ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ແມ່ຍິງຄົນນຶ່ງ ຈາກລັດ Florida ຍອມຮັບ ວ່າສອດແນມ ໃຫ້ຈີນ


ດ້ານໜ້າ ຂອງກະຊວງຍຸຕິທຳ ສຫລ ທີ່ນະຄອນຫຼວງວໍຊິງຕັນ
ດ້ານໜ້າ ຂອງກະຊວງຍຸຕິທຳ ສຫລ ທີ່ນະຄອນຫຼວງວໍຊິງຕັນ

ແມ່ຍິງ​ຄົນ​ນຶ່ງຈາກ​ລັດ Florida ​ໄດ້​ຍອມຮັບ​ວ່າ​ນາງ​ມີ​ຄວາມ​ຜິດ​ທີ່​ໄດ້​ສອດ​ແນມ​ໃຫ້​ ຈີນແລະ​ສົມຮູ້​ຮ່ວມ​ຄິດ​ເພື່ອທຳ​ການ​ຟອກ​ເງິນ​ລະຫວ່າງ​ປະ​ເທດ.

ກະຊວງ​ຍຸຕິ​ທຳ​ຂອງ​ສະຫະລັດ​ກ່າວໃນ​ວັນ​ສຸກ​ວານ​ນີ້ວ່າ ນາງ Amin Yu ອາຍຸ 54 ປີໄດ້ຍອມຮັບ​ວ່າ ​ເຮັດ​ວຽກ​ເປັນ​ສາຍ​ລັບ ​ໃຫ້​ແກ່​ລັດຖະບານ​ຈີນ ​ໂດຍ​ສົ່ງ​ອອກ ຢ່າງ​ຜິດ​ກົດໝາຍເທັກ​ໂນ​ໂລ​ຈີ ​ທີ່​ພົວພັນ​ກັບ​ເຮືອ​ດຳ​ນ້ຳ ​ໃຫ້​ແກ່​ມະຫາວິທະຍາ​ໄລ ທີ່​ບໍລິຫານ ​ງານໂດຍ​ລັດຖະບານ.

ອີງ​ຕາມ​ຄຳ​ສາລະພາບ​ຕໍ່​ສານ​ແລ້ວ ນາງ Yu ​ໄດ້​ຮັບ​ເທັກ​ໂນ​ໂລ​ຈີ​ກ່ຽວ​ກັບ​ເຮືອ​ດຳ​ນ້ຳ ລະຫວ່າງ​ປີ 2002 ຫາ 2014 ​ຈາກບໍລິສັດຕ່າງໆ​ໃນ​ສະຫະລັດ ຫລັງ​ຈາກ​ນັ້ນກໍ​ສົ່ງ​ໄປ ​ຈີນໂດຍ​ຂຽນ​ຂໍ້ຄວາມທີ່​ບໍ່​ຖືກຕ້ອງ​ ລົງ​ໃນ​ໃບ​ເສຍ​ພາສີ ​ແລະໄດ້ຫລຸດ​ລາຄາ​ ສິ່ງ​ຂອງ​ເຫລົ່ານີ້ລົງ​ຢ່າງ​ຫຼວງຫລາຍ.

ໄອ​ຍະ​ການ​ຂອງ​ລັດ Florida ທ່ານ A. Lee Bentley ກ່າວ​ວ່າ ນາງ Yu ​ໄດ້​ຮັບ​ເງິນ ຫລາຍ​ຮ້ອຍ​ພັນ​ໂດ​ລາ ​ໃນ​ການ​ເຮັດ​ໜ້າ​ທີ່​ເປັນ​ສາຍ​ລັບຢູ່ທີ່​ເມືອງ Orlando ​ໃນ​ນາມ​ລັດຖະບານ​ຈີນ ​ແລະ​ໂດຍ​ການຫລີີກ​ລ່ຽງກົດໝາຍ​ສົ່ງ​ອອກສິນຄ້າ​ແລະ​ລະບຽບ​ການ​ຕ່າງໆ​ຂອງ​ສະຫະລັດ.

ກະຊວງ​ຍຸຕິ​ທຳ​ກ່າວ​ວ່າ ນາງ Yu ປະ​ເຊີນ​ກັບ​ໂທດ​ໜັກ​ສຸດ ດ້ວຍ​ການ​ຕິດ​ຄຸກ 10 ປີ ​ໃນຖານ​ເຮັດ​ໜ້າ​ທີ່​ເປັນ​ສາຍ​ລັບ​ໃຫ້​ແກ່​ລັດຖະບານ​ຕ່າງປະ​ເທດ​ແລະ 20 ປີຍ້ອນ​ສົມ ຮູ້ຮ່ວມ​ຄິດ ທີ່​ຈະ​ຟອກ​ເງິນ.​ ມີ​ກຳນົດ​ວ່າ ນາງ​ຈະ​ຖືກ​ຕັດສິນ​ລົງ​ໂທດ ​ໃນ​ເດືອນ​ສິງຫາ ​ທີ່ຈະມານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG