ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມລົງທຶນຕ່າງຊາດ ເລີ່ມລົງມື ດຳເນີນ ການກໍ່ສ້າງ ເຂື່ອນໄຟຟ້າ ດອນສະໂຮງ ໃນລາວ


ຮູບພາບສະແດງໃຫ້ເຫັນ ການສ້າງແລວນ້ຳສຳລັບເຂື່ອນໄຟຟ້າ ດອນສະໂຮງ.
ຮູບພາບສະແດງໃຫ້ເຫັນ ການສ້າງແລວນ້ຳສຳລັບເຂື່ອນໄຟຟ້າ ດອນສະໂຮງ.

ກຸ່ມລົງທຶນຕ່າງຊາດເລີ່ມລົງມືດຳເນີນການກໍ່ສ້າງເຂື່ອນດອນສະ ໂຮງ ເທິງແນວແມ່ນ້ຳຂອງທີ່ແຂວງ ຈຳປາສັກ ໂດຍວາງເປົ້າໝາຍ ທີ່ຈະກໍ່ສ້າງໃຫ້ແລ້ວສຳເລັດ ແລະ ເລີ່ມຜະລິດໄຟຟ້າໃນປີ 2019.

ທ່ານ ຫຸມພອນ ບຸລິຍະຜົນ ຕາງໜ້າງບໍລິສັດຜູ້ພັດທະນາເຂື່ອນໄຟ ຟ້າດອນ ສະໂຮງ ເທິງແນວ ນ້ຳຂອງໃນແຂວງຈຳປາສັກ ຖະແຫຼງ ວ່າການອ່ວຍແລວນ້ຳ ເພື່ອເປີດທິດທາງໃຫ້ແກ່ການກໍ່ ສ້າງເຂື່ອນດອນສະໂຮງໄດ້ມີຂຶ້ນໃນຕົ້ນ ເດືອນມັງກອນ 2016 ນີ້ ໂດຍເປັນການກໍ່ສ້າງເຂື່ອນ ກັ້ນນ້ຳຊົ່ວຄາວທີ່ຍາວ 400 ແມັດ, ກວ້າງ 20 ແມັດ ຊຶ່ງຄາດວ່າຈະດຳເນີນການແລ້ວສຳເລັດ ໃນທ້າຍເດືອນ ມັງກອນນີ້ ແລະ ຫຼັງຈາກ ນັ້ນກໍຈະດຳເນີນການກໍ່ສ້າງໃນສ່ວນອື່ນໆໃຫ້ສຳ ເລັດ ແລະ ເລີ່ມຜະລິດໄຟຟ້າໃນປີ 2019.

ໂຄງການເຂື່ອນດອນສະໂຮງເປັນການຮ່ວມລົງທຶນລະຫວ່າງບໍລິສັດ Mega First Corporation ຈາກປະເທດມາເລເຊຍ ກັບລັດວິສາຫະກິດໄຟຟ້າ ລາວ ດ້ວຍສັດສ່ວນ 80 ເປີ ເຊັນ ຕໍ່ 20 ເປີເຊັນຂອງມູນຄ່າການລົງທຶນທັງໝົດ 500 ລ້ານໂດລາ ໂດຍມີຂະໜາດກຳລັງ ຕິດຕັ້ງ 260 ເມກະວັດທີ່ສາມາດຜະລິດໄຟຟ້າ ໄດ້ສະເລ່ຍ 2,028 ລ້ານກິໂລດວັນ/ໂມງ/ປີ ໂດຍທັງໝົດຈະຕອບສະໜອງໃຫ້ ແກ່ການຊົມໃຊ້ໃນ ລາວ.

ທາງດ້ານທ່ານ ບຸນຖອງ ດິວິໄຊ ເຈົ້າແຂວງໆ ຈຳປາສັກ ຢືນຢັນວ່າ ໂຄງການ ເຊື່ອມຕໍ່ດອນ ສະໂຮງ ມີຜົນກະທົບຕໍ່ສະພາບແວດລ້ອມໃນລະດັບຕ່ຳ ແລະ ມີປະຊາຊົນພຽງ 14 ຄອບຄົວ ເທົ່ານັ້ນທີ່ຈະຖືກຍ້າຍອອກໄປຈາກເຂດກໍ່ສ້າງ ໂດຍກຸ່ມຜູ້ລົງທຶນໄດ້ປຸກເຮືອນຢູ່ຢ່າງຖາວອນ ໃຫ້ ພ້ອມທັງສົ່ງເສີມວິຊາຊີບ ເພື່ອໃຫ້ປະຊາຊົນມີອາຊີບຄົງທີ່ ແລະ ມີລາຍຮັບທີ່ໝັ້ນຄົງອີກ ດ້ວຍ.

ແຜນທີ່ຂອງເຂື່ອນໄຟຟ້າ ດອນສະໂຮງ
ແຜນທີ່ຂອງເຂື່ອນໄຟຟ້າ ດອນສະໂຮງ

ແຕ່ຢ່າງໃດກໍຕາມ, ທ່ານ ທີຣະພົງ ໂພດໝັ້ນ ຜູ້ອຳນວຍການເຄືອ ຂ່າຍອະນຸລັກ ແມ່ນ້ຳຂອງ ໃນເຂດລຸ່ມແມ່ນ້ຳຂອງ ຢືນຢັນວ່າໂຄງ ການກໍ່ສ້າງເຂື່ອນເທິງ ແນວແມ່ນ້ຳຂອງທັງໃນ ລາວ ແລະ ຈີນ ໄດ້ ສົ່ງຜົນກະທົບກຕໍ່ສິ່ງແວດລ້ອມ ທຳມະຊາດ ແລະ ສັດນ້ຳຢ່າງໜັກ ທັງຍັງໄດ້ສົ່ງຜົນກະທົບຕໍ່ເນື່ອງເຖິງສະພາບ ຊີວິດການເປັນຢູ່ຂອງ ປະຊາຊົນ ໃນເຂດລຸ່ມແມ່ນນ້ຳຂອງຢ່າງ ກວ້າງຂວາງ ອີກດ້ວຍ ໂດຍກໍລະນີບັນຫາທີ່ຂຶ້ນທີ່ເຫັນໄດ້ຢ່າງຊັດເຈນທີ່ສຸດໃນຕະຫຼອດ ໄລ ຍະຫຼາຍກວ່າ 10 ປີມານີ້ກໍຄືກະແສນ້ຳທີ່ໄຫຼແຮງຂຶ້ນ ແລະ ລະ ດັບນ້ຳທີ່ປັບ ຂຶ້ນລົງຕະຫຼອດເວລາ ຕາມການປ່ອຍນ້ຳຂອງເຂື່ອນ ໃນ ຈີນ ທີ່ກໍ່ສ້າງສຳເລັດ ແລ້ວ 5 ໂຄງການຈາກເປົ້າໝາຍທີ່ວາງໄວ້ 8 ໂຄງການນັ້ນ ໄດ້ເປັນ ສາເຫດໃຫ້ ເກີດບັນຫາຕາຝັ່ງເຈື່ອນທັງໃນເຂດ ລາວ ແລະ ໄທ ຊຶ່ງໄດ້ສົ່ງຜົນກະທົບຕໍ່ພື້ນ ທີ່ກະເສດ ແລະ ທີ່ຢູ່ອາໄສຂອງປະຊາຊົນ ລາວ ແລະ ໄທ ຢ່າງກວ້າງຂວາງດ້ວຍ ດັ່ງທີ່ທ່ານ ທີຣະພົງ ໄດ້ຢືນຢັນວ່າ

"ການພັງທະລາຍຂອງຕະລິ່ງຮີມຝັ່ງແມ່ນ້ຳຂອງເກີດຂຶ້ນຢ່າງຊັດ ເຈນໃນປະເທດ ໄທ ໃນ ພາກເໜືອແລ້ວກໍເຈັດຈັງຫວັດໃນພາກອີສານຂອງ ໄທ ແລ້ວກໍລວມທັງ ປະເທດ ລາວ ແປງ ຜັກ ຫຼືວ່າການກະເສດຮີມຝັ່ງແມ່ນ້ຳຂອງເນ່ຍ ກໍຈະຖືກ ທຳລາຍ ໄປດ້ວຍແລ້ວກໍລວມໄປ ເຖິງບ້ານເຮືອນຂອງຊາວບ້ານ ທີ່ຢູ່ຮີມຝັ່ງ ກໍຈະຖືກພັງທະລາຍ ແລ້ວກໍຕ້ອງ ຍ້າຍໄປດ້ວຍ."

ທາງການ ລາວ ໄດ້ວາງແຜນການທີ່ຈະກໍ່ສ້າງເທິງແນວແມ່ນ້ຳຂອງຈຳນວນ 9 ໂຄງການໂດຍ ທີ່ໄດ້ລົງມືກໍ່ສ້າງ ແລະ ຄືບໜ້າໄປແລ້ວຫຼາຍກວ່າ 50 ເປີເຊັນ ຂອງແຜນການ ກໍຄືເຂື່ອນໄຊ ຍະບູລີ ສ່ວນໂຄງການເຂື່ອນດອນສະໂຮງ ກໍຖືເປັນ ໂຄງການທີ 2 ທີ່ໄດ້ເລີ່ມລົງມືກໍ່ສ້າງແລ້ວ.

ທາງດ້ານທ່ານ Peter Hawkins ຜູ້ຊ່ຽວຊານດ້ານສິ່ງແວດລ້ອມທຳມະຊາດ ຂອງບໍລິສັດ Mega First ຜູ້ລົງທຶນໃນໂຄງການ ກໍໄດ້ໃຫ້ການຢືນຢັນວ່າ ໂຄງການເຂື່ອນດອນສະໂຮງ ຈະບໍ່ສົ່ງຜົນກະທົບຕໍ່ການສັນຈອນຂອງປາທີ່ເດີນ ທາງໄປມາໃນເຂດລະຫວ່າງ ລາວ ກັບ ກຳປູເຈຍ, ຫວຽດນາມ ແລະ ໄທ ຢ່າງ ແນ່ນອນ.

ໃນຂະນະທີ່ທ່ານ ສົມຈິດ ອິນທະມິດ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງ ທຶນໄດ້ໃຫ້ການຢືນຢັນວ່າ ໂຄງການເຂື່ອນດອນສະໂຮງນີ້ ຈະເຮັດ ໃຫ້ມີພະລັງງານໃຊ້ສຳລັບ ການຊົມໃຊ້ພາຍໃນ ລາວ ເພີ່ມຂຶ້ນ ແລະ ທາງການ ລາວ ກໍຈະມີລາຍຮັບຈາການຂາຍພະລັງ ງານໄຟຟ້າ ໃນມູນຄ່າ ສະເລ່ຍເຖິງ 40 ລ້ານໂດລາຕໍ່ປີຫຼື 1000 ລ້ານໂດລາໃນຕະຫຼອດອາຍຸ ສຳປະທານ 25 ປີໃນ ໂຄງການນີ້.

XS
SM
MD
LG