ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີຣ່ານ ຍັງບໍ່ສາມາດ ຕົກລົງ ບັນຫານິວເຄລຍໄດ້ ໃນໜຶ່ງມື້ກ່ອນວັນເສັ້ນຕາຍ


ສະຖານທີ່ຈັດການເຈລະຈາ ບັນຫານິວເຄລຍຂອງ ອີຣ່ານ Palais Coburg ໃນນະຄອນຫຼວງ ວຽນນາ ປະເທດ ອອສເຕຣຍ. 6 ກໍລະກົດ 2015
ສະຖານທີ່ຈັດການເຈລະຈາ ບັນຫານິວເຄລຍຂອງ ອີຣ່ານ Palais Coburg ໃນນະຄອນຫຼວງ ວຽນນາ ປະເທດ ອອສເຕຣຍ. 6 ກໍລະກົດ 2015

ບັນດາ​ລັດຖະມົນ​ຕີ​ຈາກປະ​ເທດ ອີຣ່ານ ​ແລະ ກຸ່ມ​ມະຫາ​ອຳນາດ​ໂລກ 6 ປະ​ເທດ ​ໄດ້​ຢູ່​ໃນ​ສະຖານະ​ພາບ​ທີ່​ຄຸ້ນ​ເຄີຍ​ອີກ​ຄັ້ງ​ ​ໃນ​ວັນ​ຈັນ​ມື້​ນີ້ ​ທີ່​ນະຄອນຫຼວງ ວຽນ​ນາ, ​ເຊິ່ງ​ພວກ​ເພິ່ນໄດ້​ຮ່ວມ​ກັນປະຊຸມເພື່ອ​ຊອກຫາ​ຂໍ້​ຕົກລົງ​ກ່ຽວ​ກັບໂຄງການ ນິ​ວ​ເຄລຍຂອງ ອີຣ່ານ ​ເປັນ​ຄັ້ງ​ສຸດ​ທ້າຍ​ມື້ໜຶ່ງ​ກ່ອນ​ວັນເສັ້ນຕາຍ​ຄັ້ງ​ຫຼ້າ​ສຸດ​ຂອງ​ພວກ​ເພິ່ນ.

ບັນດາ​ນັກ​ການ​ທູດ​ໄດ້​ສະ​ແດງ​ການ​ປະສົມ​ປະສານຂອງ​ຄວາມກ້າວ ໜ້າ​ ​ແລະ ຄວາມ​ຕ້ອງການ​ເພື່ອ​ບັນລຸ ​ບັນຫາ​ສຳຄັນ​ທີ່​ຍັງ​ບໍ່​ທັນ​ໄດ້​ມີ​ການ​ແກ້​ໄຂ ​ໃນ​ຄວາມ​ພະຍາຍາມ​ຂອງ​ພວກເພິ່ນ​ ທີ່​ຈະ​ຈຳ​ກັດ​ກິດຈະກຳ​ນິວ​ເຄລຍຂອງ ອິຣ່ານ ​ເພື່ອ​ແລ​ກ​ປ່ຽນ​ກັບ​ການ​ຫຼຸດຜ່ອນ​ການ​ລົງ​ໂທດທາງ​ດ້ານ​ເສດຖະກິດ.

ລັດຖະມົນຕີ​ຕ່າງ​ປະ​ເທດ ອີຣ່ານ Javad Zarif ກ່າວ​ຕໍ່​ນັກ​ຂ່າວ​ໃນ​ຕອນ​ຄ່ຳ​ຂອງວັນ​ອາທິດວານ​ນີ້ວ່າ “ຄວາມ​ແຕກ​ຕ່າງ​ຍັງ​ຄົງ​ມີ​ຢູ່” ​ ຊ່ຶງທັງ​ສອງ​ຝ່າຍ​ແມ່ນ “ກຳລັງ​ພະຍາຍາມ​ຢູ່.”

ລັ​ດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​ໄດ້​ກ່າວ​ໃນ​ຕອນເຊົ້າ​ຂອງ​ວັນ​ຈັນ​ມື້​ນີ້​ວ່າ ໃນເມື່ອ​ການ​ຕົກລົງ​ຂອງ​ທ່ານ ກັບ​ທ່ານ Zarif ຍັງ​ບໍ່ເຄີຍຫຍັບໃກ້​ເຂົ້າຫາ​ກັນ​ເທື່ອກໍ​ຕາມ, ​ແຕ່ບັນຫາ​ອື່ນອີກກໍຍັງມີ​ຄ້າງ​ຄ້າງຢູ່.

ທ່ານ Kerry ກ່າວໄວ້ “ພວກ​ເຮົາ​ຍັງ​ບໍ່​ທັນໄປຮອດ​ຈຸດ​ນັ້ນ​ເທື່ອ, ຂ້າພະ​ເຈົ້າ​ຂໍເວົ້າເນັ້ນອີກ​ຕື່ມ”.

ທ່ານ Kerry ​ແລະທ່ານ Zarif ​ໄດ້​ພົບ​ປະກັນ​ຫຼາຍ​ຄັ້ງ​ໃນ​ວັນ​ອາທິດ​ວານ​ນີ້ ​ເຊິ່ງຕາມ​ມາດ້ວຍ​ການ​ລາຍ​ງານ​ທີ່​ວ່າ​ຈະ​ບັນລຸ​ ໃນ​ເລື້ອງ​ມາດ​ຕະ​ການການ​ລົງໂທດຕ່າງໆອາດ​ຈະ​ຍົກ​ເລີກໄດ້ ​ແລະ ວ່າການກວດ​ສອບ​ຂອງ ສປຊ ຈະ​ບອກ​ໄດ້ວ່າ ການ​ເຮັດ​ວຽກດ້ານ​ນິວ​ເຄລຍທີ່​ຜ່ານ​ມາ​ຂອງ ອີຣ່ານນັ້ນ ພົວພັນ​ກັບ​ຄວາ​ມພະຍາຍາມ​ພັດທະນາ​ອາວຸດ​ຫຼື​ບໍ່.

​ແຫຼ່ງຂ່າວ​ກ່າວ​ຕໍ່ ວີ​ໂອ​ເອ ວ່າ ອີຣ່ານ ​ແລະ ກຸ່ມ​ປະ​ເທດ​ທີ່​ລວມມີ ສະຫະລັດ, ອັງ​ກິດ, ຈີນ, ຝຣັ່ງ, ຣັດ​ເຊຍ ​ແລະ ​ເຢຍລະ​ມັນນຳ​ນັ້ນ​ ​ຕົກລົງກັນໄດ້​ກ່ຽວ​ກັບ​ບັນຫາ​ການ​ລົງ​ໂທດ​ຊົ່ວ​ຄາວ, ​ແຕ່​ວ່າ​ບັນດາ​ລັດຖະມົນຕີດັ່ງກ່່າວ​ແມ່ນ​ຈະຕ້ອງ​ໄດ້ຮັບຮອງ​ເຫັນ​ດີ​ເສຍ​ກ່ອນ.​

Iran Nuclear
please wait
Embed

No media source currently available

0:00 0:01:56 0:00

XS
SM
MD
LG