ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດເຈົ້າໜ້າທີ່ຈີນຂັ້ນສູງ ຖືກຕັດສິນໂທດຈຳຄຸກ ຕະຫຼອດຊີວິດຍ້ອນຮັບສິນບົນ


ທ່ານ Liu Tienan ເມື່ອກ່ອນເປັນຮອງ​ຫົວໜ້າ​ຄະນະ​ກຳມະການ ພັດທະນາແລະປະຕິ​ຮູບ​​ແຫ່ງ​ຊາດ ຂອງຈີນ ຫຼື China's National Development and Reform Commission (NDRC) ໄປເຂົ້າຮ່ວມກອງປະຊຸມຖະແຫລງຂ່າວ ໃນນະຄອນຫລວງ ປັກກິ່ງ ເມື່ອວັນທີ 27 ກຸມພາ 2009.
ທ່ານ Liu Tienan ເມື່ອກ່ອນເປັນຮອງ​ຫົວໜ້າ​ຄະນະ​ກຳມະການ ພັດທະນາແລະປະຕິ​ຮູບ​​ແຫ່ງ​ຊາດ ຂອງຈີນ ຫຼື China's National Development and Reform Commission (NDRC) ໄປເຂົ້າຮ່ວມກອງປະຊຸມຖະແຫລງຂ່າວ ໃນນະຄອນຫລວງ ປັກກິ່ງ ເມື່ອວັນທີ 27 ກຸມພາ 2009.

ອະດີດ​ເຈົ້າໜ້າ​ທີ່ຂັ້ນສູງ​ຝ່າຍ​ວາງແຜນເສດຖະກິດຂອງ​ຈີນ ​ໄດ້​
ຖືກ​ຕັດສິນ​ວ່າ ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​ຮັບ​ສິນ​ບົນ ​ແລະ ຖືກ​ຕັດສິນ​
ລົງ​ໂທດ​ຈຳ​ຄຸກ​ຕະຫລອດ​ຊີວິດ ຊຶ່ງ​ກາຍ​ມາ​ເປັນຄະດີ ທີ່​ພົວພັນ​
ກັບຜູ້​ມີ​ຊື່​ສຽງ​ຄົນຫຼ້າສຸດ ທີ່​ໄດ້​ຖືກ​ປົດລົງ​ຈາກ​ຕຳ​ແໜ່​ງ ​ໂດຍການ
ປຸກລະດົມຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຂອງ​ຈີນ.

ອົງການ​ຂ່າວ ຊີ​ນຫົວ​ ຂອງ​ທາງ​ການ​ຈີນ ກ່າວ​ວ່າ ທ່ານ Liu
Tienan ຖືກ​ພົບ​ເຫັນ​ວ່າ ມີ​ຄວາມ​ຜິດ ​ໃນ​ການ​ຮັບ​ເອົາ​ສິນ​ບົນ
​ມູນ​ຄ່າ 5 ລ້ານ 8 ​ແສນ​ດອລລ່າ ​ໃນ​ລະຫວ່າງທີ່ດຳລົງ​ຕຳ​ແໜ່​ງ
ຮອງ​ຫົວໜ້າ​ຄະນະ​ກຳມະການ ພັດທະນາແລະປະຕິ​ຮູບແຫ່ງ​ຊາດ
ຊຶ່ງ​ເປັນ​ໜ່ວຍ​ງານວາງ​ແຜນ​ ​ເສດຖະກິດຂັ້ນສູງ​ຂອງ​ຈີນ.

ຂໍ້​ກ່າວ​ຫາ​ຕ່າງໆ ຕໍ່​ທ່ານ Liu Tienan ​ໄດ້ປາກົດອອກ​ມາ​ ທຳ​ອິດໃນ​ ​ເດືອນ​ທັນວາ ປີ
2012 ​ເວລານັກຂ່າວຄົນ​ໜຶ່ງ​ຂອງ​ວາລະ​ສານ​ສືບ ສວນ Caijing ໄດ້​ລົງ​ເລື້ອງ​ລາວ​ກ່ຽວ
​ກັບ ທ່ານ Liu Tienan ​ໃນ blog ຂອງ​ລາວ.

​ໃນຕອນ​ທຳ​ອິດ ທ່ານ Liu ​ໄດ້​ອອກ​ມາ​ປະຕິ​ເສດຕໍ່​ຂໍ້​ກ່າວ​ຫາ​ຢ່າງ​ໜັກ​ແໜ້ນ. ​ແຕ່​ຢູ່​ໃນ​
ການ​ດຳ​ເນີນ​ຄະດີທ່ານ ເມື່ອ​ເດືອນ​ກັນຍານັ້ນ ທ່ານ Liu ​ໄວ 60 ປີ ໄດ້​ສາລະພາບ​ຜິດ ​
ພ້ອມ​ກັບຫລັ່ງນ້ຳຕາ​ອອກ​ມາ ວ່າ​ຕົນ​ໄດ້​ຮັບ​ເອົາ​ສິນ​ບົນຫຼາຍໆ​ຢ່າງ ລວມທັງ​ ເງິນສົດ
ລົດ​ຍີ່​ຫໍ້ Porsche ​ແລະ ​ເຮືອນ​ວິລ​ລາ​ຫລູຫລາຫລັງ​ໜຶ່ງ ຢູ່​ປັກກິ່ງ.

China Targets Overseas Assets of Corrupt Officials
please wait

No media source currently available

0:00 0:02:46 0:00

​ເລື່ອງ​ທີ່ວ່າ​ທ່ານ Liu ຈະ​ຖືກ​ພົບ​ເຫັນ​ວ່າ​ ມີ​ຄວາມ​ຜິດ​ນັ້ນ ​ແມ່ນ​ບໍ່​ມີ​ຂໍ້​ສົງໄສໃດໆເລີຍ
​ເນື່ອງ​ຈາກ​ວ່າ ສານ​ທີ່ຄວບ​ຄຸມ​ໂດຍ ພັກຄອມ​ມິ​ວນິສ ນັ້ນ ມີ​ອັດຕາ​ການ​ຕັດສິນຈຳ​ເລີຍ​
ວ່າ​ມີຄວາມ​ຜິດ ​ເກືອບ​ເຖິງ 100 ​ເປີ​ເຊັນ. ​ແຕ່ໄອ​ຍະ​ການ​ໄດ້​ຮ້ອງ​ຂໍ​ໂທດ​ສະຖານ​ເບົາ
​ໂດຍ​ອ້າງ​ວ່າ​ທ່ານ Liu ​ໄດ້ໃຫ້ການ​ຮ່ວມ​ມື​ກັບ​ການ​ສອບ​ສວນ.

ແຕ່​ວ່າ ​ຄຳຕັດສິນລົງໂທດ​ໃນວັນ​ພຸດ​ມື້ນີ້ ​ໂດຍສານ​ເມືອງ Langfang ​ທາງ​ທິດ​ເໜືອ​
ຂອງ​ນະຄອນຫລວງປັກ​ກິ່ງນັ້ນ ​ແມ່ນເປັນ​ການ​ລົງໂທດ​ທີ່​ໜັກ​ທີ່​ສຸດ ຕາມ​ກົດໝາຍ
ສຳ​ຫລັບ​ຄວາມ​ຜິດ​ດັ່ງ​ກ່າວ.

ທ່ານ Liu ຜູ້ທີ່​ໄດ້ດຳລົງ​ຕຳ​ແໜ່​ງ ​ປະທານກົມ​ພະລັງງານ​ແຫ່ງ​ຊາດ​ອີກ​ນັ້ນ ​ແມ່ນ​ໜຶ່ງ​
ໃນ​ບັນດາ​ເຈົ້າໜ້າ​ທີ່ ​ຂັ້ນສູງ ຫຼາຍກວ່າ 50 ຄົນ ທີ່​ກຳລັງ​ປະ​ເຊີນ​ໜ້າ​ກັບ ​ການ​ກ່າວ​ຟ້ອງ​
ພາຍ​ໃຕ້ການ​ປຸກລະດົມຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງຂອງປະທານ​ປະ​ເທດຈີນ ທ່ານ ສີ
ຈິ້ນຜິ​ງ. ​ ​ເຈົ້າໜ້າ​ທີ່​ຂັ້ນຕ່ຳ ຫຼາຍໆຄົນ ​ກໍໄດ້​ຖືກດຳ​ເນີນ​ຄະດີ​ແລະ​ຕົກ​ຈາກ​ດຳ​ແໜ່​ງ​ເຊັ່ນກັນ.

China Corruption
please wait
Embed

No media source currently available

0:00 0:01:07 0:00

XS
SM
MD
LG