ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະດີດ ປະທານາທິບໍດີ ປະເທດ El Salvador ເສຍຊີວິດ ລວມອາຍຸໄດ້ 56 ປີ

ອະດີດ ປະທານາທິບໍດີ ປະເທດ El Salvador ທ່ານ Francisco Flores (ກາງ) ຍ່າງອອກຈາກບ້ານຂອງທ່ານ ໃນຂະນະທີ່ຖືກຄຸ້ມກັນໂດຍຮອງຜູ້ອຳນວຍການຕຳຫຼວດ ທ່ານ Howard Cotto (ຂວາ) ແລະ ກຸ່ມໜ່ວຍຕຳຫຼວດ ພິເສດ ໃນຄຸ້ມບ້ານ San Benito, ນະຄອນຫຼວງ San Salvador, 19 ກັນຍາ, 2014.

ອະດີດປະທານາທິບໍດີຂອງປະເທດ El Salvador ທ່ານ Francisco Flores ໄດ້ເສຍຊີວິດແລ້ວ.

ເມື່ອບໍ່ດົນມານີ້ທ່ານໄດ້ເປັນໂຣກຄວາມດັນ ແລະ ອາການກໍໄດ້ຊຸດ ໂຊມລົງເຖິງ ຂັ້ນໂຄມາ ຫຼັງຈາກຖືກນຳສົ່ງໄປໂຮງໝໍໃນນະຄອນ ຫຼວງ San Salvador ຢ່າງ ຮີບດ່ວນ.

ອະດີດປະທານາທິບໍດີ ຜູ້ທີ່ໄດ້ປົກຄອງປະເທດຈາກປີ 1999 ຫາ 2004 ໄດ້ເປັນ ຜູ້ຕ້ອງຫາຖືກກັກຂັງໄວ້ໃນທີ່ຢູ່ຂອງຕົນເອງ ໃນໄລ ຍະເວລາທີ່ທ່ານໄດ້ເສຍຊີວິດ ສຳລັບການກ່າວຫາທີ່ທ່ານລັກເງິນ 15 ລ້ານໂດລາເຊິ່ງເກາະ ໄຕ້ຫວັນ ໄດ້ບໍລິ ຈາກໃຫ້ປະເທດ El Salvador ສຳລັບຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກເຫດແຜ່ນດິນ ໄຫວໃນປີ 2001.

ພັກພັນທະມິດ ຣີພັບບລີກັນ ແຫ່ງຊາດຂອງທ່ານ ເຊິ່ງເປັນທີ່ຮູ້ຈັກດັ່ງກັບ ARENA ໄດ້ສະ ແດງຄວາມເສົ້າສະຫຼົດໃຈຕໍ່ຄອບຄົວຂອງທ່ານໃນໜ້າສື່ສັງຄົມ Twitter ຂອງທ່ານ.

ທ່ານ Flores ໄດ້ເສຍຊີວິດດ້ວຍອາຍຸ 56 ປີ.

Salvador Flores Obit
please wait
Embed

No media source currently available

0:00 0:00:28 0:00

XS
SM
MD
LG