ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​ລົງທຶນ​​ຕ່າງປະ​ເທດ ​ໃນ​ລາວ​ ມີ​ມູນ​ຄ່າ​ເພີ່ມ​ຂຶ້ນ ຫຼາຍ​ກວ່າ 2,500 ລ້ານ​ໂດ​ລາ


ງານສະຫລອງຄົບຮອບ 10 ປີ ຂອງທະນາຄານ ລາວ-ຫວຽດ ຢູນະຄອນຫລວງວຽງຈັນ ທີ່ຈັດຂຶ້ນໃນປີ 2010
ງານສະຫລອງຄົບຮອບ 10 ປີ ຂອງທະນາຄານ ລາວ-ຫວຽດ ຢູນະຄອນຫລວງວຽງຈັນ ທີ່ຈັດຂຶ້ນໃນປີ 2010

ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃນ​ລາວ​ ມີ​ມູນ​ຄ່າ​ເພີ່ມ​ຂຶ້ນຫຼາຍ​ກວ່າ 2,500 ລ້ານ​ໂດ​ລາ​ ໃນ​ຊ່ວງ 6​​​ ​ເດືອນຂອງ​ປີ​ນີ້ ​ໂດຍ​ກຸ່ມ​ທຸລະ​ກິດ​ຈາກ​ຫວຽດນາມ ຍັງ​ຄອງອັນ​ດັບ 1 ທີ່​ ມີ​ມູນ​ຄ່າ​ລົງທຶນ ​ຫຼາຍ​ທີ່​ສຸດ​ໃນ​ລາວ.

ກະຊວງ​ແຜນການ​ແລະ​ການລົງ​ທຶນ​ລາຍ​ງານ​ວ່າ ການ​ລົງທຶນ​ໂດຍ​ກົງ​ຈາກຕ່າງປະ​ເທດ
​ທີ່​ເຂົ້າມາ​ໃນ​ລາວ​ໃນ​ຊ່ວງ 6 ​ເດືອນ​ທໍາ​ອິດ​ຂອງ​ປີ​ 2012 ນີ້​ ມີ​ມູນ​ຄ່າລວມຫຼາຍ​ກວ່າ
2,500 ລ້ານ​ໂດ​ລາ ​ໂດຍ​ໃນ​ນີ້​ກໍແບ່ງ​ເປັນ​ກາ​ນລົງທຶນ​ໃນ​ຮູບ​ຂອງ​ເຄຶ່ອງຈັກ​ ແລະ​ເຄຶ່ອງ​
ໄມ້​ເຄຶ່ອງມື​ຕ່າງໆ​ ຄິດ​ເປັນ​ມູນ​ຄ່າ​ລວມ​ເກີນ​ກວ່າ 1,900 ລ້ານ ​ໂດ​ລາ ສ່ວນ​ທີ່​ເຫຼື​ອອີກ
​ຫຼາຍ​ກວ່າ 560 ລ້ານ​ໂດ​ລາ​ນັ້ນ ກໍ​ເປັນ​ເງິນສົດ​ທີ່​ບັນດາ​ບໍລິສັດ​ຕ່າງ​ຊາດ​ນໍາ​ເຂົ້າມາ​ໃຊ້
​ເປັນ​ເງິນ​ທຶນ​ໝຸນ​ວຽນ​ໃນ​ການ​ດໍາ​ເນີນ​ທຸລະ​ກິດ​ຢູ່​ໃນລາວ.

