ລິ້ງ ສຳຫລັບເຂົ້າຫາ

ສຸຂະພາບ: ການ​ສັກ​ຢາ​ປ້ອງ​ກັນ​ໄຂ້ຫວັດ​ໃຫຍ່ ຊ່ອຍລົດການສ່ຽງ ​ຕໍ່​ການ​ເປັນ​ໂຣກຫົວ​ໃຈວາຍ

  • ວັນນະສອນ ແກ້ວດາຣາ

ສຸຂະພາບ: ການ​ສັກ​ຢາ​ປ້ອງ​ກັນ​ໄຂ້ຫວັດ​ໃຫຍ່ ຊ່ອຍລົດການສ່ຽງ ​ຕໍ່​ການ​ເປັນ​ໂຣກຫົວ​ໃຈວາຍ

ການສັກຢາປ້ອງກັນໄຂ້ຫວັດສາມາດປ້ອງກັນ ບໍ່ໃຫ້ທ່ານເປັນໄຂ້ຫວັດໃຫຍ່ໄດ້. ແຕ່ມາ ບັດນີ້ ການສຶກສາໃນວົງກ້ວາງບັ້ນນຶ່ງ ທີ່ເຮັດຂຶ້ນຢູ່ປະເທດອັງກິດ ສະແດງໃຫ້ເຫັນວ່າ ພວກຜູ້ໃຫຍ່ທີ່ໄດ້ສັກຢາປ້ອງກັນໄຂ້ຫວັດ ເປັນປະຈຳທຸກໆປີນັ້ນ ແມ່ນມີການສ່ຽງໜ້ອຍລົງ ຕໍ່ການເປັນໂຣກຫົວໃຈວາຍ.

ການວິໄຈຄົ້ນຄ້ວາດັ່ງກ່າວ ແມ່ນພົວພັນກັບການສຶກສາ
ຜູ້ຄົນຫຼາຍກ່ວາ 78 ພັນຄົນ ທີ່ມີອາຍຸ 40 ປີຂຶ້ນໄປ.
ທ່ານ Niroshan Siriwardena ແຫ່ງມະຫາວິທະຍາໄລເມືອງ Lincoln ທີ່ປະເທດອັງກິດ
ເປັນຜູ້ນໍາພາການສຶກສານີ້ ຊຶ່ງທ່ານ Risiwardena ອະທິບາຍ ສູ່ຟັງວ່າ:

“ການຄົ້ນຄວ້າຂອງພວກເຮົາແນະໃຫ້ຮູ້ວ່າ ການສັກຢາປ້ອງກັນໄຂ້ຫວັດໃຫຍ່ ມີສ່ວນພົວພັນໃນການເຮັດໃຫ້ ການສ່ຽງຕໍ່ການເປັນໂຣກຫົວໃຈວາຍ ໃນບັນດາ ພວກຜູ້ໃຫຍ່ນັ້ນ ຫລຸດຕໍ່າລົງ ປະມານ 19 ເປີເຊັນ.”

ການຫລຸດລົງດັ່ງກ່າວນີ້ ແມ່ນສູງກ່ວາ ຄືສູງເຖິງ 21% ສຳລັບພວກທີ່ໄດ້ສັກຢາປ້ອງກັນໄຂ້ ຫວັດໃຫຍ່ ຕັ້ງແຕ່ຫົວທີ ຄືທັນທີທີ່ລະດູການໄຂ້ຫວັດເລີ້ມຕົ້ນຂຶ້ນ.

