ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະດີດ ເລຂາທິການໃຫຍ່ ສປຊ ຈະບໍ່ລົງ ແຂ່ງຂັນ ເປັນປະທານາທິບໍດີ ເກົາຫຼີໃຕ້


ອະດີດເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon ກ່າວຖະແຫລງ ເມື່ອໄປຮອດ ສະໜາມບິນ ສາກົນ Incheon ໃນນະຄອນ Incheon ຂອງເກົາຫຼີໃຕ້.
ອະດີດເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon ກ່າວຖະແຫລງ ເມື່ອໄປຮອດ ສະໜາມບິນ ສາກົນ Incheon ໃນນະຄອນ Incheon ຂອງເກົາຫຼີໃຕ້.

ອະດີດເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon ໄດ້ກ່າວ
ໃນວັນພຸດມື້ນີ້ ວ່າ ທ່ານຈະບໍ່ລົງແຂ່ງຂັນ ເປັນປະທານາທິບໍດີ ຂອງເກົາຫຼີໃຕ້.

ມີ​ຂ່າວ​ທີ່​ພາ​ໃຫ້​ເກີດ​ຄວາມສົນໃຈ ວ່າ ທ່ານ Ban ຈະເປັນຜູ້ສະໝັກຄົນ​ສຳຄັນສຸດ
ທີ່ຈະມາແທນທ່ານນາງ Park Geun-hey ຜູ້ທີ່ໄດ້ຖືກຟ້ອງຮ້ອງ ໃນເດືອນທັນວາ
ປີກາຍນີ້ ກ່ຽວກັບເລື່ອງຄໍຣັບຊັ່ນທີ່ນອງນັນ ແຕ່ການສະໜັບສະໜູນ ທ່ານ Ban ໃນການຢັ່ງຫາງສຽງຄວາມຄິດເຫັນຂອງປະຊາຊົນ ນັ້ນ ແມ່ນໄດ້ຫລຸດລົງ.

ທ່ານ Ban ໄດ້ບອກຕໍ່ບັນດານັກຂ່າວ ໃນວັນພຸດມື້ນີ້ ວ່າ ທ່ານຮູ້ສຶກຜິດຫວັງ ຕໍ່
ການຈັດຕັ້ງດ້ານການເມືອງຂອງປະເທດ.

ທ່ານກ່າວວ່າ “ຂ້າພະເຈົ້າໄດ້ຕັດສິນໃຈແລ້ວວ່າ ຈະຍົກເລີກເຈດຈຳນົງ ຄວາມ
ພະຍາຍາມ ທີ່ຈະນຳພາການປ່ຽນແປງ ດ້ານການເມືອງ ແລະຈະປະຕິບັດການ
ສ້າງ​ຄວາມປອງດອງຊາດ​ ໃຫ້​ສຳ​ເລັດ​ລຸ​ລ່ວງ.”

ທ່ານ Ban ເຄີຍຮັບໃຊ້ເປັນລັດຖະມົນຕີການຕ່າງປະເທດ ຂອງເກົາຫຼີໃຕ້ ມາໄດ້
ສອງປີ ກ່ອນທີ່ທ່ານຈະໄດ້ມາຮັບ​ຕຳ​ແໜ່​ງເປັນຜູ້ນຳພາ ອົງການສະຫະປະຊາຊາດ
ເປັນເວລານຶ່ງທົດສະວັດ.

ສານຂອງເກົາຫຼີໃຕ້ ກຳລັງພິຈາລະນາກ່ຽວ​ກັບການຟ້ອງຮ້ອງທ່ານນາງ Park ຢູ່
ແລະ ຖ້າສານຫາກ​ຕັດສິນ​ເຫັນ​ພ້ອມ​ກັບຄຳພິພາກສາ ການເລືອກຕັ້ງ ປະທານາທິບໍດີ ກໍຈະມີຂຶ້ນ ໃນອີກສອງເດືອນຕໍ່ຈາກນັ້ນ.

South Korea Politics
please wait
Embed

No media source currently available

0:00 0:01:00 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG