ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດ ນາຍົກໄທ ທ່ານນາງ ຍິ່ງລັກ ຊິນນະວັດ ຖືກຟ້ອງ ໂດຍສະພາ ນິຕິບັນຍັດ


ບັນດາສະມາຊິກສະພານິຕິບັນຍັດໄທ ນັບບັດຄະແນນສຽງ ໃນລະຫວ່າງຮັບຟັງຄຳໃຫ້ການ ເພື່ອຟ້ອງອະດີດນາຍົກ ຍິ່ງລັກ ຊິນນະວັດ ຜູ້ທີ່ໄດ້ຖືກໂຄ່ນລົ້ມອອກຈາກຕຳແໜ່ງ ຢູ່ທີ່ສະພາ ໃນບາງກອກ, ວັນທີ 23 ມັງກອນ 2015.
ບັນດາສະມາຊິກສະພານິຕິບັນຍັດໄທ ນັບບັດຄະແນນສຽງ ໃນລະຫວ່າງຮັບຟັງຄຳໃຫ້ການ ເພື່ອຟ້ອງອະດີດນາຍົກ ຍິ່ງລັກ ຊິນນະວັດ ຜູ້ທີ່ໄດ້ຖືກໂຄ່ນລົ້ມອອກຈາກຕຳແໜ່ງ ຢູ່ທີ່ສະພາ ໃນບາງກອກ, ວັນທີ 23 ມັງກອນ 2015.

ອະດີດ​ນາຍົກລັດຖະມົນຕີໄທ ທ່ານ​ນາ​ງຍິ່ງ​ລັກ ຊີນນະວັດ ​
ໄດ້ປະສົບ​ກັບ​ບັນຫາ​ສອງເລື້ອງຊ້ອນ ໃນວັນ​ສຸກ​ມື້​ນີ້ ຂະນະ​
ທີ່ບັນດາໄອ​ຍະ​ການ ກ່າວ​ວ່າ ເຂົາ​ເຈົ້າຈະ​ຟ້ອງ ທ່ານ​ນາງ
ໃນຄວາມຜິດທາງອາຍາ ​ແລະ ບັນດາ​ສະມາຊິກສະພານິຕິ
ບັນຍັດ ​ທີ່​ຖືກ​ແຕ່ງຕັ້ງ​ໂດຍ​ທະຫານ​ນັ້ນ ​ໄດ້​ລົງ​ຄະ​ແນນ​ສຽງ
​ຟ້ອງຮ້ອງທ່ານ​ນາງ​ ໃນການລະ​ເລີຍ​ຕໍ່ໜ້າ​ທີ່​ ໃນ​ໂຄງການ​
ຈຳນຳ​ເຂົ້າ.

ບັນດາ​ເຈົ້າໜ້າ​ທີ່ ກ່າວ​ຕໍ່ບັນດານັກ​ຂ່າວ​ໃນ​ວັນ​ສຸກ​ມື້​ນີ້​ ວ່າ
ທ່ານ​ນາງ​ຍິ່ງ​ລັກ ຈະ​ປະ​ເຊີນ​ໜ້າ​ກັບ​ຂໍ້​ຫາ​ທາງ​ອາຍາ ຢູ່​ທີ່​
ສານ​ສູງ​ສຸດ​ຂອງ​ໄທ. ຖ້າ​ຫາກຖືກພົບເຫັນ​ວ່າມີ​ຄວາມ​ຜິດ
ຈິງທ່ານ​ນາງ​ອາດ​ປະ​ເຊີນ​ກັບ​ໂທດ​ສູງ​ສຸດ ຄືຈຳ​ຄຸກ 10 ປີ.

