ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການປະຕິບັດງານ ຊ່ອຍເຫຼືອ ພວກແມ່ຍິງ ຈາກໂບໂກຮາຣາມ ເຮັດໃຫ້ຈຳນວນນຶ່ງ ເສຍຊີວິດ


ພວກແມ່ຍິງ ຢູ່ສູນພວກຄົນອົບພະຍົບພາຍໃນປະເທດ ຢືນລົມກັນ ໃນຂະນະທີ່ ມີພວກແມ່ຍິງ ແລະ ເດັກນ້ອຍ ທີ່ໄດ້ຮັບການຊ່ອຍເຫຼືອມາໄດ້ ຈາກເມືອງ Sambisa ໄປຮອດສູນດັ່ງກ່າວ ໃນເມືອງ Yola ຂອງ ໄນຈີເຣຍ, ວັນທີ 3 ພຶດສະພາ 2015.
ພວກແມ່ຍິງ ຢູ່ສູນພວກຄົນອົບພະຍົບພາຍໃນປະເທດ ຢືນລົມກັນ ໃນຂະນະທີ່ ມີພວກແມ່ຍິງ ແລະ ເດັກນ້ອຍ ທີ່ໄດ້ຮັບການຊ່ອຍເຫຼືອມາໄດ້ ຈາກເມືອງ Sambisa ໄປຮອດສູນດັ່ງກ່າວ ໃນເມືອງ Yola ຂອງ ໄນຈີເຣຍ, ວັນທີ 3 ພຶດສະພາ 2015.

ການປະຕິບັດຊ່ອຍ​ເຫຼືອ ຂອງທະຫານ​ໄນ​ຈີ​ເຣຍ ​ໄດ້ຍຸດຕິ​
ການ​ຖືກ​ຄຸມ​ຂັງ​ ເປັນ​ເວລາຫຼາຍໆເດືອນ ຂອງ​ພວກ​ຜູ້ຍິງ ​
ແລະ ​ເດັກນ້ອຍ ຫຼາຍຮ້ອຍ​ຄົນ ທີ່​ຖືກ​ພວກຫົວ​ຮຸນ​ແຮງ
Boko Haram ​ລັກພາ​ໂຕ​ໄປ ​ ແຕ່ໄດ້​ຍັງສົ່ງຜົນ​ເຮັດໃຫ້​ມີ​
ຜູ້​ເສຍ​ຊີວິດ​ຈຳນວນ​ນຶ່ງ​ ຈາກ​ລະ​ເບີດ​ຝັງ​ດິນ​ທີ່​ແຕກ​ຂຶ້ນ ຫຼື
ຖື​ກລົດ​ໜັກຕ່າງໆ​ແລ່ນຢຽບ ອີງ​ຕາມ​ພວກ​ທີ່​ລອດ​ຊີວິດ.

ອົງການ​ຈັດການກັບ​ສະພາບ​ສຸກ​ເສີນ​ແຫ່ງ​ຊາດ ຫຼື NEMA
ກ່າວ​ໃນ​ວັນ​ອາທິດ​ວານ​ນີ້ ວ່າ ກຸ່ມນຶ່ງ ຈຳນວນ 275 ຄົນ ທີ່
ຖືກ​ຊ່ອຍ​ເຫຼືອ​ ເມື່ອ​ອາທິດ​ແລ້ວ​ນີ້ ຢູ່​ທາງ​ພາກ​ຕາ​ເວັນ​ອອກ
ສຽງ​ເໜືອ ຂອງ​ໄນ​ຈີ​ເຣຍ ​ໄດ້​ໄປ​ເຖິງ​ສູນ​ອົບ​ພະຍົບ​ແຫ່ງ​ນຶ່ງ​ແລ້ວ
ບ່ອນ​ທີ່​ພວກ​ເຂົາ​ເຈົ້າຈະ​ໄດ້​ຮັບ​ການ​ຮັກສາ​ປິ່ນປົວ ​ແລະ​ໄດ້​ຮັບຄຳ​ປຶກສາ​ ດ້ານຄວາມບອບ ຊ້ຳ​ທາງ​ຈິດ​ໃຈ.

​ຜູ້ຍິງ​ຫຼາຍຄົນໃນ​ນັ້ນ ​ໄດ້ເລົ່າ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ ຫຼັງຈາກ​ທະຫານ​ໄດ້ໄປຊ່ອຍປ່ອຍ​ໂຕ​ພວກ​
ເຂົາ​ເຈົ້າ. ເຂົາ​ເຈົ້າກ່າວ​ວ່າ ພວກ​ຜູ້ຍິງ​ຈຳນວນ​ນຶ່ງ ໄດ້​ລີ້​ຢູ່​ໃນ​ພຸ່ມ​ໄມ້​ ບ່ອນ​ທີ່​ພວກ​ທະຫານ
ບໍ່​ເຫັນ​ພວກ​ເຂົາ​ເຈົ້າ ​ແລະ ​ໄດ້​ເສຍ​ຊີວິດ​ ເວລາລົດ​ຫຸ້ມ​ເກາະຂົນ​ສົ່ງ​ທະຫານ​ຄັນ​ນຶ່ງ ແລ່ນ​
ຜ່ານບໍລິເວນ​ດັ່ງກ່າວ​ນັ້ນ​ໄປ.

ພວກ​ຜູ້ຍິງ​ດັ່ງກ່າວ ຍັງ​ເລົ່າອີກ​ວ່າ ຍ້ອນພວກຖືກ​ປ່ອຍ​ໂຕ​ມີຈຳນວນ ຫຼວງຫຼາຍ ​ທະຫານ​
ຈຶ່ງບໍ່​ສາມາດ​ເອົາ​ພວກ​ເຂົາ​ເຈົ້າ​ຂຶ້ນ​ລົດໄດ້ໝົດ​ທຸກ​ຄົນ ຈຳນວນ​ນຶ່ງ​ໄດ້​ຍ່າງ​ຕາມຫຼັງ ຂະບວນ ລົດ ​ແລະ​ເວລາ​ນັ້ນ​ແຫລະ ຄົນ​ນຶ່ງ​ໄດ້​ຢຽບ​ລະ​ເບີດ​ຝັງ​ດິນ ​ເຮັດ​ໃຫ້​ມັນ​ແຕກ​ຂຶ້ນ ​ແລະ​ ສັງ​ຫານ 3 ຄົນ.

Nigeria Boko Haram
please wait
Embed

No media source currently available

0:00 0:01:29 0:00

XS
SM
MD
LG