​ສໍາລັບ​ພາກສ່ວນ​ທີ່​ບໍລິ​ສັດ​ຕ່າງ​ຊາດ​ໄດ້​ພາກັນ​ເຂົ້າມາ​ລົງທຶນ​ຫຼາຍ​ທີ່​ສຸດ​ໃນ​ໄລຍະ​ດັ່ງ
ກ່າວ​ນີ້​ກໍ​ຄື​ການ​ຂຸດ​ຄົ້ນ​ບໍ່​ແຮ່ ຕິດຕາມ​ດ້ວຍ​ການ​ລົງທຶນ​ໃນ​ພາກ​ກະສິກໍາ-ປາໄມ້ ຕາມ
​ລໍາດັບ ສ່ວນ​ກຸ່ມ​ທຸລະ​ກິດ​ທີ່​ມີ​ມູນ​ຄ່າການ​ລົງ​ທຶນ​ຫຼາຍ​ທີ່​ສຸດ​ນັ້ນ​ ກໍ​ຍັງ​ຄົງ​ເປັນ​ບັນດາ​
ວິ​ສາ​ຫະກິດ​ຈາກຫວຽດນາມ ຊຶ່ງ​ກໍ​ເຮັດ​ໃຫ້​ຫວຽດນາມ​ຍັງ​ຄົງ​ສາມາດ ຄອງ​ແຊມ​ປ໌​ໃນ
​ຖານະ​ຜູ້​ລົງທຶນ​ອັນ​ດັບ 1 ທີ່​ມີມູນ​ຄ່າ​ການລົງທຶນ​ຫຼາຍ​ທີ່​ສຸດ​ໃນ​ລາວ ​ໄດ້​ຕໍ່​ໄປ​ອີກ​ດ້ວຍ.

ທັງ​ນີ້​ໂດຍ​ນັບ​ແຕ່​ປີ 1993 ​ເປັນ​ຕົ້ນ​ມາ​ຈົນ​ເຖິງ​ປັດຈຸບັນ​ນີ້ ມີ​ບັນດາ​ບໍລິສັດ​ຈາກຫວຽດ
ນາມໄດ້​ພາກັນ​ເຂົ້າມາ​ລົງທຶນ​ຢູ່​ໃນ​ລາວ​ຫຼາຍ​ກວ່າ 430 ​ໂຄງການ ຊຶ່ງ​ຄິ​ດ ​ເປັນ​ມູນ​ຄ່າ
​ລົງທຶນ​ລວມຫຼາຍ​ກວ່າ 5,100 ລ້ານ​ໂດ​ລາ ​ໂດຍ​ບັນດາ​ບໍລິສັດ​ຈາກ ຫວຽດນາມ​ກໍ​ໄດ້​
ເນັ້ນ​ໜັກ​ການ​ລົງທຶນ​ໃນ​ດ້ານ​ການ​ຂຸດ​ຄົ້ນບໍ່​ແຮ່ ດ້ານ​ພະລັງ​ໄຟຟ້າ ດ້ານການ​ບໍລິການ
​ແລະ​ດ້ານ​ກະສິກໍາ-ປາ​ໄມ້.

ການກໍ່ສ້າງເຂື່ອນເຊກະໝານ III ຊຶ່ງເປັນໂຄງການລົງທຶນຮ່ວມກັນ ລະຫວ່າງ ບໍລິສັດຫວຽດນາມ ແລະລັດຖະບານລາວຊຶ່ງມີມູນຄ່າ ຫລາຍກວ່າ 310 ລ້ານໂດລາ
ການກໍ່ສ້າງເຂື່ອນເຊກະໝານ III ຊຶ່ງເປັນໂຄງການລົງທຶນຮ່ວມກັນ ລະຫວ່າງ ບໍລິສັດຫວຽດນາມ ແລະລັດຖະບານລາວຊຶ່ງມີມູນຄ່າ ຫລາຍກວ່າ 310 ລ້ານໂດລາ

​ໂດຍ​ສະ​ເພ​າະ​ແມ່ນ​ດ້ານ​ພະ​
ລັງງານ​ໄຟຟ້າ​ນັ້ນກໍ​ປາກົດ​ວ່າ
ມີ​ບໍລິສັດ​ຈາກ​ຫວຽດນາມ 7
ລາຍ​ທີ່​ໄດ້​ລົງທຶນ​ກໍ່ສ້າງ​ເຂື່ອນ
​ຜະລິດ​ກະ​ແສ​ໄຟຟ້າຈໍານວນ
15 ​ໂຄງການຢູ່ໃນ​ລາວ. ​ໂດຍ
​ມີ​ເປົ້າໝາຍ​ທີ່​ຈະ​ສົ່ງ​ກະ​ແສ
​ໄຟຟ້າ​ທີ່​ຜະລິດ​ໄດ້​ສ່ວນໃຫຍ່
ຫຼື​ບໍ່ໜ້ອຍກວ່າ 3,357 ​ເມກາ
​ວັດ ​ໄປ​ຕອບ​ສະໜອງ​ການ​
ຊົມ​ໃຊ້​ກະ​ແສ​ໄຟຟ້າ​ໃນ​ຫວຽດ
ນາມນັບ​ຈາກ​ທ້າຍ​ປີ 2015
​ເປັນ​ຕົ້ນ​ໄປ.

ສ່ວນ​ເຂດ​ທີ່​ພາກ​ທຸລະ​ກິດ​ຂອງ​ຫວຽດນາມ​ໄດ້​ລົງທຶນ​ຫຼາຍ​ທີ່​ສຸດ​ໃນ​ລາວ​ນັ້ນ ກໍ​ຄື ​ເຂດ​ນະ
ຄອນ​ວຽງ​ຈັນ ຊຶ່ງ​ຄິ​ດ​ເປັນ 52% ຂອງ​ມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ​ຂອງຫວຽດນາມ​ໃນ​ລາວ
ສ່ວນ​ທີ່​ເຂດ​ແຂວງ​ເຊ​ກອງ ຈໍາປາ​ສັກ ​ແລະ​ອັດ​ຕະປື ຕາມລໍາດັບ ສ່ວນ​ເຂດ​ທີ່​ບໍ່​ມີ​ການ​ລົງທຶນ
​ຈາກ​ຫວຽດນາມ​ເລີຍ​ກໍ​ມີ​ພຽງ​ແຂວງ​ບໍ່​ແກ້ວ ​ເທົ່າ​ນັ້ນ ຫາກ​ແຕ່​ກໍ​ເຊື່ອ​ໝັ້ນ​ວ່າ​ພາກ​ທຸລະ​ກິດ
​ຫວຽດນາມ​ຈະ​ພາກັນ​ຂະ​ຫຍາ​ຍການ​ລົງ ທຶນ​ໄປ​ໃນ​ທຸກ​ແຂວງ​ທົ່ວ​ປະ​ເທດ​ລາວ​ໃນ​ໄລຍະ
​ໝໍ່ໆ​ນີ້.

ທັງ​ນີ້​ກໍ​ເນຶ່ອງຈາກ​ວ່າ​ທັງ​ສອງ​ປະ​ເທດ​ໄດ້​ເປີດ​ກວ້າງ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ລະຫວ່າງ​
ກັນ​ນັບ​ຈາກ​ປີ 1993 ແລະ​ໄດ້​ມີ​ການ​ຕົກລົງ​ໃນ​ສັນຍາ​ວ່າ​ດ້ວຍ​ການ​ສົ່ງ ​ເສີມ​ແລະ​ປົກ​ປ້ອງ
​ການ​ລົງທຶນ​ລະຫວ່າງ​ກັນ​ນັບ​ຕັ້ງ​ແຕ່​ປີ 1996 ​ເປັນ​ຕົ້ນ​ມາ​ແລ້ວ ​ໂດຍ​ໃນ​ປັດ​ຈຸ​ບັນ ທາງ​ການ​
ທັງ​ສອງ​ຝ່າຍ​ກໍ​ກໍ​າລັງ​ຮ່ວມ​ກັນ​ພິດ​ຈາລະ​ນາ​ປັບ​ປຸງສັນ ຍາ​ວ່າດ້ວຍ​ການສົ່ງ​ເສີມ ​ແລະ​ປົກ
​ປ້ອງ​ການ​ລົງທຶນ​ດັ່ງກ່າວ​ໃຫ້​ມີ​ຄວາມ​ທັນ​ສະ​ໄໝ ອີກດ້ວຍ ດັ່ງ​ທີ່​ທ່ານ​ສົມ​ດີ ດວງ​ດີ ລັດຖະ
ມົນ​ຕີ​ວ່າການ​ກະຊວງ​ແຜນການ​ແລະ ການ​ລົງທຶນ​ໄດ້​ຖະ​ແຫຼ​ງຊີ້​ແຈງ​ວ່າ:

