ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ສະໝັກ ປະທານາທິບໍດີ ພັກ Republican ປະທະກັນ ໃນການໂຕ້ວາທີ ຄັ້ງທີ 2 ຂອງພັກ


Republican Advisers 'Spin' Debate
please wait

No media source currently available

0:00 0:01:53 0:00

ບັນດາ​ຜູ້​ສະໝັກ​ເປັນ​ປະທານາທິບໍ​ດີ​ສັງກັດ​ພັກ Republican
​ແຖວໜ້າ ​ແລະ​ມະຫາ​ເສດຖີພັນ ລ້ານ ທ່ານ Donald Trump
​ໄດ້​ໂຕ້​ວາທີ​ກັນ​ໃນ​ແລງ​ວັນ​ພຸດ​ວານ​ນີ້ ຊຶ່ງ​ເປັນ​ການ​ໂຕ້​ວາທີ​ທີ່
ສຳຄັນຄັ້ງ 2 ໃນ​ການ​ແຂ່ງຂັນເພື່ອໃຫ້ຖືກແຕ່ງຕັ້ງເປັນຜູ້ຕາງໜ້າ
​ຂອງ​ພັກໂດຍທີ່ທ່ານ Trump ​ຖືກກ່າວຫາຈາກພວກຄູ່ແຂ່ງວ່າ
ທ່ານ​ນັ້ນ​ແມ່ນ​ບໍ່​ເໝາະ​ສົມ​ທີ່​ຈະ​ເປັນ​ຜູ້ນຳ​ຂອງ​ປະ​ເທດ.

ຜູ້​ແຂ່ງ​ຂັນທັງ 10 ທ່ານ ​ໄດ້​ຮ່ວມກັນກັບມະຫາເສດຖີອະສັງຫາ
ລິມະຊັບ ​ໃນ​ການ​ໂຕ້​ວາທີທີ່ມີ ການປະທະກັນຢ່າງໜັກ ​ຢູ່​ຫໍສະ​ມຸດປະທານາທິບໍດີ Ronald Reagan ​ທີ່ເມືອງ Simi Valley ລັດ California.

ຜູ້ສະໝັກລົງແຂ່ງເຂົ້າເປັນປະທານາທິລໍດີ ສັງກັດພັກ Republican, ສະມາຊິກສະພາສູງ ທ່ານ Ted Cruz, ຈາກລັດ Texas, ກ່າວໃນການໂຕ້ວາທີຂອງ CNN ໃນຫໍສະມຸດ _Ronald Reagan in Simi Valley, Calif. 16 ກັນຍາ, 2015.
ຜູ້ສະໝັກລົງແຂ່ງເຂົ້າເປັນປະທານາທິລໍດີ ສັງກັດພັກ Republican, ສະມາຊິກສະພາສູງ ທ່ານ Ted Cruz, ຈາກລັດ Texas, ກ່າວໃນການໂຕ້ວາທີຂອງ CNN ໃນຫໍສະມຸດ _Ronald Reagan in Simi Valley, Calif. 16 ກັນຍາ, 2015.

ທ່ານ Trump ກ່າວ​ໂຄສະນາເຖິງ​ປະສົບ​ການ​ຕ່າງໆ​ຂອງ​ທ່ານ​ໃນ​ຖານະ​ທີ່​ເປັນ​ນັກທຸລະ
ກິດ ທີ່​ທ້າ​ທາຍ​ຕໍ່​ພວກຄູ່ແຂ່ງທ່ານ. ທ່ານ Trump ທີ່ຢືນ​ຢູ່​ທາງ​ກາງຂອງເວທີ​ໂຕ້​ວາທີ ​ໄດ້​ກ່າວ​ວ່າ “ທ່ານ​ມີ​ອາລົມທີ່ແປກ” ​ແລະປະຫວັດ​ໃນການ​ເຮັດທຸລະ​ກິດ​ ​ໃນ​ຈະ​ຊ່ອຍ​ທ່ານ ​ໃນ​ເວທີ​ໂລກ. ທ່ານ​ຍັງ​ໄດ້​ກ່າວ​ອີກ​ວ່າ ທ່ານ​ຈະເຂົ້າ​ກັບ​ບັນດາ​ຜູ້ນຳ​ລະດັບ​ໂລກໄດ້ເປັນຢ່າງດີ ຊຶ່ງ​ຮວມທັງ ຜູ້ນຳຣັດ​ເຊຍ ທ່ານ Vladimir Putin.

ທ່ານ Trump ຜູ້​ຊຶ່ງ​ໃຊ້ສຳນວນໂວຫານຕໍ່ຕ້ານ​ວໍຊິງ​ຕັນ ພ້ອມ​ທັງ​ທວງ​ໃຫ້​ເນລະ​ເທດ ພວກ​ຄົນ​ຕ່າງ​ດ້າວ​ທີ່​ເຂົ້າ​ເມ​ືອງຜິດ​ກົດໝາຍຈຳນວນ 11 ລ້ານ​ຄົນ ອອກ​ຈາກ​ສະຫະລັດ ​ແລະ​ໃຊ້ຄຳ ເວົ້າສຽດສີຕໍ່ຄູ່ແຂ່ງຂອງ​ທ່ານ ແມ່ນໄດ້ນຳພາ​ໃຫ້​ທ່ານໄດ້ຮັບຄະແນນສູງສຸດໃນ
ການຢັ່ງຫາງສຽງຂອງ​ພວກ​ມີ​ສິດ​ ປ່ອນ​ບັດ​ ຈາກ​ພັກ Republican. ​ການ​ຢັ່ງ​ຫາງ​ສຽງ​ຂອງໂທລະ​ພາບ CBS ແລະໜັງສືພິມ New York Times ​ໃນ​ສັບປະດາ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ມີ 27% ທີ່​ສະໜັບສະໜຸນ​ທ່ານ Trump ລື່ນ​ທ່ານ Ben Carson ໝໍ​ຜ່າຕັດ​ສະໝອງ​ຜູ້​ຊຶ່ງ​ກະສຽນ​ແລ້​ວ ທີ່​ໄດ້​ຮັບ 23%.

ທ່ານ Donald Trump ກ່າວໃນການໂຕ້ວາທີ ຂອງ CNN ໃນຫໍສະມຸດ _Ronald Reagan in Simi Valley, Calif. 16 ກັນຍາ, 2015
ທ່ານ Donald Trump ກ່າວໃນການໂຕ້ວາທີ ຂອງ CNN ໃນຫໍສະມຸດ _Ronald Reagan in Simi Valley, Calif. 16 ກັນຍາ, 2015

ບໍ່​ມີ​ຜູ້​ ສະໝັກຄົນ​ໃດໃນ​ເວທີ​ ທີ່ເຂົ້າ​ຮ່ວມ​ການໂຕ້ວາທີກັບທ່ານ Trump ​ແລະ​ທ່ານ​Carson ​ໄດ້​ຮັບ​ຄະ​ແນນກາຍສິບເປີເຊັນ ​ໃນ​ການ​ຢ່າງ​ຫາງສຽງ.

​ ກ່ຽວກັບ​ ເລື້ອງ​ຂໍ້​ຕົກລົງໂຄງການ​ນິວ​ເຄລຍກັບອິຣ່ານນັ້ນ ສະມາຊິກ​ສະພາ​ສູງ​ຈາກ​ລັດ Kentucky ທ່ານ Rand Paul ​ແລະ​ອະດີດ​ຜູ້​ປົກຄອງ​ລັດ Florida ທ່ານ Jeb Bush ​ທີ່​ແມ່ນມີຄວາມເຫັນແຕກ​ຕ່າງ​ໄປ​ຈາກ​ບັນດາຜູ້ສະໝັກສ່ວນໃຫຍ່ຂອງ​ພັກ Republican ​ແລະ​ໄດ້​ກ່າວ​ວ່າ ປະທາ​ນາ​ທະ​ບໍດີ​ຄົນ​ຕໍ່​ໄປ ບໍ່​ຄວນ​ຕ່າວປີ້ນຂໍ້​ຕົກລົງ​ທີ່​ວ່າ​ນີ້ ໃນ​ທັນ​ໃດໂລດ.

