ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າໜ້າທີ່ສືບສວນ ກອງທັບເຮືອ ຖືກຕັດສິນ ຈຳຄຸກ 12 ປີ ໃນຄະດີ ຄໍຣັບຊັ່ນ


ທ່ານ John Beliveau Jr. ພ້ອມດ້ວຍທະນາຍຄວາມ Gretchen von Helms (ຊ້າຍ) ທີ່ສານລັດຖະບານກາງ ຢູ່ນະຄອນ San Diego ລັດ California ເມື່ອວັນທີ 17 ທັນວາ ປີ 2013 ແລະຜູ້ກ່ຽວຖືກຕັດສິນຈຳຄຸກ 12 ປີ ໃນວັນສຸກວານນີ້.
ທ່ານ John Beliveau Jr. ພ້ອມດ້ວຍທະນາຍຄວາມ Gretchen von Helms (ຊ້າຍ) ທີ່ສານລັດຖະບານກາງ ຢູ່ນະຄອນ San Diego ລັດ California ເມື່ອວັນທີ 17 ທັນວາ ປີ 2013 ແລະຜູ້ກ່ຽວຖືກຕັດສິນຈຳຄຸກ 12 ປີ ໃນວັນສຸກວານນີ້.

ກະຊວງ​ຍຸ​ຕິ​ທຳ​ສະຫະລັດ ກ່າວ​ວ່າ ອະດີດ​ເຈົ້າ​ໜ້າ​ທີ່ສືບສວນ ​ຂອງ​ກອງທັບ​ເຮືອສະຫະ ລັດ ​ໄດ້​ຖືກ​ຕັດສິນ​ລົງ​ໂທດ​ໃຫ້​ຕິດ​ຄຸກ 12 ປີ​ໃນ​ວັນ​ສຸກວານ​ນີ້ ໃນ​ຖານ​ເປີດ​ເຜີ​ຍລາຍ​ລະ ອຽດກ່ຽວ​ກັບຂໍ້​ມູນ​ສຳຄັນ​ໃນ​ການ​ປະຕິບັດກົດໝ​າຍ​ເພື່ອ​ປ້ອງ​ກັນພະນັກງານ​ສັນຍາ​ຈ້າງ ຜູ້​ທີ່​ບໍລິສັດ​ໄດ້​ຢູ່​ພາຍ​ໃຕ້​ການ​ສືບ​ສວນ ​ເພື່ອ​ແລກປ່ຽນກັບ​ເງິນສົດ ການ​ເດີ​ນທາງ​ທີ່​ຫຼູຫຼາ ​ແລະ​ການ​ບໍລິການ​ຂອງໂສ​ເພນີ.

ທ່ານ John Bertrand Beliveau II ອາຍຸ 47 ປີ ຈາກ​ເມືອງ York ​ໃນລັດ Pennsylva- nia ຍັງ​ໄດ້​ຖືກ​ສັ່ງ​ໃຫ້​ຈ່າຍ ​ເງິນ 20 ລ້ານ​ໂດ​ລາ ​ແທນ​ຄືນ ໃຫ້ແກ່​ກອງທັບ​ເຮືອ​ສະຫະລັດ ອີງ​ຕາມ​ກະຊວງ​ຍຸຕິ​ທຳທີ່​ກ່າວ​ວ່າ ​ຈຳ​ເລີຍ​ອາດ​ຈະໄດ້​ຮັບ​ໂທດ​ໂທດ​ຕິດ​ຄຸກ​ໜັກທີ່​ສຸດທີ່​ບໍ່ ມີ​ມາ​ກ່ອນຕໍ່​ເຈົ້າ​ໜ້າ​ທີ່ລັດຖະບານ​ກາງ​ໃນ​ຄະດີ​ສໍ້​ລາດ​ບັງ​ຫລວງ.

