ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີປືນທີ່ຍິງສັງຫານ ຢູ່ສະໜາມບິນ ລັດຟຣໍລິດາ ໄດ້ຍິນສຽງ ຢູ່ໃນຫູຂອງລາວ


ບັນດາຜູ້ໂດຍສານ ໄດ້ຮັບອະນຸຍາດ ໃຫ້ອອກໄປຈາກສະໜາມບິນນາໆຊາດ Fort Lauderdale-Hollywood.
ບັນດາຜູ້ໂດຍສານ ໄດ້ຮັບອະນຸຍາດ ໃຫ້ອອກໄປຈາກສະໜາມບິນນາໆຊາດ Fort Lauderdale-Hollywood.

ພວກ​ຄົນ​ງານ​ທີ່​ສະໜາມ​ບິນ Fort Lauderdale ​ໃນ​ລັດ​ຟລໍຣິດາ ທາງ​ພາກຕາ​ເວັນ​ອອກ
ສຽງ​ໃຕ້​ຂອງ​ສະຫະລັດ ​ໄດ້​ພາກັນ​ເຮັດ​ວຽກ​ຕະຫລອດ​ຄືນ ​ເພື່ອ​ໃຫ້​ສະໜາມ​ບິນ​ດັ່ງກ່າວ
ສາມາດ​ເປີດ​ໃຊ້​ຄືນ ພາຍ​ໃນ​ວັນ​ເສົາ​ມື້ນີ້ ຫຼັງ​ຈາກ​ມືປືນ​ຄົນ​ນຶ່ງ ​ໄດ້​ລະດົມ​ຍິງ​ເຂົ້າ​ໃສ່​ຜູ້​ຄົນ ທີ່ບ່ອນ​ໄປ​ຮັບ​ເອົາ​ຫີບ​ເດີນທາງ ​ໂດຍ​ໄດ້ ສັງຫານ 5 ຄົນ ​ແລະ​ບາດ​ເຈັບ​ອີກ 8 ຄົນ​ ກ່ອນ​ ທີ່​ຜູ້ກ່ຽວ​ຈະ​ຖືກ​ເຈົ້າໜ້າ​ທີ່​ຈັບໂຕ​ໄວ້.

ສະໜາມ​ບິນແຫ່ງ​ນີ້ ຊຶ່ງ​ຕາມ​ປົກກະຕິ​ແລ້ວ ມີ​ຄົນ​ໄປມາ​ເປັນ​ຈຳນວນ​ຫຼວງຫຼາ​ຍນັ້ນ​ໄດ້​ຖືກ
​ປິດ​ລົງ ຫລັງ​ຈາກ​ໄດ້​ມີ​ການ​ຍິງ​ໂຈມ​ຕີ​ໃນ​ຕອນ​ບ່າຍ​ວັນ​ສຸກ​ວານ​ນີ້.

ບັນດາສະມາຊິກຕຳຫລວດ ATF ແລະ FBI ມາເຖິງສະໜາມບິນ Fort Lauderdale–Hollywood International.
ບັນດາສະມາຊິກຕຳຫລວດ ATF ແລະ FBI ມາເຖິງສະໜາມບິນ Fort Lauderdale–Hollywood International.

ທ່ານ George Piro ​ເຈົ້າໜ້າ​ທີ່​ພິ​ເສດ​ຂອງ​ອົງການສັນຕິ​ບານ​ກາງ ຫລື FBI ຂອງສະຫະ
ລັດ ຮັບຜິດຊອບ​ໃນ​ເຂດ​ນະຄອນ​ໄມ​ອາ​ມີກ່າວ​ວ່າ “ພະ​ແນ​ກການ ຂອງ​ທ່ານ​ດຳ​ເນີນ​ການ​ໃນ​ທຸກ​ຊ່ອງ​ທາງ​ເພື່ອ​ລົງ​ຄວາມ​ເຫັນ​ກ່ຽວ​ກັບ​ຈຸດປະສົງ​ທີ່ຢູ່​ເບື້ອງຫລັງ​ການ​ໂຈມ​ຕີ​ດັ່ງກ່າວ”
ຮວມທັງ​ການ​ກໍ່​ການ​ຮ້າຍ​ນຳ​ດ້ວຍ.

ຮູບຖ່າຍຕອນຖືກຈັບຈາກຫ້ອງການຕຳຫລວດ Broward Sheriff's ທ້າວ Esteban Ruiz Santiago ອາຍຸ 26 ປີ.
ຮູບຖ່າຍຕອນຖືກຈັບຈາກຫ້ອງການຕຳຫລວດ Broward Sheriff's ທ້າວ Esteban Ruiz Santiago ອາຍຸ 26 ປີ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ໄດ້​ຈັບ​ຜູ້​ຕ້ອງ​ສົງ​ໄສ ​ແລະ​ກ່າວ​ວ່າ ລາວ​ມີ​ອາຍຸ 26 ປີ ຊື່ທ້າວ Esteban Santiago ຈາກ​ລັດ Alaska ຜູ້​ທີ່​ໄດ້​ເດີນທາງ​ໄປ​ເຖິງ​ສະໜາມ​ບິນດັ່ງກ່າວ ​ໃນ​ວັນ​ສຸກ​ວານ​ນີ້ ​ໂດຍຖ້ຽວບິນຈາກ​ເມືອງ Anchorage ທີ່ເປັນ​ເມືອງ​ໃຫຍ່ສຸດຂອງລັດ Alaska.

ຜູ້​ຕ້ອງ​ສົງ​ໄສ ​ມີ​ລາຍ​ງານ​ວ່າ ເປັນອະດີດສະມາຊິກ​ກຳ​ລັງ​ຮັກສາ​ດິນ​ແດນ ຮັບ​ໃຊ້​ຢູ່​ລັດ Puerto Rico​. ປີ​ແລ້ວ​ນີ້​ລາວ​ໄດ້ເຂົ້າ​ໄປ​ກວດ​ຢູ່ໂຮງໝໍດ້ວຍ​ຄວາມສະໝັກ​ໃ​ຈ ກ່ຽວ​ກັບ
​ໂລກ​ຈິດ. ມີລາຍ​ງານ​ວ່າ ລາວ​ເວົ້າວ່າ ລາວ​ໄດ້​ຍິນ​ສຽງ​ແນວ​ໃດ​ແນວ​ນຶ່ງຢູ່​ໃນຫູ​ຂອງ​ລາວ ​ໂດຍ​ບອກໃຫ້​ລາວ​ເຂົ້າ​ຮ່ວມ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິສລາມ.

ບັນດາເຈົ້າໜ໊າທີ່ ແລະຜູ້ປົກຄອງລັດ Florida ທ່ານ Rick Scott (ກາງ) ກ່າວຢູ່ກອງປະຊຸມນັກຂ່າວ.
ບັນດາເຈົ້າໜ໊າທີ່ ແລະຜູ້ປົກຄອງລັດ Florida ທ່ານ Rick Scott (ກາງ) ກ່າວຢູ່ກອງປະຊຸມນັກຂ່າວ.

ທ້າວ Santiago ​ໄດ້​ໃຊ້​ເວລາ 10 ​ເດືອນ​ຢູ່ທີ່​ປະ​ເທດ​ອີຣັກ​ໃນ​ປີ 2010 ​ແລະ 2011. ຕໍ່​ມາລາ​ວ​ໄດ້​ເຂົ້າ​ເປັນ​ທະຫານ​ຮັກສາ​ດິນ​ແດນ​ໃນ​ລັດ Alaska ຊຶ່ງ​ເປັນ​ລັດ​ໃຫຍ່​ສຸດ ​ແລະ​ຢູ່​ຫ່າງ​ໄກ​ຂອງ​ສະຫະລັດ. ​ເປັນ​ທີ່​ເຊື່ອກັນວ່າ ລາວ​ໄດ້​ຮັບ​ໃຊ້​ເປັນ​ທະຫານ​ຮັກສາ​ດິນ​ແດນ​ຢູ່​ທີ່​ນັ້ນ​ ​ແຕ່​ປີ 2014 ມາ​ຈົນ​ເຖິງ​ເດືອນ​ສິງຫາ​ ປີ​ກາຍ​ນີ້ ​ເວລາ​ລາວ​ຖືກ​ໃຫ້​ລາອອກ​ ເນື່ອງ​ຈາກ​ການ​ປະຕິບັດ​ໜ້າ​ທີ່ບໍ່​ເປັນ​ທີ່ພຶງ​ພໍ​ໃຈ​. ບັນດາ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ນຍັງ​ກ່າວ​ວ່າ ທ້າວ Santiago ​ໄດ້​ໃຊ້​ເວລາ​ລະຍະ​ນຶ່ງ​ເຮັດ​ວຽກ​ໃຫ້​ແກ່ບໍລິສັດ​ຮັກສາ​ຄວາມ​ປອດ​ໄພ​ຢູ່​ເມືອງ Anchorage.

ຜູ້​ຕ້ອງ​ສົງ​ໄສ​ມີຖືກລາຍ​ງານ​ວ່າ ​ໄດ້​ບິນໄປເມືອງ Fort Lauderdale ຈາກ​ເມືອງ Ancho- rage ​ໂດຍຢຸດ​ແວ່​ຢູ່​ທີ່ເມືອງ Minneapolis ລັດ Minnesota. ​ເປັນ​ທີ່​ເຊື່ອກັນ​ວ່າ​ ລາວ ໄດ້​ເອົາ​ປືນ​ຂອງ​ລາວ​ໄວ້ຢູ່​ໃນ​ຫີບ ​ແລະນຳເອົາ​ອ​ອກມາ​ ​ຫລັງ​ຈາກ​ໄດ້ໄປ​ເຖິງ​ລັດ Florida ແລ້ວ​ແລະ​ໄດ້​ເອົາ​ລູກປືນ​ຍັດ​ເຂົ້າໃສ່ປືນຄືນ​ ຢູ່​ໃນ​ຫ້ອງ​ນໍ້າ ກ່ອນ​ທີ່​ລາວ​ເປີດ​ສາກລະດົມ​ຍິງ​ເຂົ້າໃສ່ບັນດາ​ຜູ້​ເຄາະ​ຮ້າຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG