ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາງໝ້າຍ ​ມື້ລາງ ປ. ​ເກົາຫລີ​ໃຕ້ ຢ້ຽມຢາມ ເກົາຫຼີເໜືອ


ທ່ານນາງ Lee Hee-ho (ກາງ) ພັນລະຍາມື້ລາງ ປະທານາທິບໍດີເກົາຫລີໃຕ້ ທ່ານ Kim Dae-jung ໂບກມື
ໃນເວລາເດີນທາງໄປເຖິງເດີ່ນບິນ Gimpo ທີ່ເກົາຫລີໃຕ້.
ທ່ານນາງ Lee Hee-ho (ກາງ) ພັນລະຍາມື້ລາງ ປະທານາທິບໍດີເກົາຫລີໃຕ້ ທ່ານ Kim Dae-jung ໂບກມື ໃນເວລາເດີນທາງໄປເຖິງເດີ່ນບິນ Gimpo ທີ່ເກົາຫລີໃຕ້.

ນາງໝ້າຍ ​ມື້ລາງປະທານາທິບໍດີ​ເກົາຫລີ​ໃຕ້ ທ່ານ Kim Dae-
jung ກຳລັງ​ທຳ​ການ​ຢ້ຽມຢາມ​ເກົາຫລີ​ເໜືອ ທີ່​ບໍ່​ເຄີຍມີ​ມາ​ກ່ອນ
​ເພື່ອ​ຊ່ວຍ​ປັບປຸງ​ຄວາມສຳພັນທີ່ ຊຸດໂຊມ​ລົງຢ່າງຕໍ່ເນື່ອງລະ​ຫວ່າງສອງປະເທດຄູ່ປໍລະປັກມາເປັນເວລາດົນ​ນານ.

ທ່ານ​ນາງ Lee Hee-ho ​ແລະ​ຄະນະ​ຜູ້​ຕາງໜ້າ 18 ທ່ານ​ໄດ້
ເດີນທາງ​ໄປເຖິງ ນະຄອນຫຼວງ​ພຽງ​ຢາງໃນ​ວັນ​ພຸດ​ມື້​ນີ້ ​ເພື່ອ​ຢ້ຽມ
ຢາມເປັນ​ເວລາ​ສີ່​ມື້ ຊຶ່ງເປັນການ ຢ້ຽມຢາມ​ທີ່ບໍ່ໄດ້ຮັບການສະ
ໜັບສະໜູນ​ຢ່າງ​ເປັນ​ທາງ​ການ​ຈາກລັດຖະບານ​ເກົາ ຫລີ​ໃຕ້ແຕ່ຢ່າງໃດເລີຍ.

ອ​ະດີດ​ສະຕີ​ໝາຍ​ເລກ​ນຶ່ງ ອາຍຸ 92 ປີ ຫວັງ​ວ່າ ການ​ເດີນ​ທາງ​ຂອງ​ທ່ານນາງ ຈະ​ຊ່ວຍ “ປິ່ນປົວ​ຄວາມ​ເຈັບ​ປວດແລະຮຳ​ບາດ​ແຜໃນການແບ່ງ​ແຍກເປັນ​ເວລາ 70 ປີ ​ແກ່​ທັງ​
ສອງ​ຝ່າຍ” ອີງ​ຕາມຄຳຖະແຫຼງ ຂອງອ​ະ​ດີດ​ລັດຖະມົນຕີ ວັດທະນະທຳ​ເກົາຫລີ​ໃຕ້

ທ່ານ Kim Sung Jae ຜູ້​ທີ່​ກຳລັງ​ເດີນທາງ​ໄປ​ກັບ ທ່ານ​ນາງ Lee.

ທ່ານ Kim ​ໄດ້​ກ່າວ​ ກ່ອນ​ອອກ​ເດີນທາງວ່າ “​ແລະທ່ານ​ນາງ​ ຍັງ​ປາດ​ຖະໜາ​ຢາກ​ໃຫ້​
ສອງ​ເກົາ​ຫລີ ​ປອງດອງ ຮ່ວມມື ຮັກຫ​ອມກັນ ​ແລະ​ຢ້ຽມຢາມຊຶ່ງ​ກັນ​ແລະກັນ ພາຍໃຕ້
ບັນຍາກາດທີ່​ສັນຕິ”

​ການ​ເດີນທາງ​ຂອງ​ທ່ານ​ນາງ Lee ຖື​ວ່າ​ເປັນຄວາມ​ພະຍາຍາມ​ດ້ານ​ມະ​ນຸດ​ສະ​ທຳ ​ແຕ່​
ຍັງ​ມີ​ການ​ຄາດຄະເນກັນວ່າ ທ່ານ​ນາງ​ອາດ​ຈະ​ພົບ​ປະ​ກັບຜູ້ນຳ​ເກົາຫລີ​ເໜືອ ທ່ານ Kim Jong Un ​ທີ່ໄດ້​ເຊີນອະ​ດີດ​ສະຕີໝາຍ​ເລກ​ນຶ່ງໃຫ້ໄປຢ້ຽມຢາມ.

ບຸກຄົນທັງ​ສອງ​ເຄີຍ​ພົບ​ປະກັນ​ມາ​ກ່ອນ​ໃນ​ປີ 2011 ​ເວລາ​ທ່ານ​ນາງ Lee ​ໄດ້​ໄປຢ້ຽມ
ຢາມນະຄອນຫລວງ​ພຽງ​ຢາງ ​ເພື່ອ​ສະແດງຄວາມໄວ້ອາ​ໄລ ຫລັງ​ຈາກ​ການເຖິງແກ່ອະ
ສັນຍະກຳຂອງຜູ້ນຳ​ເກົາຫລີ​ເໜືອທ່ານ Kim Jong II ຊຶ່ງເປັນ ບິດາຂອງທ່ານ Kim
Jong Un.

ສາມີ​ຂອງທ່ານ​ນາງ Lee ທ່ານ Kim Dae-jung ​ໄດ້​ເປັນປະທານາທິບໍດີ ແຕ່ ​ປີ 1998
ຫາ 2003​. ອັນ​ທີ່ຮ້ອງ​ວ່າ “ນະ​ໂຍບາຍ​ແສງຕາ​ເວັນ” ​ໄດ້​ຊ່ວຍ​ເຮັດ​ໃຫ້​ຄວາມ​ສຳພັນກັບ​ເກົາຫລີ​ເໜືອດີຂຶ້ນຊົ່ວໄລຍະນຶ່ງ.

Koreas Diplomacy
please wait
Embed

No media source currently available

0:00 0:01:16 0:00

XS
SM
MD
LG