ທ່ານ Siriwardena ໄດ້ລະມັດລະວັງເປັນພິເສດ ທີ່ຈະຊີ້ອອກວ່າ ການສຶກສາຂອງ ທ່ານ ສະແດງໃຫ້ເຫັນເຖິງການມີສ່ວນພົວພັນກັນ ລະຫວ່າງອາການສອງຢ່າງນີ້ເທົ່ານັ້ນ ໂດຍບໍ່ຈໍາ ເປັນສະເໝີໄປວ່າ ອັນນຶ່ງຕ້ອງເປັນສາເຫດ ແລະອັນນຶ່ງຕ້ອງເປັນຜົນສະທ້ອນ ແຕ່ທ່ານກໍໄດ້ ໃຫ້ຄໍາອະທິບາຍເພິ່ມຕື່ມ ກ່ຽວກັບຄວາມເປັນໄປໄດ້ທີ່ວ່າ ອາການໄຂ້ຫວັດໃຫຍ່ມີຜົນກະທົບ ແນວໃດ ຕໍ່ການເປັນໂຣກຫົວໃຈວາຍ ຊຶ່ງທ່ານ Siriwardena ຊີ້ແຈງວ່າ:

“ທິດສະດີຕົ້ນຕໍ ກໍຄືວ່າ ໄຂ້ຫວັດໃຫຍ່ພາໃຫ້ເກີດອາການບວມໄຄ່ ຢູ່ໃນເສັ້ນ ເລືອດໄປສູ່ຫົວໃຈ ທີ່ແລບຫຼືນ້ອຍຫຼາຍນັ້ນ ຊຶ່ງອາການໄຄ່ພອງຂຶ້ນນີ້ ຈະເຮັດ ໃຫ້ໄຂມັນທີ່ກໍ່ໂຕຂຶ້ນຕັນເສ້ນເລືອດນັ້ນ ແຕກ. ສະນັ້ນ ກໍໝາຍຄວາມວ່າ ໄຂ້ ຫວັດໃຫຍ່ຊຸກຍູ້ໃຫ້ກ້ອນໄຂມັນ ໃນເສ້ນເລືອດແຕກ ໄປຕັນເສ້ນເລືອດ ເຮັດໃຫ້ ເລືອດແລ່ນໄປສູ່ຫົວໃຈບໍ່ໄດ້ ຈຶ່ງພາໃຫ້ຫົວໃຈວາຍ. ນັ້ນແຫຼ໊ະຄືທິດສະດີ.”

ເນື້ອໃນຂອງການວິໄຈທີ່ກ່າວມານີ້ ສຳລັບຫຼາຍໆຄົນແລ້ວ ກໍແມ່ນວ່າ ນັ້ນແມ່ນອີກເຫດ ຜົນນຶ່ງທີ່ຈະຕ້ອງສັກ Flu shot ຫລືສັກຢາປ້ອງກັນໄຂ້ຫວັດໃຫຍ່ ທຸກໆປີ. ໃນການໂອ້ລົມ ກັນຜ່ານວີດິໂອທາງຄອມພິວເຕີ ນັ້ນ ທ່ານ Siriwardena ສະຫຼຸບວ່າ:

ຄວາມຈິງແລ້ວ ຈຸດໃຫຍ່ໃຈຄວາມຂອງການສຶກສານີ້ ກໍຄືວ່າ ພວກເຮົາຕ້ອງໄດ້ ສຶກສາຄົ້ນຄວ້າກັນຕໍ່ໄປ ເພື່ອເບ່ິງການເຊື່ອມໂຍງລະຫວ່າງໄຂ້ຫວັດໃຫຍ່ກັບ ໂຣກຫົວໃຈວາຍນັ້ນຕື່ມອີກ ເພ່ືອໃຫ້ຮູ້ວ່າມັນມີການພົວພັນກັນແບບເປັນສາເຫດ ແລະສົ່ງຜົນກະທົບ ແທ້ຫຼືບໍ່.

ການວິໄຈແລະຄົ້ນຄ້ວາກ່ຽວກັບເລື້ອງນີ້ ຂອງທ່ານ Niroshan Siriwardena ແລະຄະນະ ຂອງເພິ່ນ ໄດ້ຖືກລົງພິມໃນວາລະສານຂອງສະມາຄົມການແພດຂອງການາດາ ຫລື the Canadian Medical Association Journal.

XS
SM
MD
LG