ສະມາຊິກພັກ Republican ທ່ານ Marco Rubio ຈາກລັດ Florida ຖະແຫຼງການໂຕ້ວາທີຂອງ CNN ໃນຫໍສະມຸດ _Ronald Reagan in Simi Valley, Calif. 16 ກັນຍາ, 2015.
ສະມາຊິກພັກ Republican ທ່ານ Marco Rubio ຈາກລັດ Florida ຖະແຫຼງການໂຕ້ວາທີຂອງ CNN ໃນຫໍສະມຸດ _Ronald Reagan in Simi Valley, Calif. 16 ກັນຍາ, 2015.

ທ່ານ Paul ​ໄດ້​ກ່າວວ່າ “ມັນ​ຈະ​ເປັນເລື້ອງ​ໄຮ້​ສາລະ” ທີ່​ຈະ “ທັບມ້າງຂໍ້ຕົກລົງໂດຍ​ທັນທີ.” ທ່ານ Bush ​ກໍໄດ້ສະທ້ອນທ່າທີດັ່ງກ່າວ ໂດຍເວົ້າ​ວ່າ “ມັນບໍ່ແມ່ນຍຸດທະສາດທີ່​ຈະຈີກ
ຫຼື​ທຳລາຍ​ຂໍ້ຕົກລົງ​ນີ້.” ​ໃນ​ທາງ​ກັບ​ກັນ ທ່ານ​ໄດ້​ກ່າວ​ວ່າ ທ່ານ​ຈະ​ເພີ້​ມຄວາມ​ສຳພັນ​ກັບ Israel ​ໃຫ້​ເໜັ້ນ​ແຟ້ນຂຶ້ນ ຊຶ່ງເປັນ​ບາດກ້າວ ທີ່​ທ່ານ​ໄດ້​ກ່າ​ວວ່າ ຈະ​ສ້າງ “ການຕ້ານຢັນ
ທີ່ເຂັ້ມແຂງ​ຂຶ້ນກວ່າສິ່ງ​ອື່ນໃດທີ່​ຂ້າພະ​ເຈົ້າ​ສາມາດ​ຄິດ​ໄດ້.”

ທ່ານນາງ Carly Fiorina, ກ່າວໃນການໂຕ້ວາທີຂອງ CNN ໃນຫໍສະມຸດ in Simi Valley, Calif.
ທ່ານນາງ Carly Fiorina, ກ່າວໃນການໂຕ້ວາທີຂອງ CNN ໃນຫໍສະມຸດ in Simi Valley, Calif.

ສ່ວນທ່ານ Rubio ​ແນະນຳ​ວ່າ ປະ​ເທດ​ຊາດ​ບໍ່​ຄວນ​ສ່ຽງ​ຕໍ່​ການ​ເລືອກ​ເອົາ​ຜູ້ນຳ ທີ່ອ່ອນ
ປະສົບ ພະການ​ດ້ານ​ນະ​ໂຍບາຍການ​ຕ່າງປະ​ເທດ ​ເຊັ່ນທ່ານ Trump ​ເປັນປະທານາທິ
ບໍດີ​. ທ່ານ​ຍັງ​ໄດ້​ກ່າວເຖິງ​ການຂົ່ມຂູ່​ຕ່າງໆຕໍ່ສະຫະລັດ ​ເຊັ່ນ​ໂຄງການ​ລູກສອນໄຟຂອງ​ເກົາຫຼີ​ເໜືອ, ການ​ຮຸກ​ຮານ​ຂອງຣັດ​ເຊຍ​ເຂົ້າ​ໄປ​ໃນ​ຢູ​ເຄຣນ ​ແລະ​ການ​ໂຈມ​ຕີ​ ຫຼື​ລັກຂະ​ໂມ​ຍຂໍ້ຄວາມທາງອິນ​ເຕິແນ໊ດ ຂອງ​ຈີນ. ທ່ານກ່າວວ່າ ຜູ້​ຄົນ​ຄວນ​ຈະຖາມ​ບັນດາ​ຜູ້​ສະໝັກ​ເຊັ່ນ​ທ່ານ Trump ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ທ່ານ ​ເພາະວ່າ “ນີ້​ແມ່ນເປັນເວລາທີ່ຕົກຢູ່ໃນອັນຕະລາຍ​ຮ້າຍ​ແຮງເປັນພິເສດ.”

Republican Advisers 'Spin' Debate
please wait

No media source currently available

0:00 0:01:53 0:00

XS
SM
MD
LG