ໂຄງການການຮ່ອນແຮ່ຄໍາ ແລະເງິນທີ່ລົງທຶນໂດຍຫວຽດນາມ
ໂຄງການການຮ່ອນແຮ່ຄໍາ ແລະເງິນທີ່ລົງທຶນໂດຍຫວຽດນາມ

“​ເພື່ອ​ຕອບ​ສະໜອງ​ການ​ສົ່ງ​
ເສີມ​ການ​ລົງທຶນ​ໃນ​ສະພາບ​
ແວດ​ລ້ອມ​ເສດຖະກິດ-ສັງຄົມ
​ອັນ​ໃໝ່​ນີ້ ສອງ​ປະ​ເທດ​ພວກ
​ເຮົາ​ກໍາລັງ​ດໍາ​ເນີນ​ການ​ທົບ​ທວນ
​ສັນຍາ​ສະບັບ​ດັ່ງ​ກ່າວ​ຮ່ວມ​ກັນ
​ແລະ​ຄາດ​ວ່າ​ຈະ​ໃຫ້​ສໍາ​ເລັດ​ໃນ
​ທ້າຍ​ປີ​ນີ້ ພ້ອມ​ດຽວ​ກັນ​ນັ້ນ​
ສອງ​ຝ່າຍ ​ໄດ້​ເອົາ​ໃຈ​ໃສ່​ກໍານົດ
​ທິດ​ທາງລະອຽດ ​ແລະ​ສ້າງ​
ເງື່ອນ​ໄຂ​ອໍານວຍ​ຄວາ​ມສະ
ດວກ​ໃຫ້​ແກ່ບັນດາ​ຫົວໜ່ວຍ​ທຸລະ​ກິດ​ຂອງ​ທຸກ​ພາກສ່ວນ​ເສດຖະກິດ​ຂອງ​ແຕ່ລະ​ຝ່າຍ
​ໃຫ້​ເຂົ້າ​ໄປລົງທຶນ​ໃນ​ປະ​ເທດ​ຂອງ​ກັນ​ແລະ​ກັນ.”

​ພາຍ​ໃຕ້​ສັນຍາ​ວ່າ​ດ້ວຍ​ການ​ສົ່ງ​ເສີມແລະ​ປົກ​ປ້ອງ​ການ​ລົງທຶນ​ດັ່ງກ່າວ​ນີ້ ທັງສອງ​ຝ່າຍ​ໄດ້​
ຕົກລົງ​ຮ່ວມ​ກັນ​ວ່າ​ຈະ​ສົ່ງ​ເສີມ​ການ​ພົວພັນ​ທາງ​ເສດຖະກິດ​ຫຼາ​ຍຮູບ​ແບບ ທີ່​ມີ​ການ​ອໍານວຍ​
ຄວາມ​ສະດວກ​ໃຫ້​ພາກ​ທຸລະ​ກິດ​ການ​ຄ້າ ການ​ລົງທຶນ ​ແລະການ​ພັດທະນາ​ການ​ເຊື່ອມ​ຕໍ່
​ດ້ານ​ຄົມມະນາຄົມຂົນ​ສົ່ງ​ຢ່າງ​ຄົບ​ຊຸດ ​ເພື່ອ​ເຊື່ອມ​ໂຍງ​ກັນ​ຕັ້ງ​ແຕ່​ພາກ​ເໜືອ​ເຖິງ​ພາກ​ໃຕ້​
ໃຫ້​ໄດ້​ຢ່າງ​ເປັນ​ຮູບ​ທໍາ.

XS
SM
MD
LG