ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພົນລະເມືອງ 150,000 ຄົນ ໃນອາເມຣິກາໃຕ້ ພາກັນ ຫລົບໜີ ໄພນ້ຳຖ້ວມ

ທ້າວ Victor Ferreira ຜູ້ຖືກພັດຖິ່ນຍ້ອນໄພນ້ຳຖ້ວມ ພາຍເຮືອຂອງລາວ ໄປຕາມຖະໜົນ ໃນຄຸ້ມ Jukyty ຂອງລາວ ໃນນະຄອນຫຼວງ Asuncion ຂອງ Paraguay, ວັນທີ 23 ທັນວາ 2015.
ທ້າວ Victor Ferreira ຜູ້ຖືກພັດຖິ່ນຍ້ອນໄພນ້ຳຖ້ວມ ພາຍເຮືອຂອງລາວ ໄປຕາມຖະໜົນ ໃນຄຸ້ມ Jukyty ຂອງລາວ ໃນນະຄອນຫຼວງ Asuncion ຂອງ Paraguay, ວັນທີ 23 ທັນວາ 2015.

ບັນດາເຈົ້າໜ້າທີ່ກູ້ໄພສຸກເສີນ ກ່າວວ່າ ພວກຄົນຫຼາຍເຖິງ
150​,000 ຄົນ ຢູ່ໃນເຂດຊາຍແດນ ຂອງປະເທດ Paraguay
Brazil ແລະ Argentina ໄດ້ຫລົບໜີອອກຈາກເຮືອນຊານ
ບ້ານຊ່ອງຂອງພວກເຂົາເຈົ້າ ກ່ອນໜ້າ ເກີດໄພນ້ຳຖ້ວມຢ່າງ
ຮ້າຍແຮງ ຈາກຝົນລະດູຮ້ອນ ທີ່ຕົກລົງມາຢ່າງໜັກ ຊຶ່ງກ່ຽວພັນ
ກັບປາກົດການ ພາວະອາກາດ ທີ່ເອີ້ນວ່າ El Nino ນັ້ນ.

ແຕ່ໃນຂະນະທີ່ຫຼາຍໝື່ນຄົນ ກຳລັງຫລົບໜີອອກ ຈາກນະຄອນ
ຫຼວງ Asuncion ຂອງປາຣາໄກວ ຢູ່ນັ້ນ ປະຊາຊົນບາງສ່ວນ ທີ່ ອາໄສຢູ່ໃກ້ກັບແມ່ນ້ຳຂອງປາຣາໄກວ ທີ່ກຳລັງສູູງຂຶ້ນນັ້ນ ແມ່ນຕ້ອງໄດ້ຢູ່ກັບທີ່.

ຫົວໜ້າຄະນະລັດຖະບານ ຂອງອາເຈັນຕິນາ ທ່ານ Marcos Pena, ຊ້າຍ, ແລະ ຜູ້ປົກຄອງແຂວງ ທ່າານ Domingo Peppoi ຂີ່ເຮືອບິນເຮລິຄອບເຕີ ສຳຫລວດ ບໍລິເວນປະສົບໄພນ້ຳຖ້ວມ ໃກ້ກັບເມືອງ Resistencia ຂອງ Argentina, ວັນທີ 26 ທັນວາ 2015.

ທ້າວ Francisco Rodriguez ເວົ້າວ່າ “ຂ້າພະເຈົ້າ ມີເຮືອນຫ້ອງແຖວ ຢູ່ເທິງນີ້ ເພາະ
ສະນັ້ນແລ້ວ ຂ້ອຍຈຶ່ງບໍ່ຍົກຍ້າຍໜີ. ນອກຈາກນັ້ນ ຖ້າເຈົ້າໜີໄປ ພວກຂີ້ລັກ ຈະເຂົ້າມາ
ເອົາເຄື່ອງຂອງເຈົ້າໄປໝົດ. ພວກມັນຈະເອົາຕູ້ເຢັນ ໂທລະທັດ ເຄື່ອງປັບອາກາດ ຂອງ
ເຈົ້າ ແລະ ທຸກໆຢ່າງທີ່ເຈົ້າມີ, ພວກມັນຈະເອົາໄປໝົດ.”

ປະທານາທິບໍດີ ປາຣາໄກວ ທ່ານ Horacio Cartes ໄດ້ປະກາດພາວະສຸກເສີນ ໃນນະ
ຄອນຫຼວງ ແລະ ຂົງເຂດໃກ້ຄຽງຫຼາຍແຫ່ງ.

ພົນລະເມືອງບາງສ່ວນ ກ່າວວ່າ ນ້ຳຖ້ວມເປັນບັນຫາຫຍຸ້ງຍາກ ສຳລັບພວກຜູ້ເຖົ້າ.

ທ້າວ Carlos Bogarin ພົນລະເມືອງຜູ້ປະສົບໄພນ້ຳຖ້ວມ ເວົ້າວ່າ “ສະຖານະການອັນນີ້
ເປັນເລື້ອງລຳບາກສຳລັບຂ້ອຍ. ບໍ່ແມ່ນເປັນຍ້ອນຂ້ອຍເອງ ຂ້ອຍມີຄວາມສາມາດ ທີ່
ຈະ ຢູ່ລອດໄດ້ ແຕ່ມີພວກຜູ້ເຖົ້າຜູ້ແກ່ ທີ່ຫອບເຄື່ອງຫອບຂອງພວກເຂົາເຈົ້າ ຢູ່ເທິງຫົວ
ພວກເຂົາເຈົ້ານັ້ນ ມັນເປັນໜ້າໂສກເສົ້າຫຼາຍ.”

ຕົກມາເຖິງຄໍ່າຄືນວັນເສົາວານນີ້ ກໍບໍ່ໄດ້ມີລາຍງານເຖິງການລົ້ມຕາຍໃດໆ.

South America Flooding
please wait

No media source currently available

0:00 0:01:18 0:00

XS
SM
MD
LG