ສ່ວນສະພານິຕິບັນຍັດ ​ໄດ້​ລົງ​ສຽງ​ຄະ​ແນນຕ່າງຫາກ ​ເພື່ອຟ້ອງຮ້ອງ​ຕໍ່​ທ່ານ​ນາງ ຍິ່ງ​ລັກ
ໃນຖານບໍ່ສາມາດ​ເບິ່ງ​ແຍງ ​ປະຕິບັດ​ການ​ ກ່ຽວກັບ ໂຄງການ​ຈຳນຳ​ເຂົ້າ ທີ່ປະສົບກັບ
ຄວາມລົ້ມ​ແຫລວ. ການຟ້ອງຮ້ອງ​ນີ້ ໝາຍ​ຄວາມ​ວ່າ ທ່ານ​ນາງ ຍິ່ງ​ລັກ ຈະ​ຖືກ​ຫ້າມ ບໍ່​ໃຫ້
ຫຼິ້ນການ​ເມືອງ ​ເປັນເວລາ 5 ປີ.

ທ່ານ​ນາງ​ຍິ່ງລັກ ​ໄດ້ກ່າວ​ປ້ອງ​ກັນ​ຕົວ​ເອງຢ່າງ​ແຂງ​ຂັນ ​ໃນ​ສະພາ​ເມື່ອ​ວັນ​ພະຫັດວານ​ນີ້.
ທ່ານ​ນາງ ກ່າວຖະ​ແຫລ​ງ ຕໍ່ບັນດາ​ສະມາຊິກ​ສະພາ ຈຳນວນ 220 ທ່ານ ວ່າ ການດຳເນີນ
ຄະດີ​ຕໍ່​ທ່ານ​ນາງ​ນັ້ນ ​ແມ່ນມີຈຸດ ປະສົງທາງ​ການ​ເມືອງ ​ແລະວ່າ​ໂຄງການ​ຈຳນຳ​ເຂົ້ານັ້ນ
​ໄດ້ເປັນ​ຜົນປະ​ໂຫຍ​ດ​ ໃຫ້​ແກ່​ບັນດາກະ​ເສດ​ຕະກອນ​ໄທ.

ຄະນະ​ກຳມາ​ທິການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຂອງໄທ ​ຖືວ່າ ​ທ່ານ​ນາງ​ຍິ່ງ​ລັກ ເປັນຜູ້
ຮັບຜິດຊອບ​ ໃນ​ການ​ທີ່​ບໍ່ໄດ້ຍຸດຕິ​ໂຄງການດັ່ງກ່າວ​. ບັນດາ​ເຈົ້າໜ້າ​ທີ່ ​ກ່າວ​ວ່າ ​ເຂົາ​ເຈົ້າ
ໄດ້​ເຕືອນລັດຖະບານທ່ານ​ນາງ ຊ້ຳ​ແລ້ວ​ຊ້ຳອີກວ່າ ​ໂຄງການ​ດັ່ງກ່າວ​ໄດ້​ປະ​ເຊີ​ນໜ້າ​ກັບ​
ບັນ​ຫາ​ຄວາມ​ຫຍຸ້ງຍາກ ທາງ​ການ​ເງິນ.

ລັດຖະບານທ່ານ​ນາງ ຍິ່ງ​ລັກ ​ໄດ້​ຖືກໂຄ່ນລົ້ມ​ ໃນ​ການ​ກໍ່​ລັດຖະປະຫານ​ໂດຍພວກ​ທະຫານ ​ເມື່ອ​ເດືອນ​ພຶດສະພາ ປີ​ກາຍ​ນີ້.

THAILAND POLITICS VIDEO
please wait

No media source currently available

0:00 0:01:14 0:00

Former Thai Prime Minister Yingluck Shinawatra suffered a double blow Friday as prosecutors said they will indict her on criminal charges and the military-appointed legislature voted to impeach her for negligence in a rice subsidy program.

Officials told reporters Friday that Ms. Yingluck will face a criminal charge in Thailand's Supreme Court.If convicted, she could face a maximum of 10 years in prison.

The legislature then voted in a separate impeachment case against Ms. Yingluck for failing to exercise sufficient oversight in the operation.The impeachment means Ms. Yingluck will be banned from politics for five years.

Ms. Yingluck strongly defended herself in parliament Thursday.She told the 220-member legislature that the case against her is politically motivated and that the subsidy program benefited Thai farmers.

The National Anti-Corruption Commission held Ms. Yingluck responsible for failing to halt the program.Officials say they repeatedly warned the government the program faced financial difficulties.

Ms. Yingluck's government was deposed in a military coup in May last year.

XS
SM
MD
LG