ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄພນ້ຳຖ້ວມ ໃນແຫຼມ Balkans ເຮັດ​​ໃຫ້​ ​37 ຄົນ ​ເສຍ​ຊີ​ວິດ ແລ້ວ (ວີດີໂອ/ສະ​ໄລດ໌)


ໜ່ວຍກູ້ໄພຊ່ອຍເຫຼືອແກ່ຜູ້ປະສົບໄພດ້ວຍເຮືອໃນເມືອງ Obrenovac ເມື່ອວັນທີ 18 ພຶດສະພານີ້.
ໜ່ວຍກູ້ໄພຊ່ອຍເຫຼືອແກ່ຜູ້ປະສົບໄພດ້ວຍເຮືອໃນເມືອງ Obrenovac ເມື່ອວັນທີ 18 ພຶດສະພານີ້.
ໄພນ້ຳຖ້ວມຢູ່ ປະເທດ Bosnia-Herzegovina, Croatia ​
ແລະ Serbia ໄດ້​ເຮັດໃຫ້​ຢ່າງ​ຫນ້ອຍ ​37 ຄົນ​ເສຍ​ຊີ​ວິດ ​ແລະ
ຫຼາຍພັນ​ຄົນ​ຂາດ​ທີ່ຢູ່​ອາໄສ.

ໃນວັນ​ຈັນ​ມື້​ນີ້ ຢູ່ໃນ​ຂົງ​ເຂດ​ດັ່ງ​ກ່າວ​ນັ້ນ ສ່ວນ​ໃຫຍ່​ແລ້ວແມ່ນ​ຈົມ​ນ້ຳຢູ່​ ​ໃນ​ຂະນະ​ດຽວ​ກັນ ​ເຈົ້າໜ້າໄດ້​ພະຍາຍາມສືບ​ຕໍ່ ດຳ​ເນີນ​ການ ຊ່ອຍ​ເຫຼືອ ແລະ ອົບ​ພະ​ຍົບປະຊາຊົນ​ອອກ​ຈາກ​ພື້ນ​ທີ່ດັ່ງກ່າວ.

ຫຼາຍໆ​ຄົນ​ໄດ້​ແຫຍ້​ກັນ​ຂຶ້ນ​ເຮືອ​ ​ແລະ​ລົດ​ບັນທຸກ​ ຂອງ​ທະຫານ
ຈຳນວນຫຼາຍ​ຄັນ ​ເພື່ອຫຼົບ​ໜີຈາກ​ນ້ຳ. ສ່ວນ​ໃຫຍ່​ໃນ​ບໍລິ​ເວນ​ນັ້ນ
ບໍ່​ມີ​ໄຟຟ້າ​ໃຊ້ເລີຍ​.

​ໄພ​ນ້ຳຖ້ວມ​ດັ່ງກ່າວ ເປັນ​ຜົນເຮັດ​ໃຫ້​ເກີດມີ​ດິນ​ເຈື່ອນຫຼາຍກວ່າ 2,000 ​ແຫ່ງ ​ແລະ​ໄດ້​ເຮັດ​ໃຫ້ ລະ​ເບີດ​ຝັງ​ດິນ​ທັງຫຼາຍທີ່​ເຫຼືອ ຈາກ​ສົງຄາມ​ແຫຼມ Balkan ​ໃນ​ຕົ້ນປີ 1990 ພົ້ນໜ້າດິນ​ອອກ​ມາ​.

​ເຮືອບິນ​ບັນ​ທຸກ​ຂອງຣັດ​ເຊຍ ​ແລະ ​ເຮ​ລິ​ກອບ​ແຕ້ ຈາກ ສະຫະພາບ ຢູ​ໂຣບຫຼາຍລຳ ​ໄດ້​ພະຍາ​ຍາມ​ຊ່ອຍ​ເຫຼືອ​ໃນການບັນ​ເທົາ​ທຸກ​ຄັ້ງ​ນີ້.

​ນັກ​ຊ່ຽວຊານກ່າວ​ວ່າ​ມີ​ແລວ​ຂອງ​ອາກາດ​ທີ່ໄປ​ເຕົ້າ​ໂຮມ​ຢູ່​ເທິງ​ຂົງ​ເຂດແຫຼມ Balkan ​ແລ້ວ​ໄດ້​ເຮັດ​ໃຫ້​ຝົນຕົກລົງ​ມາ​ໃນປະລິມານ​ເທົ່າ​ກັບວ່າຈະ​ຕົກ​ເປັນ​ເວ​ລາ 4 ​ເດືອນ ​ແຕ່ໃຊ້​ເວ​ລາຕົກ​ພຽງ​ບໍ່ພໍ​ທໍ່​ໃດ​ມື້ນັ້ນ​ເອງ.
XS
SM
MD
LG