ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສິນລະປິນມຽນມາ ບໍ່ແນ່ໃຈນໍາ ການຫລຸດຜ່ອນຂໍ້ຈໍາກັດ ຂອງທາງການ (ວີດີໂອຮຽນພາສາອັງກິດ)


B
B

ເຮົາ​ມີ​ລາຍ​ງານ​ຂອງ​ວີ​ໂອ​ເອພະ​ແນ​ກພາສາ​ອັງກິດ​ພິ​ເສດ ຫລື VOA Special English Report ​ເລື້​ອງລັດຖະບານ​ມຽນມາ ​ເອົາ​ບາດກ້າວ​ເພື່ອ​ຫລຸດຜ່ອນການ​ຄວບ​ຄຸມ​ສື່ລົງ ​ແຕ່​ວ່າ​ບັນດາ​ສິນລະ​ປີນ​ມຽນມາ​ບໍ່​ແນ່​ໃຈ​ວ່າ ມັນ​ມີ​ຄວາມ​ໝາຍ​ແນວ​ໃດ​ສໍາລັບ​ເຂົາ​ເຈົ້າ. ​ບົວ​ສະຫວັນ​ ມີ​ລາ​ຍລະອຽດ​ມາສະ​ເໜີ​ທ່ານ​.

ລັດຖະບານ​ໃນມຽນມາ ກໍາລັງ​ດໍາ​ເນີນ​ບາດກ້າວ​ເພື່ອ​ຫລຸດຜ່ອນ ​ການ​ຄວບ​ຄຸມ​ສື່​ມວນ​ຊົນ
​ແລະ​ສິນລະປະລົງ. ນັກ​ສິນລະປິນ​ທີ່ຂະໜານນາມ​ໂຕ​ເອງ​ວ່າ ດາໂຄ ຊີ (Darko C) ​ເວົ້າວ່າ
ລາວ​ດີ​ໃຈ​ຕໍ່ການ​ເຄື່ອນ​ໄຫວ​ແບບ​ນັ້ນ ​ແຕ່​ກໍບໍ່​ແນ່​ໃຈວ່າ ຂອບ​ເຂດ​ຈໍາກັດ​ອັນ​ໃໝ່ຈະ​ແມ່ນ​ແນວ​
ໃດ​ກັນແທ້.

ທ້າ​ວດາໂຄ ຊີ ​ເວົ້າວ່າ “​ເອີ້, ຄິດ​ວ່າມັນ​ກໍ​ຈະ​ຕ້ອງ​ໃຊ້​ເວລາ​ດົນ​ຢູ່ ​ກ່ວາຈະ​ມີ​ການ​ປ່ຽນ​ແປງ​
ຢ່າງ​ແທ້​ຈິງ. ສິ່ງ​ທີ່​ພວກ​ເພິ່​ນ​ເຮັດ​ກໍ​ຄືວ່າ ຫລຸດ​ລະບຽບຈໍາກັດ​ລົງໜ້ອຍນຶ່ງ, ​ແຕ່​ວ່າ ກໍ​ຍັງ​
ມີ​ກົດ​ລະບຽບ​ແບບ​ບໍ່ຖືກຕ້ອງ ກ່ຽວກັບ​ການ​ຄອຍສິ້ງຊອມ​ກວດກາ ບາງ​ຢ່າງຄ້າງຄາ​ຢູ່.

ກະຊວງ​ຖະ​ແຫລ​ງຂ່າວ​ຂອງ​ມຽນມາ ກວດ​ກາເນື້ອຮ້ອງ​ຂອງ​ເພງ​ຕ່າງໆ. ​ໃນ​ອະດີດ ພວກ​ເຈົ້າໜ້າທີ່​ໄດ້​ເກືອດ​ຫ້າມ​ເພງ​ກ່ຽວກັບ​ການ​ເມືອງ, ການ​ກິນ​ເຫລົ້າ ຫລືການ​ກອດ​ຈູບ​ກັນ.
ທ້າ​ວ ດາໂຄ ຊີ ​ເວົ້າວ່າ ຂັ້ນຕອນ​ການ​ເກືອດ​ຫ້າມ​ນັ້ນ ​ແມ່ນ​ບໍ່ແນ່ນ​ອນ. ລາວໃຫ້​ຄໍາ​ເຫັນ​ວ່າ:

ດາໂຄ ຊີ​ໃຫ້​ເວົ້າ​ວ່າ: “​ເວົ້າ​ແທ້ໆ​ແລ້ວ, ຂ້ອຍ​ຄິດ​ວ່າ ມັນ​ຂຶ້ນກັບ​ອາລົມ​ຂອງ​ພວກ​ເພິ່ນ.
ພວກ​ເພິ່ນ​ແຕ່ລະຄົນ​ ກໍ​ມີ​ອຸບປະ​ນິ​ໃສສ່ວນ​ຕົວ​ຂອງ​ໃຜລາວ ​ແມ່ນ​ບໍ່? ມີ​ຫລາຍ​ຄົນ​
ຕ່າງ​ກັນ​ທີ່​ເຮັດ​ວຽກນີ້ ສະນັ້ນ​ ມັນ​ຂຶ້ນກັບ​ວ່າ ​ແມ່ນ​ໃຜ​ເປັນ​ຜູ້​ກວດ​ກາເນື້ອຮ້ອງ​ຂອງ
​ເພງ​ເຮົາ. ຈັ່ງຊັ້ນ​ແລ້ວ ​ເຮົາ​ກໍ​ໄດ້​ແຕ່​ພາວະນາ​ຕໍ່​ພະພຸດທະ​ເຈົ້າ ຂໍ​ໃຫ້​ເພິ່ນຄຸ້ມ​ຄອງ​ປົກ
​ປ້ອງ​ ບໍ່ໃຫ້​ພວກ​ກວດກາ ທໍາລາຍ​ເນື້ອຮ້ອງ​ເພງ​ຂອງ​ເຮົາ.”

ທ້າ​ວດາໂຄ ຊີ ​ເວົ້າວ່າ​ວົງ​ດົນຕີ
ຣັອກຂອງ​ລາວ​ບໍ່ມີ​ເປົ້າໝາຍ​
ແນ​ໃສ່​ທາງ​ການ​ເມືອງ ​ແຕ່​ລາວ
​ເວົ້າວ່າ ກຸ່ມ​ຂອງ​ລາວ​ກໍ​ຍັງ​ຢາກ
​ທົດ​ສອບພວກ​ຜູ້​ຟັງ​ເພງ​ຂອງເຂົາ
​ເຈົ້າຢູ່. ລາວ​ກ່າວ​ຕໍ່​ໄປ​ວ່າ:

ທ້າ​ວດາໂຄ ຊີ​ເວົ້າວ່າ “ການ​ທົດ​
ສອບ​ ຫລືຜັກ​ດັນ​ຂອບ​ເຂດຈໍາ
ກັດອອກ​ໄປ​ແມ່ນ​ດີ. ຂ້ອຍໝາຍ
ຄວາມ​ວ່າ ບໍ່ພຽງ​ແຕ່​ທົດ​ສອບ
​ລັດຖະບານ ຫລື​ເຈົ້າໜ້າທີ່ ​ໃນ
​ເລື່ອງ​ການຫລຸດ​ຂອບ​ເຂດ​ຈໍາ
ກັດ​ເທົ່າ​ນັ້ນ ແຕ່​ຂ້ອຍໝາຍຄວາມ
ເຖິງ​ການທົດສອບ​ຄວາມ​ເຊື່ອ​ຖື ​
ແລະ​ຄວາມ​ຄິດ​ຂອງ​ຄົນ​ນໍາອີກ.”

ທ້າ​ວດາໂຄ ຊີ ຍັງ​ໃຫ້​ຄໍາ​ເຫັນ​ອີກ​ວ່າ ​ເວລາ​ນີ້ ​ເປັນຊ່ວງ​ເວລາ​ທີ່​ແປກ​ໆ ​ໃນ​ມຽນມາ ຍ້ອນ​ມີ​ການ​ປ່ຽນ​ແປງຕ່າງໆ​ເກີດ​ຂຶ້ນ. ​ແຕ່​ວ່າ​ລາວ​ກໍມັກ ສະພາບ​ການ​ແບບ​ນີ້.

ທ້າ​ວດາໂຄ ຊີ ​ເວົ້າວ່າ “ພວກ​ເຮົາ​ຍັງ​ບໍ່ທັນ​ແນ່​ໃຈ​ໄດ້​ວ່າ ພວກ​ເຮົາ​ແມ່ນມີ​ເສລີພາບອັນ​ແທ້​
ຈິງຫລືບໍ່ ​ແລະບໍ່​ແນ່​ໃຈວ່າ​ ພວກ​ເຮົາ​ມີ​ເສລີພາບ ຂ້ອຍໝາຍ​ເຖິງ​ວ່າ ​ເສລີພາບ​ຫຍັງ? ​ເສ​ລີ
​ພາບ​ໃນ​ການ​ສະ​ແດງ​ອອກ ບໍ່? ສະນັ້ນ ພວກ​ເຮົາ​ຍັງ​ບໍ່​ແນ່​ໃຈ​ວ່າ ພວກ​ເຮົາ​ມີ​ເສລີ​ພາບ​ອັນ​
ໃດ​ແທ້.

ວົງດົນຕີ​ຂອງ ທ້າ​ວດາໂຄ ຊີ ​ມີໜ້າ Facebook, Twitter ​ແລະ YouTube. ​ເຂົາ​ເຈົ້າຄອງ​
ຄອຍຖ້າ​ທີ່​ຈະ​ໄດ້​ສະ​ແດງເພງ​ຈັງຫວະຣັອກ​ຂອງ​ມຽນມາ ໃຫ້​ພວກ​ຄົນ​ຕ່າງປະ​ເທດ​ໄດ້​ເບິ່ງ
ໄດ້​ຊົມ​ກັນ.

ໃນວີດີໂອຂ້າງລຸ່ມນີ້ ມີບາງຄໍາສັບທີ່ແປເປັນພາສາອັງກິດ ແຕ່ບໍ່ມີສຽງ:

XS
SM
MD
LG