ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Kerry ຈະຫາທາງແກ້ໄຂ ບັນຫາເກົາຫຼີເໜືອ​ ຊີເຣຍ ແລະ ເສດຖະກິດໂລກ


Focus of Kerry's Trip: Syria, North Korea, Global Economy
please wait

No media source currently available

0:00 0:01:49 0:00

ຊົມວິດີໂອ ກ່ຽວກັບ ຂ່າວນີ້

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ແມ່ນກຳລັງເດີນທາງໄປ ຢູໂຣບ, ຕາເວັນອອກກາງ ແລະ ເອເຊຍ ສຳລັບການເຈລະຈາ ກ່ຽວກັບບັນຫາເຊິ່ງລວມມີ ຄວາມພະຍາຍາມ ຫຼາຍຝ່າຍ ເພື່ອນຳເອົາສະຖຽນ​ລະ​ພາບທາງດ້ານການເມືອງກັບມາ ສູ່ ຊີເຣຍ ແລະ ການທົດລອງນິວເຄລຍ ເມື່ອບໍ່ ດົນມານີ້ຂອງ ເກົາຫຼີເໜືອ.

ການຢ້ຽມຢາມແຫ່ງທຳອິດຂອງທ່ານ Kerry ໃນວັນພຸດມື້ນີ້ຈະເປັນ ປະເທດ Switzerland, ເປັນບ່ອນທີ່ຜູ້ນຳລັດຖະບານຫຼາຍກວ່າ 40 ຄົນ ຄາດວ່າຈະ ເຂົ້າຮ່ວມໃນກອງປະຊຸມເສດຖະກິດໂລກ.

ຮອງປະທານາທິບໍດີ ທ່ານ Jo Biden ແລະ ລັດຖະມົນຕີປ້ອງກັນປະເທດ ທ່ານ Ash Carter ກໍຈະເຂົ້າຮ່ວມໃນການປະຊຸມປະຈຳປີ ລະຫວ່າງ ລັດຖະບານ ກັບ ບັນດາຜູ້ບໍລິຫານຈາກບໍລິ ສັດທີ່ມີຊື່ສຽງຂອງໂລກ.

ເຈົ້າໜ້າທີ່ອາວຸໂສຂອງກະຊວງການຕ່າງປະເທດກ່າວວ່າ 4​ ຈຸດເພັ່ງເລັງທາງ ດ້ານເສດຖະກິດ ສຳລັບທ່ານ Kerry ຈະແມ່ນຄວາມສຳຄັນຂອງການປາບປາມ ການສໍ້ລາດບັງຫຼວງ, ຂໍ້ລິເລີ່ມ ພະລັງງານສະອາດ, ຂະຫຍາຍການເຊື່ອມຕໍ່ທາງ ອິນເຕີເນັດ ແລະສິ່ງແວດລ້ອມ.

ລັດຖະມົນຕີ Carter ໄດ້ກ່າວຕໍ່ບັນດານັກຂ່າວທີ່ເດີນທາງໄປເມືອງ Davos ກັບທ່ານວ່າ ທ່ານ ຢາກຈະປຶກສາຫາລື ກ່ຽວກັບການຮ່ວມມືລະຫວ່າງ ທຳນຽບ ຫ້າແຈ ແລະ “ບໍລິສັດທີ່ມີເທັກ ໂນໂລຈີນະວັດຕະກຳໃໝ່” ແລະ ກໍຢາກຈະ ຈັດການ ເຈລະຈາກັບບັນດາຜູ້ນຳກ່ຽວກັບການຕໍ່ ສູ້ກັບພວກ ລັດອິສລາມ.

ກ່ອນການເຂົ້າຮ່ວມກອງປະຊຸມ, ທ່ານ Kerry ຈະພົບປະກັບຄູ່ຕຳແໜ່ງຂອງ ທ່ານຈາກ ຣັດ ເຊຍ ລັດຖະມົນຕີການຕ່າງປະເທດ Sergei Lavrov.

