ່າງການປົກຄອງແບບຜະເດັດ
ການຢູ່.

ລາວໄດ້ຕາຍໃນໂຮງພະຍາບານທະຫານ ໃນນະຄອນຫຼວງ ມອນເຕວີດິໂອ ບ່ອນທີ່ຖືກ
ສົ່ງໄປ ເມື່ອສອງອາທິດກ່ອນ ເພື່ອປິ່ນປົວໂຣກຫຼົງລືມແລະບັນຫາການຫາຍໃຈ.

ທ່ານ Alvarez ຜູ້ຊຶ່ງພໍ່ກໍເປັນນາຍພົນຄືກັນ ໄດ້ຊ່ອຍນຳພາໃນການກໍ່ຣັດຖະປະຫານ
ໃນປີ 1973 ທີ່ກໍ່ຕັ້ງຣັດຖະບານທະຫານຂຶ້ນປົກຄອງ ອູຣູກວຍມາ ຕັ້ງແຕ່ປີ 1981 ຫາ ປີ 1985.

ທ່ານໄດ້ຂຶ້ນຊັ້ນຢ່າງວ່ອງໄວໃນຖັນແຖວທະຫານ ແລ້ວກໍໄດ້ກາຍເປັນຜູ້ບັນຊາການ ກອງທັບໃນປີ 1978 ແລະໃນທີ່ສຸດກໍໄດ້ເປັນປະທານາທິບໍດີໃນປີ 1981.

ພາຍໃຕ້ການນຳພາຂອງ Alvarez ອູຣູກວຍ ໄດ້ເປັນສະມາຊິກຂອງພັນທະມິດ ຜະເດັດ ການເລິກລັບອາເມຣິກາໃຕ້ ທີ່ໄດ້ຮ່ວມມືກັນຂ້າລ້າງຜານແລະປະຫັດ ປະຫານ ພວກຂັດ ຂວາງ.

ລະບອບຂອງຜູ້ກ່ຽວ ຕ້ອງໄດ້ຮັບຜິດຊອບຕໍ່ການຂ້າລ້າງຜານ ການທໍຣະມານ ການຄຸມ ຂັງຜູ້ຄົນ ຫຼາຍພັນຄົນໃນ ອູຣູກວຍ. ນັກໂທດການເມືອງປະມານ 6 ພັນຄົນ ໄດ້ຖືກຈັບ ຂັງຄຸກ. ປະມານ 230 ຄົນ ຜູ້ທີ່ລະບອບດັ່ງກ່າວລັກເອົາໂຕໄປ ໂດຍການຮ່ວມມືກັບພວກ ຜະເດັດການອາເມຣິກາໃຕ້ທັງຫຼາຍ ຍັງຫາຍສາບສູນສູນຢູ່ ແລະຖືວ່າໄດ້ເສຍຊີວິດແລ້ວ ອິງຕາມລາຍງານຂອງຄະນະກຳມາທິການສັນຕິພາບນັ້ນ.

ໃນປີ 1985 ເວລາພັນທະມິດຜະເດັດການອາເມຣິກາໃຕ້ຍຸບໄປ Alvarez ກໍໄດ້ຕົກລົງ
ວ່າ ຈະໂອນອຳນາດໃຫ້ພົນລະເຮືອນພາໃຫ້ເກີດມີພວກປະທ້ວງເພີ່ມຈຳນວນຫຼາຍຂຶ້ນ
ເລື້ອຍໆ ເພື່ອທວງໃຫ້ມີການເລືອກຕັ້ງຢ່າງເສຣີ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG