ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອະດີດ ສະຕີໝາຍເລກໜຶ່ງ ຂອງ ໄອວໍຣີ ໂຄສ ຖືກຕັດສິນ ໃຫ້ພົ້ນໂທດ


ອະດີດ ສະຕີໝາຍເລກໜຶ່ງ ທ່ານນາງ Simone Gbagbo ເຂົ້າຮ່ວມການຊຸມນຸມ ເພື່ອສະໜັບສະໜູນ ສາມີຂອງນາງ ອະດີດ ປະທານາທິບໍດີ Laurent Gbagbo, ໃນນະຄອນ Abidjan ປະເທດ Ivory Coast, ວັນທີ 15 ມັງກອນ 2011.
ອະດີດ ສະຕີໝາຍເລກໜຶ່ງ ທ່ານນາງ Simone Gbagbo ເຂົ້າຮ່ວມການຊຸມນຸມ ເພື່ອສະໜັບສະໜູນ ສາມີຂອງນາງ ອະດີດ ປະທານາທິບໍດີ Laurent Gbagbo, ໃນນະຄອນ Abidjan ປະເທດ Ivory Coast, ວັນທີ 15 ມັງກອນ 2011.

ໃນວັນອັງຄານວານນີ້ ສານແຫ່ງໜຶ່ງໃນປະເທດ ໄອວໍຣີ ໂຄສ ໄດ້ຕັດສິນວ່າ ອະດີດ
ສະຕີໝາຍເລກໜຶ່ງ ທ່ານນາງ Simone Gbagbo ບໍ່ມີຄວາມຜິດ ກ່ຽວກັບ ການ​ກໍ່
ອາຊະຍາກ ຳຕ້ານມະນຸດຊາດ ໃນລະຫວ່າງ ທີ່​ເກີດຄວາມຮຸນແຮງ ຫລັງຈາກການ
ເລືອກຕັ້ງໃນປີ 2011.

ທ່ານນາງ Gbagbo ບໍ່ໄດ້ຢູ່ໃນສານໃນເວລາການປະກາດຄຳຕັດສິນນັ້ນ, ບັນດາ
ໄອຍະການ ມີ​ເວລາ 60 ມື້ ທີ່​ຈະ​ຂໍ​ອຸທອນ ​ກ່ຽວ​ກັບ ​ການຕັດສິນ​ດັ່ງກ່າວ ເຊິ່ງພວກ
ເພິ່ນ ໄດ້ຮຽກຮ້ອງ ​ໃຫ້ຄຸມ​ຂັງທ່ານນາງ​ ໃນຄຸກຕະຫຼອດຊີວິດ.

ທ່ານນາງ Gbagbo ໄດ້ຖືກກ່າວຫາ ກ່ຽວກັບ ເປັນຜູ້ນຳໜ້າຄົນກຸ່ມນ້ອຍກຸ່ມໜຶ່ງ
ທີ່ໄດ້ກໍ່ຄວາມຮຸນແຮງແກ້ແຄ້ນ ຕໍ່ຝ່າຍກົງກັນຂ້າມ ຂອງສາມີທ່ານນາງ, ອະດີດ
ປະທານາທິບໍດີ Laurent Gbagbo, ລວມທັງຈັດສົ່ງອາວຸດໃຫ້ພວກເຂົາ ແລະ
ໂຈມຕີເຮືອບິນເຮລິຄອບເຕີ ຫຼາຍລໍາ.

ສານອາຍາສາກົນ ທີ່​ນະຄອນ Hague ຢາກພິຈາລະນາຄະດີ ທ່ານນາງ, ແຕ່ໄດ້
ຕົກລົງ ທີ່ຈະປ່ອຍໃຫ້ທ່ານນາງ ຖືກນຳຕົວຂຶ້ນສານໃນປະເທດ ໄອວໍຣີ ໂຄສ ແທນ.

ກຸ່ມປົກ​ປ້ອງສິດທິມະນຸດ Human Rights Watch ແລະກຸ່ມ​ປົກ​ປ້ອງ ສິດທິຜູ້ເຄາະ
ຮ້າຍ ໃນ ໄອວໍຣີ ໂຄສ ກ່າວວ່າ ພວກເຂົາເຈົ້າມີຄວາມຜິດຫວັງ ກັບຄຳຕັດສິນນີ້,
ເຊິ່ງພວກເຂົາເຈົ້າກ່າວວ່າ ປ່ອຍໃຫ້ຄຳຖາມບາງຢ່າງ ກ່ຽວກັບ ບົດບາດຂອງທ່ານນາງ
ໃນການ​ກໍ່ຄວາມຮຸນແຮງນັ້ນ ບໍ່ໄດ້ຮັບຄຳຕອບ.

ແຕ່ທ່ານນາງ Gbagbo ຍັງຕ້ອງຕິດຄຸກ 20 ປີ ໃນຂໍ້ກ່າວຫາກ່ອນໜ້ານີ້ ທີ່​ເຮັດ​ໃຫ້ປະ
​ເທດ​ຊາດ ຕົກ​ຢູ່​ໃນອັນຕະລາຍ.

ສາມີຂອງທ່ານນາງໄດ້ຖືກດຳເນີນຄະດີ ທີ່​ນະຄອນ Hague ​ໃນຂໍ້ກ່າວຫາ ກໍ່ອາຊະ
ຍາກຳ ຕ້ານມະນຸດຊາດ.

ຄວາມຮຸນແຮງໃນປະເທດ ໄອວໍຣີ ໂຄສ ໄດ້ລະເບີດຂຶ້ນ ໃນປີ 2011 ເມື່ອທ່ານ Laurent
Gbagbo ໄດ້ປະຕິເສດ ທີ່ຈະສະຫຼະອຳນາດຂອງທ່ານ ຫຼັງຈາກຜ່າຍແພ້ ໃນການເລືອກ
ຕັ້ງ ປະທານາທິບໍດີ ໃຫ້ແກ່ທ່ານ Alasanne Ouattara. ປະຊາຊົນປະມານ 3,000 ຄົນ
ໄດ້ຖືກຂ້າຕາຍໃນເວລານັ້ນ.

Ivory Coast Gbagbo Verdict
please wait

No media source currently available

0:00 0:01:27 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG