ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ແຄວ້ນ Kashmir ຂອງອິນເດຍ ປະສົບກັບ ໄພນ້ຳຖ້ວມ ອີກຄັ້ງນຶ່ງ


ຜູ້ຊາຍ Kashmir ສອງຄົນຊ່ອຍເຫຼືອ ເອົາແມ່ຍິງຄົນນຶ່ງ ແລະ ລູກຂອງນາງ ອອກໄປຈາກບໍລິເວນນ້ຳຖ້ວມ ຢູ່ທີ່ Srinagar ເມືອງ​​ເອກ​ຂອງແຄ​ວ້ນ Kashmir ຂອງ​ອິນ​ເດຍ, ເມື່ອວັນຈັນ ທີ 30 ມີນາ 2015.
ຜູ້ຊາຍ Kashmir ສອງຄົນຊ່ອຍເຫຼືອ ເອົາແມ່ຍິງຄົນນຶ່ງ ແລະ ລູກຂອງນາງ ອອກໄປຈາກບໍລິເວນນ້ຳຖ້ວມ ຢູ່ທີ່ Srinagar ເມືອງ​​ເອກ​ຂອງແຄ​ວ້ນ Kashmir ຂອງ​ອິນ​ເດຍ, ເມື່ອວັນຈັນ ທີ 30 ມີນາ 2015.

ຝົນ​ທີ່​ຕົກລົງມາຢ່າງ​ໜັກ ​ໄດ້​ກໍ່ໃຫ້​ເກີດ​ນ້ຳຖ້ວມ ​ໃນ​ຫຼາຍໆ​ເຂດ​
ຂອງ​ແຄ​ວ້ນ Kashmir ຂອງ​ອິນ​ເດຍ.

ບັນດາ​ເຈົ້າໜ້າ​ທີ່​ ​ໄດ້​ອອກ​ແຈ້ງ​ເຕືອນ​ຫຼາຍໆ​ຄັ້ງ ​ແລະ ​ໄດ້​ແນະ
ນຳ​ປະຊາຊົນ ​ໃຫ້​ເຄື່ອນ​ຍ້າຍ​ຂຶ້ນ​ໄປຢູ່​ພື້ນ​ທີ່​ສູງ.

ບັນດາ​ພະນັກງານ​ກູ້​ໄພ ​ໄດ້​ຊ່ອຍ​ຍົກຍ້າຍ​ພົນລະ​ເມືອງຫຼາຍ
ຮ້ອຍ​ຄົນ ​ໃນ​ Srinagar ເມືອງເອກ​ຂອງແຄ​ວ້ນ Kashmir
ຂອງ​ອິນ​ເດຍ ​ ຂະນະທີ່ນ້ຳໃນແມ່ນ້ຳ Jhelum ເພີ້ມສູງຂຶ້ນ
ເຖິງລະດັບທີ່ອັນຕະລາຍ.

ຢ່າງນ້ອຍ ​ເຮືອນສອງຫຼັງ ຢູ່ໃນຂົງເຂດດັ່ງກ່າວ ໄດ້ຖືກຕົມ​ເຈື່ອນ​ລົງ​ມາຖົມ.

ພົນລະເມືອງຫຼາຍຮ້ອຍຄົນ ໄດ້ເສຍຊີວິດຍ້ອນນ້ຳຖ້ວມ ໃນແຄວ້ນ Kashmir ເມື່ອປີ
ກາຍນີ້ ແລະ ຫຼາຍພັນຄົນ ບໍ່ມີທີ່ຢູ່ອາໄສ.

ພົນລະເມືອງທ້ອງຖິ່ນຄົນນຶ່ງ ທ້າວ Nasir Ahmad Mir ເວົ້າວ່າ “ນັບຕັ້ງແຕ່ມື້ວານນີ້ ພວກເຮົາໄດ້ຮ້ອງຂໍໃຫ້ ລັດຖະບານມາຊ່ອຍເຫຼືອ ພວກເຮົາ. ເຈົ້າກໍເຫັນຢູ່ແລ້ວ
ວ່າ ພວກເຮົາໄດ້ຊ່ອຍເຫຼືອ ຍິງປ່ວຍຄົນນີ້. ບໍ່ມີໃຜຈາກທາງລັດຖະບານ ມາເບິ່ງ
ແຍງພວກເຮົາເລີຍ.”

ພົນລະເມືອງທ້ອງຖິ່ນອີກຄົນນຶ່ງ ທ້າວ Zareena Bano ເວົ້າວ່າ “ເຮືອນຂອງຂ້ອຍ
ໄດ້ຈົມຢູ່ໃຕ້ນ້ຳ ແລະ ເມື່ອປີກາຍນີ້ ໃນເດືອນກັນຍາ ມັນກໍຈົມຢູ່ໃຕ້ນ້ຳ ແລະ ມື້ນີ້
ອີກຄັ້ງນຶ່ງ. ຂ້ອຍຮູ້ສຶກໝົດຫົນທາງແລ້ວ.”

Kashmir Floods
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG