ກຸ່ມກໍ່ການຮ້າຍ Taliban ໄດ້ອ້າງເອົາຄວາມຮັບຜິດຊອບຕໍ່ການລອບຍິງ ກຸ່ມນັກທ່ອງທ່ຽວສະຫະລັດ ແລະຢູໂຣບໃນແຂວງ Herat ທາງພາກຕາເວັນຕົກຂອງອັຟການິສຖານ ເຮັດໃຫ້ນັກທ່ອງທ່ຽວໄດ້ຮັບບາດເຈັບ 6 ຄົນ ແລະຄົນຂັບລົດອັຟການິສຖານ.
ໂຄສົກຂອງພວກກະບົດກ່າວວ່າ ພວກນັກລົບ Taliban ໄດ້ແນເປົ້າໝາຍໃສ່ອັນທີ່ລາວເອີ້ນວ່າ “ຂະບວນສັດຕູຮ່ວມ” ແລະໄດ້ວາງແຜນທີ່ຈະເຮັດໃຫ້ມີຜູ້ບາດເຈັບໃນຈຳນວນສູງ ເຖິງແມ່ນວ່າກຸ່ມດັ່ງກ່າວ ແມ່ນເປັນທີ່ຮູ້ກັນວ່າ ມັກຈະປ່ອຍຂ່າວອອກມາໃນຈຳນວນໂຕເລກສູງ ເກີນຈິງ.
ໂຄສົກຕຳຫລວດປະຈຳແຂວງ ທ່ານ Jilani Farhad ໄດ້ກ່າວຕໍ່ ວີໂອເອ ວ່າ ການໂຈມຕີນີ້ ໄດ້ເກີດຂຶ້ນຢູ່ໃນເຂດ Chrishti Sharif ບໍ່ດົນ ຫລັງຈາກພວກນັກທ່ອງທ່ຽວໄດ້ມາເຖິງຂົບເຂດ ຈາກພາກກາງຂອງແຂວງ Bamiyan.
“ຜູ້ໄດ້ຮັບບາດເຈັບແມ່ນມີອາການທຸ່ນທ່ຽງ ແລະຮວມຢູ່ໃນນັ້ນກໍມີແມ່ຍິງຜູ້ນຶ່ງ” ທ່ານໄດ້ກ່າວເພີ້ມຕື່ມ ໂດຍທີ່ປາດສະຈາກການກ່າວເຖິງສັນຊາດຂອງຜູ້ເຄາະຮ້າຍ ຫລືສາເຫດ ຂອງການໂຕມຕີ ແຕ່ເຖິງຢ່າງນັ້ນກໍຕາມ ລາຍງານ ລະບຸວ່າ ພວກນັກທ່ອງທ່ຽວ ແມ່ນຮວມທັງຊາວອາເມຣິກັນ 3 ຄົນ ເຢຍຣະມັນ 1 ຄົນ ແລະອັງກິດ 8 ຄົນ.