ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Ruak ໄດ້ຮັບເລືອກ ເປັນປະທານາທິບໍດີ ຄົນໃໝ່ ຂອງຕີມໍຕາເວັນອອກ


ທ່ານ Taur Matan Ruak ປະທານາທິບໍດີທີ່ໄດ້ຮັບເລືອກຄົນໃໝ່
ຂອງຕີມໍຕາເວັນອອກ
ທ່ານ Taur Matan Ruak ປະທານາທິບໍດີທີ່ໄດ້ຮັບເລືອກຄົນໃໝ່ ຂອງຕີມໍຕາເວັນອອກ

ອະດີດ​ຜູ້​ນໍາ​ໃນ​ການ​ກອບ​ກູ້​ເອກ​ກະລາດ ທ່ານ Taur Matan Ruak ​ໄດ້​ຮັບໄຊຊະນະ​
ໃນ​ການ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີຕີ​ມໍ​ຕາ​ເວັນ​ອອກ.

ບັນດາເຈົ້າ​ໜ້າ​ທີ່​ເລືອກຕັ້ງ ປະກາດ​ໃນ​ວັນ​ອັງຄານນີ້​ວ່າ​ ທ່ານ Ruak ​ໄດ້ໄຊຊະນະ​ການ
ເລືອກ​ຕັ້ງປະທານາທິບໍດີຮອບສອງ​ດ້ວຍຄະແນນ​ສຽງ 61 ​ເປີ​ເຊັ​ນປຽບທຽບໃສ່​ 39 ເປີ​
ເຊັ​ນທີ່ທ່ານ Francisco Guterres ຜູ້​ນໍາ​ໃນ​ການ​ກອບ​ກູ້​ເອກ​ກະລາ​ດ ອີກ​ຄົນ​ນຶ່ງທີ່​ຮູ້​
ກັນໃນ​ນາມ ທ່ານ “Lu Olo” ທ່ານ Guterres ​ໄດ້​ຮັບຄະ​ແນນນໍາໜ້າ ທ່ານ Ruak
ໜ້ອຍນຶ່ງ​ໃນ​ການເລືອກ​ຕັ້ງປະທານາທິບໍດີຮອບ​ທໍາ​ອິດ​ໃນ​ເດືອນ​ແລ້ວ​ນີ້.

ຜົນ​ການ​ເລືອກຕັ້ງທີ່​ວ່າ​ນີ້ ​ຕ້ອງ​ໄດ້​ຮັບ​ການ​ພິສູດ​ຈາກສານ​ອຸ​ທອນ​ກ່ອນ​ຈະ​ໄດ້​ຖືກ​ປະ
ກາດ​ຢ່າງ​ເປັນ​ທາງ​ການ.

ທ່ານ Cillian (Kill-ee-ahn) Nolan ຜູ້ຊ່ຽວຊານ​ກ່ຽວ​ກັບຕີ​ມໍ​ຕາ​ເວັນ ອອກສັງກັດ​ຢູ່
ນຳ​ກຸ່ມ​ວິ​ກິດ​ການນາໆ​ຊາດ​ ທີ່ກຸງ Jakarta ​ໄດ້​ກ່າວ​ຕໍ່ VOA ວ່າ ໄຊຊະນະຂອງ​ທ່ານ
Ruak ​ແມ່ນ​ບໍ່​ໄດ້​ຄາດ​ຄິດ​ກັນ​ໄວ້​ກ່ອນ ຈາກ​ຜົນ​ການ​ເລືອກ​ຕັ້ງ​ໃນຮອບ​ທຳ​ອິດ.

ທ່ານ Ruak ອະດີດ​ຜູ້​ບັນຊາ​ການທະ​ຫານ ​ທີ່ໄດ້ໃຫ້​ຄໍາ​ໝັ້ນ​ສັນຍາ​ໄວ້​ວ່າ ຈະນຳ​ສະ​ເໜີ​
ການ​ບັງຄັບ ​ໃຫ້​ເຂົ້າຮັບ​ໃຊ້​ ຢູ່​ໃນ​ກອງທັບນັ້ນ ​ຈະເຂົ້າຮັບຕຳ​ແໜ່​ງ​ ແທນທ່ານ Jose
Ramos-Horta ​ຜູ້​ທີ່ເຄີຍໄດ້​ຮັບລາງ ວັນໂນ​ແບລ ຂະ​ແໜງສັນ​ຕິ​ພາບ ​ໃນ​ບົດບາດ​ຂອງ
ທ່ານໃນ​ການ​ຕໍ່ສູ້ເພື່ອ​ຄວາມເປັນ​ເອກ​ກະລາດ​ຈາກອິນ​ໂດ​ເນ​ເຊຍ. ທ່ານ Ramos Horta
ໄດ້ຮັບ​ຄະ​ແນນ​ສຽງ​ເປັນ​ອັນ​ດັບ​ທີສາມໃນການ​ປ່ອນ​ບັດເລືອກຕັ້ງຮອບທໍາ​ອິດ.

ປະທານາທິບໍດີ ​ຊຶ່ງ​ສ່ວນ​ໃຫຍ່​ແລ້ວ ແມ່ນຕຳ​ແໜ່​ງທາງ​ພິທີການ​ທໍ່​ນັ້ນ ​ແຕ່ທ່ານ Nolan
ກ່າວວ່າ ທ່ານ Ruak ຍັງ​ສາມາດ​ຫລີ້ນ​ບົດບາດ​ອັນ​ສໍາ​ຄັນ​ສຳ​ຫຼັບຕີ​ມໍ​ຕາ​ເວັນ​ອອກ​ທີ່​ປະ
ສົບ​ກັບ​ໄພ​ສົງຄາມ ​ໃນ​ຂະນະ​ທີ່ປະເທດ​ດັ່ງກ່າວ ​ພວມ​ຈະ​ກ້າວ​ເຂົ້າສູ່ວັນ​ຄົບຮອບ 10 ປີ​
ຂອງ​ການ​ເປັນ​ເອກ​ກະລາດ​.

XS
SM
MD
LG