ທ່ານນາງສິລິພອນ ສຸພັນທອງ ຮອງຫົວໜ້າພະແນກແຜນການ ແລະການລົງທຶນແຂວງ
ຫຼວງພະບາງ ໄດ້ຖະແຫຼງຊີ້ແຈງວ່າ ໃນຕະຫຼອດໄລຍະແຜນການປະຈໍາປີ 2010-2011
ຊຶ່ງໄດ້ສິ້ນສຸດລົງເມື່ອທ້າຍເດືອນກັນຍາທີ່ຜ່ານມານີ້ ມີການລົງທຶນຂອງຕ່າງປະເທດໃນ
ແຂວງຫຼວງພະບາງເພີ່ມຂຶ້ນ 52 ໂຄງການແລະມີມູນຄ່າລົງທຶນລວມກັນ 464 ກວ່າຕື້ກີບ
ຫຼືປະມານ 58 ລ້ານໂດລາ ໂດຍຖືເປັນມູນຄ່າການລົງທຶນທີ່ລົດລົງກວ່າ 19% ເມື່ອທຽບ
ກັບແຜນການປີ 2009-2010.
ສ່ວນສາເຫດທີ່ເຮັດໃຫ້ການລົງທຶນຈາກຕ່າງປະເທດໃນແຂວງຫຼວງພະບາງ ລົດລົງດັ່ງກ່າວ
ນັ້ນ ກໍມີທັງສາເຫດທີ່ເປັນປັດໃຈພາຍໃນແລະປັດໃຈພາຍນອກປະເທດ. ສໍາລັບປັດໃຈພາຍ
ໃນນັ້ນ ກໍຈະເປັນບັນຫາທີ່ກ່ຽວກັບຂໍ້ຈໍາກັດທາງດ້ານພຶ້ນຖານໂຄງລ່າງພາຍໃນແຂວງຫຼວງ
ພະບາງ ທີ່ຍັງບໍ່ສາມາດຈະຮອງຮັບໂຄງການລົງທຶນໄດ້ໃນຫຼາຍໆດ້ານ. ສ່ວນປັດໃຈພາຍ
ນອກນັ້ນ ກໍມີທັງບັນຫາໃນພູມມິພາກ ແລະໃນລະດັບສາກົນ ດັ່ງທີ່ທ່ານນາງ ສິລິພອນ
ໄດ້ຖະແຫຼງຊີ້ແຈງວ່າ:
“ການຫຼຸດລົງຂອງມູນຄ່າການ
ລົງທຶນນັ້ນ ສາເຫດກໍແມ່ນ
ຍ້ອນບັນຫາວິກິດການທາງ
ດ້ານເສດຖະກິດການເງິນ
ຂອງໂລກ, ແລ້ວກໍບັນຫາ
ທາງດ້ານການມືອງຂອງປະ
ເທດໃກ້ຄຽງ, ບັນຫາໄພພິ
ບັດ ຫຼື ອື່ນໆ. ຊຶ່ງບັນຫາ
ດັ່ງກ່າວ ກໍແມ່ນເຮັດໃຫ້ນັກ
ລົງທຶນມີຄວາມລັງເລໃຈຕໍ່
ການເຂົ້າມາລົງທຶນໃນແຂວງຂອງພວກເຮົາ. ນອກຈາກນັ້ນແລ້ວ ພຶ້ນຖານໂຄງລ່າງ
ຈໍານວນນຶ່ງກໍຍັງບໍ່ທັນສາມາດຮັບປະກັນໄດ້ ໃຫ້ແກ່ການລົງທຶນ.”
ການລົງທຶນຂອງຕ່າງປະເທດໃນແຂວງຫຼວງພະບາງ ໃນແຜນການທີ່ຜ່ານມານີ້ ສາມາດ
ແບ່ງເບັນການລົງທຶນໃນພາກກະສິກໍາ 50%, ພາກອຸດສາຫະກໍາ 27%, ແລະພາກບໍລິ
ການ 23% ຊຶ່ງໃນນີ້ ລວມເຖິງການລົງທຶນຂອງກຸ່ມທຸລະກິດຈາກຈີນ ທີ່ຈະໃຊ້ເງິນທຶນເຖິງ
45 ລ້ານໂດລາ ເພື່ອກໍ່ສ້າງໂຮງແຮມລະດັບ 5 ດາວ ຢູ່ເຂດບ້ານສັງຄະໂລກດ້ວຍ. ເນື່ອງ
ຈາກກຸ່ມທຸລະກິດຈີນໄດ້ເບິ່ງເຫັນວ່າ ມີນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າໄປທ່ຽວ
ໃນແຂວງຫຼວງພະບາງ ເພີ່ມຂຶ້ນຢ່າງຕໍ່ເນື່ອງນັ້ນເອງ.
ທາງການພະແນກທ່ອງທ່ຽວ
ແຂວງຫຼວງພະບາງ ລາຍງານ
ວ່າໃນໄລຍະຈາກປີ 2006 ຫາ
2010 ນັ້ນ ມີນັກທ່ອງທ່ຽວ
ຕ່າງປະເທດເດີນທາງເຂົ້າໄປ
ທ່ອງທ່ຽວ ໃນແຂວງຫຼວງພະ
ບາງ ຫຼາຍກວ່າ 1 ລ້ານຄົນ ຊຶ່ງ
ກໍໄດ້ເຮັດໃຫ້ທຸລະກີດຈາກພາກ
ບໍລິການ ແລະທ່ອງທ່ຽວໃນ
ແຂວງຫຼວງພະບາງ ມີລາຍຮັບ
ລວມເກືອບເຖິງ 300 ລ້ານໂດ
ລາ ໂດຍສະເພາະແມ່ນ ໃນໄລ
ຍະແຜນການປີ 2009-2010
ທີ່ຜ່ານມາ ກໍມີນັກທ່ອງທ່ຽວຕ່າງຊາດຫລາຍກວ່າ 240,000 ຄົນ ແລະກໍເພີ້ມຂຶ້ນເປັນ
ຫລາຍກວ່າ 280,000 ຄົນ ໃນໄລຍະແຜນການປີ 2010-2011 ທີ່ຜ່ານມາ. ສ່ວນໃນ
ແຜນການປີ 2011-12 ນີ້ ກໍເຊື່ອວ່າຈະມີນັກທ່ອງທ່ຽວຊາວຕ່າງຊາດຫລາຍກວ່າ 3
ແສນຄົນ ທີ່ຈະເດີນທາງເຂົ້າໄປທ່ອງທ່ຽວໃນແຂວງຫລວງພະບາງ ໃນຕະຫລອດທັງປີ.
ໃນປັດຈຸບັນນີ້, ໃນທົ່ວແຂວງຫຼວງພະບາງມີໂຮງແຮມ-ຣີສອດ 53 ແຫ່ງ ແລະບ້ານພັກ
ອີກ 255 ແຫ່ງທີ່ສາມາດຮອງຮັບນັກທ່ອງທ່ຽວໄດ້ 4,000 ກວ່າຄົນໃນແຕ່ລະມື້ ຫາກ
ແຕ່ວ່າ ດ້ວຍການທີ່ທາງການແຂວງຫຼວງພະບາງໄດ້ເນັ້ນໜັກໃສ່ການສົ່ງເສີມການລົງທຶນ
ເພື່ອການກໍ່ສ້າງໂຮງແຮມ-ຣີສອດ ແລະ ບ້ານພັກທີ່ໄດ້ມາດຕະຖານສາກົນຫຼາຍຂຶ້ນໃນ
ໄລຍະ 5 ປີຕໍ່ໄປນີ້ ກໍເຮັດໃຫ້ຄາດໝາຍໄດ້ວ່າ ທີ່ພັກໃນແຂວງຫຼວງພະບາງ ຈະສາມາດ
ຮອງຮັບແຂກຊາວຕ່າງຊາດໄດ້ຫຼາຍກວ່າ 7,000 ຄົນຕໍ່ມື້ ໃນປີ 2015.