ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ໝອກກົ້ວ ພາໃຫ້ຕ້ອງເລື່ອນ ການແຂ່ງຂັນໂອລິມປິກ 2 ລາຍການ ໃນມື້ນີ້ (ວີດີໂອ/ສະໄລດ໌)


Olympic
please wait
Embed

No media source currently available

0:00 0:00:45 0:00
ບໍ່​ມີ​ການ​ມອບ​ຫລຽນ ​ໃນ​ການ​ແຂ່ງຂັນກິລາ​ໂອ​ລິ​ມປິກລະດູ​
ໜາວ ທີ່ເມືອງ Sochi ​ສອງ​ລາຍການ ​ໃນ​ວັນ​ຈັນ​ມື້​ນີ້ ​ຍ້ອນມີ
ໝອກ​ກົ້ວ ທີ່​ໄດ້​ບັງຄັບ​ໃຫ້​ຕ້ອງເລື່ອນ​ການ​ແຂ່ງຂັນ ອອກ​ໄປ.

ບັດ​ນີ້ ການ​ແຂ່ງຂັນກິລາ​ແລ່ນສະ​ກີ​ແລະ​ຍິງ​ປືນ​ຂອງ​ຜູ້​ຊາຍ
​ໄລຍະ 15 ກິ​ໂລ​ແມ​ດ ໄດ້​ກໍານົດໃສ່​ວັນ​ອັງຄານມື້​ອື່ນ ​ຫລັງ​
ຈາກ​ໄດ້​ຖືກ​ເລື່ອນ​ເປັນ​ມື້​ທີ​ສອງ.

​ເຈົ້າ​ໜ້າ​ທີ່​ຍັງ​ໄດ້​ເລື່ອນການ​ແຂ່ງຂັນ​ຂີ່ແປ້ນ​ກະດານ​ຫິມະ
snowboardcross ຝ່າຍ​ຊາຍອອກ​ໄປ​ອີກ ​ແຕ່​ບໍ່​ໄດ້​ປະ
ກາດ​ກໍານົດ​ເວລາ​ໃໝ່​ເທື່ອ.

ການ​ແຂ່ງຂັນ​ເອົາ​ຫລຽນ​ໃນ​ວັນ​ຈັນ​ມື້​ນີ້ ຈຶ່ງ​ຍັງເຫລືອ​ແຕ່ 5 ລາຍການ ຊຶ່ງ​ໂຮມ​ທັງ​ການ​
ປະ​ເຊີນ​ໜ້າ​ກັນ ​ໃນ​ການ​ແຂ່ງ​ເຕ້ນ​ລະ​ບໍານໍ້າ​ກ້ອນ ລະຫວ່າງ​ທີ​ມສະຫະລັດ​ກັບ​ກາ​ນາ​ດາ.



ມີສີ່​ປະ​ເທດ ​ໄດ້​ຮັບ​ຫລຽນ​ຄໍາ​ໄປ ​ໃນ​ວັນ​ອາທິດ​ວານ​ນີ້ ​ໂດຍ​ທີ່ ​ເນ​ເທິ​ແລນ ກວດ​ເອົາທັງ​
ສາມ​ຫລຽນ​ໄປ​ ​ໃນການ​ແຂ່ງຂັນ​ແລ່ນ skate ຄວາມ​ໄວ ​ໄລຍະ 1,500 ​ແມັດ ຝ່າຍ​ຍິງ.

ຫ້າ​ປະ​ເທດນໍາ​ໜ້າ ທີ່ໄດ້​ຫລຽນ​ຫລາຍທີ່​ສຸດ​ ໃນ​ຕອນ​ສິ້ນ​ສຸດ​ການ​ແຂ່ງຂັນ​ໃນ ວັນ​ອາ
ທິດ​ວານ​ນີ້ ​ໄດ້​ແກ່ ​ເນ​ເທິ​ແລນ 17 ຫລຽນ ປ​ະ​ເທດ​ເຈົ້າພາບ ຣັດ​ເຊຍ ​ແລະສະຫະລັດ ​
ໄດ້ ​ປະເທດລະ 16 ຫລຽນ ​ແລະ ນໍ​ເວ ກັບ ກາ​ນາ​ດາ ປະ​ເທດລະ 14 ຫລຽນ. ​ເຢຍຣະ
ມັນ ນໍາ​ໜ້າໃນ​ດ້ານຫລຽນ​ຄໍາ ຄື​ໄດ້​ທັງ​ໝົດ​ເຈັດ​ຫລຽນ ຕິດຕາມ​ມາ​ດ້ວຍ ​ເນ​ເທີ​ແລນ
ນໍ​ເວ ກັບ​ ​ສະ​ວິດເຊິ​ແລນ ​ປະ​ເທດລະ​ ຫ້າ​ຫລຽນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG