ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດນາຍພົນ Guo Boxiong ຖືກກ່າວຫາ ສໍ້ລາດບັງຫຼວງ


ອະດີດນາຍພົນ Guo Boxiong
ອະດີດນາຍພົນ Guo Boxiong

ອະດີດ ​ນາຍ​ພົນ​ອະ​ວຸ​ໂສ​ທ່ານ​ນຶ່ງ​ ຂອງກອງທັບ​ຈີນ ຈະ​ປະ​ເຊີນ​ກັບ​ຂໍ້​ຫາ​ຮັບ​ເງິນ​ສິນ​ບົນ​ ກາຍ​ເປັນ​ເຈົ້າໜ້າ​ທີ່​ຂັ້ນສູງ​ ຄົນ​ຫລ້າ​ສຸດ​ໃນ​ຈຳນວນ​ຫຼາຍໆ​ຄົນ​ທີ່​ຖືກ​ຟ້ອງຮ້ອງ ​ໃນ​ການ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫຼວງຂອງ​ຈີນທີ່​ໄດ້​ມີ​ການ​ລິ​ເລີ້ມ​ໂດຍ​ປະທານ​ປະ​ເທດ​ຈີນທ່ານ ​ສີ ຈິ້ນຜິ​ງ.

ອົງການ​ຂ່າວ​ຊິນ​ຫົວ​ຂອງ​ທາງ​ການ​ຈີນ ລາຍ​ງານ​ວ່າ ​ໄອ​ຍະ​ການ​ມີ​ຫລັກ​ຖານ ​ທີ່ສະ​ແດງ ໃຫ້​ເຫັນ​ວ່າທ່ານ Guo Boxiong ​ໄດ້​ໃຊ້​ຕຳ​ແໜ່​ງຂອງ​ທ່ານ​ ຊ່ອຍ​ເຫຼືອຄົນ​ອື່ນ​ໃຫ້​ໄດ້​ຮັບ ການ​ເລື່ອນ​ຊັ້ນ​ແລະ​ຍ້າຍ​ໄປ​ຮັບ​ຕຳ​ແໜ່​ງທີ່​ດີໆໃນ​ຂະນະ​ທີ່​ທ່ານໄດ້​ຮັບ​ເງິນ​ສິນ​ບົນ​ກ້ອນ ໃຫຍ່ ທັງ​ໂດຍ​ທາງກົງ​ແລະ​ຜ່ານ​ທາງ​ຄອບຄົວ​ຂອງ​ທ່ານ.

ລາຍ​ງານ​ຂ່າວ​ແຈ້ງວ່າ ທ່ານ Guo ​ໄດ້​ຮັບ​ສາລະພາບ​ກ່ຽວ​ກັບ​ຂໍ້​ຫາ​ທັງ​ໝົດ​ນີ້.

ຄັ້ງນຶ່ງ ທ່ານ Guo ​ເຄີຍ​ຮັບ​ຕຳ​ແໜ່​ງ ​ເປັນ​ຮອງ​ປະທານ ​ກຳມາ​ທິການ​ກາງ​ກອງທັບ ​ແລະ ເປັນ​ສະມາຊິກ​ຄົນ​ນຶ່ງໃນ​ຄະນະ​ກຳມະການ​ກົມ​ການ​ເມືອງສູນ​ກາງ​ພັກ ​ທີ່​ມີ​ອິດ​ທິພົນ 25 ຄົນຂອງ​ຈີນ.

ຄະດີ​ຂອງ​ທ່ານ​ ແມ່ນ​ມີ​ຂຶ້ນຫລັງ​ຈາກ​ທ່ານ Xu Caihu ອະດີດ​ຮອງ​ປະທານ​ກຳມາ​ທິການ ອີກ​ຄົນ​ນຶ່ງທີ່​ໄດ້​ຮັບ​ສາລະພາບ​ວ່າ​ຮັບ​ເງິນ​ສິນ​ບົນ​ກ້ອນ​ໃຫຍ່​ເພື່ອ​ແລກປ່ຽນ​ກັບ​ການ​ຊ່ອຍ ໃຫ້​ຄົນ​ອື່ນ​ໄດ້​ຂຶ້ນຊັ້ນ.

ບຸກຄົນ​ທັງ​ສອງເຄີຍຮັບ​ໜ້າ​ທີ່​ໃນ​ສະ​ໄໝ​ການ​ດຳລົງ​ຕຳ​ແໜ່​ງຂອງ​ອະດີດ​ປະທານ​ປະ​ເທດ ຫູ​ ຈິນຕ້າວ.

ປະທານ​ປະ​ເທດ ສີ ຈິ້ນຜິ​ງ ​ໄດ້​ເລີ້ມປຸກລະດົມ​ຕໍ່ຕ້ານ​ກາ​ນສໍ້​ລາດ​ບັງ​ຫຼວງນັບ​ຕັ້ງ​ແຕ່​ທ່ານ ໄດ້​ເຂົ້າກຳ​ຕຳ​ແໜ່​ງ​ໃນ​ທ້າຍ​ປີ 2012. ທ່ານ​ກ່າວ​ວ່າການ​ປາບ​ປາມ​ການສໍ້​ລາດ​ບັງ​ຫຼວງນີ້ ແມ່ນ​ເປັນ​ເລື້ອງທີ່​ຈິງ​ຈັງ​ສຳ​ລັບ​ພັກ​ຄອມ​ມູນິສຈີນ.

XS
SM
MD
LG