ການເຈລະຈາຂອງພວກທ່ານ ມີຂຶ້ນໃນເວລາທີ່ມີສຳຄັນ ໃນຄວາມພະ ຍາຍາມ ຂອງນານາ ຊາດ ເພື່ອຊ່ວຍສະໜັບສະໜູນການປ່ຽນແປງທາງດ້ານການເມືອງໃນ ຊີເຣຍ.

ທູດພິເສດ ອົງການ ສະຫະປະຊາຊາດ ສຳລັບ ຊີເຣຍ ທ່ານ Steffan de Mistura (ຂວາ) ສະແດງໃຫ້ເຫັນໜັງສືຂອງມະຕິສະພາຄວາມໝັ້ນຄົງ ກ່ຽວກັບ ຊີເຣຍ,​ໃນລະຫວ່າງກອງ ປະຊຸມຖະແຫຼງຂ່າວ ກັບລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ Srgei Lavrov (ຊ້າຍ) ແລະ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ທີ່ສຳນັກງານ ໃຫຍ່ ສະຫະປະຊາຊາດ.
ທູດພິເສດ ອົງການ ສະຫະປະຊາຊາດ ສຳລັບ ຊີເຣຍ ທ່ານ Steffan de Mistura (ຂວາ) ສະແດງໃຫ້ເຫັນໜັງສືຂອງມະຕິສະພາຄວາມໝັ້ນຄົງ ກ່ຽວກັບ ຊີເຣຍ,​ໃນລະຫວ່າງກອງ ປະຊຸມຖະແຫຼງຂ່າວ ກັບລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ Srgei Lavrov (ຊ້າຍ) ແລະ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ທີ່ສຳນັກງານ ໃຫຍ່ ສະຫະປະຊາຊາດ.

ຈາກປະເທດ Switzerland ທ່ານ Kerry ຈະເດີນທາງໄປນະຄອນ ຫຼວງ Riyadh ​ເພື່ອເຈລະ ຈາກັບບັນດາເຈົ້າໜ້າທີ່ ຊາອູດີ ອາເຣເບຍ ແລະ ບັນດາລັດ ຖະມົນຕີການຕ່າງປະເທດຂອງ ສະພາການຮ່ວມມື​ໃນ ​ເຂດອ່າວເປີເຊຍ.

ຈາກນະຄອນຫຼວງ Riyadh ທ່ານ Kerry ຈະເດີນທາງຢ້ຽມຢາມປະເທດ ລາວ ແລະ ກຳປູເຈຍ ເພື່ອການເຈລະຈາກ່ຽວ​ກັບການຈັດກອງປະຊຸມສຸດຍອດ ASEAN ສະຫະລັດ ໃນເດືອນກຸມ ພານີ້ ທີ່ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ຈະ​ເປັນ​ເຈົ້າພາບ.

ທຳນຽບຂາວກ່າວວ່າ ການພົບປະກັນດັ່ງກ່າວຈະ “ສືບຕໍ່ເຮັດໃຫ້ນະໂຍບາຍ ການຄວາມດຸ່ນ ດ່ຽງຄືນ​ໄປ​ຍັງພາກພື້ນເອເຊຍແລະປາຊີຟິກ ຂອງລັດຖະບານ ທ່ານ ໂອບາມາ ມີ​ຄວາມ ກ້າວໜ້າຕໍ່ໄປອີກ.”

ບ່ອນ​ຢຸດ​ແວ່ສຸດທ້າຍຂອງທ່ານ Kerry ແມ່ນປະເທດ ຈີນ ເຊິ່ງມີຂຶ້ນຖ່າມກາງ ຄວາມເປັນຫ່ວງ ທີ່ສູງຂຶ້ນ ກ່ຽວກັບການທົດລອງ ຂອງອັນ​ທີ່ ເກົາຫຼີເໜືອ ກ່າວວ່າ ແມ່ນລະເບີດນິວເຄລຍ, ແລະ ການຕອບໂຕ້ທີ່ເປັນໄປໄດ້ຈາກປະຊາຄົມ ນານາຊາດ.

XS
SM
MD
LG