ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະດີດຜູ້ນຳປະເທດ Ivory Coast ຖືກດຳເນີນຄະດີ ທີ່ສານອາຍາສາກົນ


ທ່ານ Laurent Gbagbo, ອະດີດປະທານາທິບໍດີ ປະເທດ Ivory Coast, ຖືກດຳເນີນຄະດີສຳລັບການມີບົດບາດໃນ
ສົງຄາມເມືອງຂອງປະເທດ.
ທ່ານ Laurent Gbagbo, ອະດີດປະທານາທິບໍດີ ປະເທດ Ivory Coast, ຖືກດຳເນີນຄະດີສຳລັບການມີບົດບາດໃນ ສົງຄາມເມືອງຂອງປະເທດ.

ການດຳເນີນຄະດີ ​ໃນ​ຂໍ້​ຫາກໍ່​ອາ​ຊະ​ຍາ​ກຳສົງຄາມ ຕໍ່ອະດີດປະທາ ນາທິບໍດີ Ivory Coast ທ່ານ Laurent Gbagbo ໄດ້ເລີ່ມຂຶ້ນໃນ ວັນພະຫັດມື້ນີ້ ທີ່ສານອາຍາສາກົນ.

ທ່ານ Gbagbo ເປັນຜູ້ນຳປະເທດຄົນທຳອິດທີ່ຈະຖືກດຳເນີນຄະດີ ທີ່ນະຄອນ The Hague, ທ່ານກຳລັງປະເຊີນໜ້າກັບການກ່າວຫາ​ໃນການກໍ່ອາຊະຍາກຳ ຕ້ານມະນຸດຊາດ, ລວມທັງການຂົ່ມຂືນ ແລະ ຄາດຕະກຳ ​ໃນຄວາມຮຸນແຮງທີ່ ແກ່ຍາວເຖິງ 4 ເດືອນໃນປີ 2010 ເຊິ່ງເຮັດໃຫ້ມີ 3,000 ຄົນເສຍຊີວິດ. ບັນດາ ໄອຍະການ ກ່າວວ່າ ທ່ານ Gbagbo ເຊິ່ງມີອາຍຸ 70 ປີ ໄດ້ເຮັດສົງຄາມເພື່ອ ຍຶດ ອຳນາດ, ແມ່ນກະທັ້ງໄດ້ຜ່າຍແພ້ໃນການເລືອກຕັ້ງປະທານາ ທິບໍດີ ໃຫ້ກັບຂູ່ແຂ່ງ ທີ່ເປັນປໍລະປັກກັນ, ທ່ານ Alassane Ouattara.

ຄວາມຂັດແຍ້ງໄດ້ສິ້ນສຸດລົງໃນທີ່ສຸດ ຫຼັງຈາກປະເທດ ຝຣັ່ງ,​ ເຊິ່ງເປັນອະດີດ​ເຈົ້າອານາ​ນິຄົມ ຂອງປະເທດ Ivory Coast ໄດ້ສົ່ງກອງກຳລັງໄປຟື້ນຟູ​ຄວາມ​ເປັນລະບຽບຮຽບຮ້ອຍຄືນ ແລະ ໄດ້ຈັບກຸມທ່ານ Gbagbo ເຊິ່ງທ່ານໄດ້ລີ້ຢູ່ໃນ ທຳນຽບປະທານາທິບໍດີໃນລະຫວ່າງສົງ ຄາມ.

ໄອຍະການສານອາຍາສາກົນ ທ່ານ Fatou Bensouda ໄດ້ກ່າວຕໍ່ບັນດານັກ ຂ່າວທີ່ນະ ຄອນ The Hague ໃນວັນພຸດວານນີ້ວ່າ “ຈຸດປະສົງຂອງການດຳ ເນີນຄະດີທີ່ຈະເລີ່ມຂຶ້ນ ມື້ອື່ນນີ້ແມ່ນ ເພື່ອເປີດເຜີຍຄວາມຈິງຜ່ານຂະບວນ ການທາງກົດໝາຍເທົ່ານັ້ນ.”

ຜູ້ປະທ້ວງຫຼາຍຄົນໄດ້ອອກມາເຕົ້າໂຮມກັນຢູ່ນອກສານອາຍາສາກົນ ກ່ອນການ ດຳເນີນຄະ ດີເລີ່ມຂຶ້ນ ເພື່ອສະແດງການສະໜັບສະໜູນຂອງພວກເຂົາເຈົ້າຕໍ່ທ່ານ Gbagbo.

ອະດີຫົວໜ້າເຍົາວະຊົນ ທ່ານ Charles Ble Goude ກໍຈະຖືກ​ດຳເນີນ​ຄະດີກັບ ທ່ານ Gbagbo ເຊັ່ນກັນ. ສານອາຍາສາກົນຍັງໄດ້ອອກໄບສັ່ງຈັບ ທ່ານນາງ Simone ເຊິ່ງ​ເປັນອະ ດີດພັນລະຍາຂອງທ່ານປະທານາທິບໍດີ, ກ່ຽວກັບຂໍ້ຫາ ການກໍ່ອາຊະຍາກຳຕ້ານມະນຸດຊາດ. ທ່ານນາງໄດ້ຖືກຕັດສິນຈຳຄຸກ 20 ປີເມື່ອປີ ກາຍນີ້ໂດຍສານ Ivory Coast.

Africa Gbagbo
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG