ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍີ່ປຸ່ນ ຈະຍົກເລີກ ການລົງໂທດ ບາງສ່ວນ ຕໍ່ເກົາຫຼີເໜືອ (ວີດີໂອ)


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe (ກາງ) ກ່າວຕໍ່ສື່ມວນຊົນ ຢູ່ທີ່ບ້ານພັກທາງການຂອງທ່ານ ທີ່ໂຕກຽວ
ວັນທີ 3 ກໍລະກົດ 2014.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe (ກາງ) ກ່າວຕໍ່ສື່ມວນຊົນ ຢູ່ທີ່ບ້ານພັກທາງການຂອງທ່ານ ທີ່ໂຕກຽວ ວັນທີ 3 ກໍລະກົດ 2014.

ຍີ່ປຸ່ນ ​ໄດ້​ຕົກລົງ​ທີ່ຈະ​ຍົກ​ເລີກ​ການ​ລົງ​ໂທດ​ບາງ​ສ່ວນ​ຂອງ​ຕົນ ຕໍ່​
ເກົາຫຼີ​ເໜືອ ​ໃນ​ຂະນະ​ທີ່​ສອງ​ປະ​ເທດ​ສືບ​ຕໍ່​ໂອ້​ລົມ​ສົນທະນາ​ກັນ
ກ່ຽວ​ກັບ​ພົນລະ​ເມືອງ​ຍີ່ປຸ່ນ ທີ່​ລັດຖະບານ​ພຽງ​ຢ້າງ ລັກ​ຈັບ​ໂຕ​ໄປ
​ນັ້ນ.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ກ່າວ​ໃນ​ວັນ​ພະຫັດ
​ມື້​ນີ້ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ ສະ​ແດງ​ໃຫ້​ເຫັນ​ການ​ລິ​ເລີ້ມ​
ການ” ​ແກ້​ໄຂ​ບັນຫາ​ຢ່າງຮອບດ້ານ” ກ່ຽວ​ກັບ​ເລື້ອງ​ການ​ລັກ
ພາໂຕ​ຜູ້​ຄົນ​ໄປ​ນີ້. ​ແຕ່​ທ່ານ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ໃດໆ ກ່ຽວ​ກັບ​
ວ່າ ​ຈະ​ຍົກ​ເລີກ​ການ​ລົງ​ໂທດ​ແນວ​ໃດ ​ແລະ​ເວລາ​ໃດ​ຈະ​ເກີດ​ຂຶ້ນ
​ນັ້ນ.

​ໃນ​ສັບປະດາ​ນີ້ ​ໂຕ​ກຽວ ​ແລະ​ພຽງ​ຢ້າງ ​ໄດ້​ທຳ​ການ​ໂອ້ລົມ​ສົນທະນາ​ກັນ ທີ່​ສະຖານທູດ​ເກົາ ຫຼີ​ເໜືອທີ່​ປັກ​ກິ່ງ ​ເພື່ອ​ແກ້ໄຂ​ເລື້ອງ​ການ​ລັກພາ​ໂຕ​ຊາວ​ຍີ່ປຸ່ນ​ໄປ​ນີ້ ຊຶ່ງ​ໄດ້​ເປັນ​ເລື້ອງ ທີ່​ສ້າງ ​ຄວາມເຈັບ​ແສບ​ກັນ​ມາ​ເປັນ ເວລາ​ດົນ​ນານ ຕໍ່​ຄວາມ​ສຳພັນ​ລະຫວ່າງ​ສອງ​ປະເທດ.

​ເກົາຫຼີ​ເໜືອ ຍອມຮັບ​ຮູ້​ໃນ​ປີ 2002 ວ່າ​ຕົນ​ໄດ້​ລັກພາ​ໂຕ​ພົນລະ​ເມືອງ​ຍີ່ປຸ່ນ​ໄປ 13 ຄົນ ​ເພື່ອ ​ໄປ​ສິດ​ສອບ​ພວກ​ສາຍ​ລັບ​ຂອງ​ຕົນ ກ່ຽວ​ກັບ​ວັດທະນະທຳ​ຍີ່ປຸ່ນ. ພວກ​ທີ່​ຖືກລັກພາໂຕ​ໄປ​ນັ້ນ 5 ຄົນ ​ໄດ້​ຖືກ​ສົ່ງ​ກັບ​ຄືນ​ໃຫ້​ຍີ່ປຸ່ນ​ແລ້ວ. ​ເກົາຫຼີ​ເໜືອ ກ່າວ​ວ່າ ສ່ວນ​ເຫຼືອ​ນັ້ນ​ໄດ້​ເສຍ​ຊີວິດ​ໄປ ​ແຕ່​ຫຼາຍ​ຄົນ​ໃນ​ຍີ່ປຸ່ນສົງ​ໄສ​ວ່າ ມີ​ຄົນ​ຍີ່ປຸ່ນ​ອີກ​ຢ່າງ​ໜ້ອຍ 10 ກວ່າຄົນ ໄດ້ຖືກ​ລັກພາ​ໂຕ​ໄປຕື່ມ.

japannokor3july14
please wait
Embed

No media source currently available

0:00 0:00:36 0:00

XS
SM
MD
LG