ກະຊວງ​ຍຸຕິ​ທຳ​ກ່າວ​ວ່າ ທ່ານ Beliveau ​ໄດ້​ຮັບ​ສາລະພາບຜິດ​ໃນ​ການ​ຊ່ວຍ​ເຫຼືອທ່ານ Leonard Francis ທີ່​ຮູ້​ກັນ​ໃນ​ອີກຊື່​ນຶ່ງ​ວ່າ “Fat Leonard” ຫົວໜ້າ​ບໍລິຫານ​ຂອງອະ​ດີດບໍລິສັດ Glenn Defense Marine Asia ຫຼື GDMAS ​ໂດຍ​ນຳ​ເອົາ​ລາຍ​ງານ​ສຳ ຄັນທີ່​ອະນຸຍາດ​ໃຫ້ ທ່ານ Francis ປ້ອງ​ກັນການ​ສືບສວນ​ໃນ​ການ​ສໍ້​ໂກງ​ກະທຳ​ຄວາມ​ຜິດຂອງ​ບໍລິສັດ​ທ່ານ.

ບໍລິສັດ GDMA ​ໄດ້ສະໜອງ​ການ​ບົວ​ລະ​ບັດ​ຮັກສາ ບັນດາກຳ​ປັ່ນ​ລົບໃຫຍ່ຂອງສະຫະ ລັດ ເຊັ່ນ​ການ​ຕື່ມ​ນໍ້າມັນ ມ້ຽນ​ມັດ​ສິ່ງ​ສົກກະປົກ ​ແລະ​ທຳ​ຄວາມ​ສະອາດຢູ່ຕາມ​ທ່າ​ເຮືອ ໃນທົ່ວ​ເຂດ​ເອ​ເຊຍ​ຕ​າ​ເວັນ​ອອກສຽງ​ໃຕ້. ບໍລິສັດສັນຍາ​ຈ້າງ​ດັ່ງກ່າວ​ໄດ້​ຢູ່​ພາຍ​ໃຕ້​ການ​ສືບສວນ​ໃນ​ຖານ​ເກັບ​ເງິນຈາກ​ກອງທັບ​ເຮືອເກີນ​ຂອບ​ເຂດຢ່າງ​ໜ້ອຍ 35 ລ້ານ​ໂດ​ລາ.

ອີງ​ຕາມ​ຄຳ​ສາລະພາບ​ແລ້ວ ທ່ານ Beliveau ຮັບ​ຮູ້​ວ່າ ​ທ່ານ​ໄດ້​ຊອກ​ຫາ​ຂໍ້​ມູນ​ລັບ​ຂອງ ອົງການ​ສືບສວນ​ຂອງກອງທັບ​ເຮືອ​ຫຼື NCIS ຢູ່​ເປັນ​ປະຈຳ ​ເພື່ອ​ລາຍ​ງານ​ການ​ສື​ບສວນ ທີ່ພົວພັນ​ກັບທ່ານ Francis ​ແລະບໍລິສັດ GDMA. ​ໃນ​ຊ່ວງ​ເວລາ​ຫລາຍ​ປີ ລາຍ​ງານ​ທີ່​ທ່ານ​ສົ່ງ​ໃຫ້​ທ່ານ Francis ​ໄດ້​ຊ່ວຍ​ໃຫ້​ພະນັກງານ​ສັນຍາ​ຈ້າງ​ຄົນ​ນີ້ແລະ​ບໍ​ລິ​ສັດ​ຂອງ​ຜູ້ ກ່ຽວຫລົບ​ຫລີກ​ຈາກ​ການຖືກ​ກ່າວ​ຫາ​ຄວາມ​ຜິດ​ຫລາຍ​ຢ່າງ.

ບັນດາ​ໄອ​ຍະ​ການ ກ່າວ​ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າ​ທ່ານ Beliveau ​ໄດ້​ສົ່ງເອກ​ກະສາ​ນພາຍ​ ໃນ​ຫລາຍ​ຮ້ອຍ​ສະບັບໃຫ້ທ່ານ Francis. ເພື່ອ​ເປັນການ​ຕອບ​ແທນ ​ເຂົາ​ເຈົ້າ​ກ່າວ​ວ່າ ບັນດາ​ຜູ້​ບໍລິຫານຂອງ​ບໍລິສັດ GDMA ​ໄດ້​ຈັດ​ແຈງໂສ​ເພນີ​ໃຫ້​ແກ່​ທ່ານ Beliveau ສົ່ງ ເງິນສົດຟ່າງ​ຫລວງຫລາຍເພື່ອເປັນ​ຄ່າ​ໃຊ້​ຈ່າຍໃຫ້ແກ່​ທ່ານ ​ແລະສົ່ງ​ທ່ານ​ໄປ​ທ່ອງ​ທ່ຽວ ​ອ້ອ​ມ​ເຂດເອ​ເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG