ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ໄພນໍ້າຖ້ວມ ແຜ່ລາມ ໄປທົ່ວ ພາກກາງຢູໂຣບ (ວີດີໂອ)


ເຈົ້າ​ໜ້າ​ທີ່​​​ລາຍ​ງານວ່າ ມີຢ່າງ​ໜ້ອຍ 21 ຄົນ​ ເສຍ​ຊີ​ວິດ ​ທີ່​ພົວພັນ​ກັບ​ນໍ້າ​ຖ້ວມ​ ຢູ່​ທົ່ວພາກ​ກາງຂອງ​ຢູ​ໂຣບ.
ເຈົ້າ​ໜ້າ​ທີ່​​​ລາຍ​ງານວ່າ ມີຢ່າງ​ໜ້ອຍ 21 ຄົນ​ ເສຍ​ຊີ​ວິດ ​ທີ່​ພົວພັນ​ກັບ​ນໍ້າ​ຖ້ວມ​ ຢູ່​ທົ່ວພາກ​ກາງຂອງ​ຢູ​ໂຣບ.
ບັນດ​າ​ເຈົ້າ​ໜ້າ​ທີ່ ​ເຢຍລະ​ມັນ ​ໄດ້​ສັ່ງ​ໃຫ້​ຫລາຍ​ໝູ່​ບ້ານ​ພາກັນ​
ຍົກຍ້າຍໜີ ​ໃນ​ຂະນະ​ທີ່​ໄພ​ນໍ້າ​ຖ້ວມ ສຶບຕໍ່ປະ​ທະໄປ​ທົ່ວ​ພາກ
​ກາງຂອງ ຢູ​ໂຣບ.

​ແມ່​ນໍ້າ Elbe ​ໄດ້​ນອງ​ຂື້ນຫລາຍກວ່າ ຫ້າ​ແມດ ​ເໜືອ​ກວ່າປົກ
ກະຕິ ຢູ່​ໃນ​ເມືອງ Magdeburg ​ປະ​ເທດ​ເຢຍລະ​ມັນ.

ນອກຈາກ​ແມ່​ນໍ້າ Elbe ແລ້ວ ແມ່​ນໍ້າ Danube ກັບ Vlatava
ກໍ​ໄດ້​ໄຫລ​ລົ້ນ ຝັ່ງ ຫລັງ​ຈາກ​ມີຝົນຕົກ​ໜັກ​ມາ​ໄດ້ນຶ່ງ​ອາທິດ ​ສ້າງ
ຄວາມ​ເສຍ​ຫາຍ​ໃນ​ຂັ້ນ​ກ້ວາງ​ຂວາງ ຢູ່ສາທາລະນະລັດ Czech,
Austria, Slovakia, Hungary ​ແລະ Poland.

ນໍ້າຖ້ວມ ຢູ່ Poland:

Poland Flood
please wait
Embed

No media source currently available

0:00 0:00:32 0:00

ໃນ​ວັນ​ອາທິດວານ​ນີ້ ພວກ​ດັບ​ເພີງ ຢູ່​ໃນ​ນະຄອນຫລວງ Warsaw ​ຂອງ Poland ​ໄດ້
ຊ່ວຍພວກ​ຜູ້​ຂັບ​ຂີ່​ລົດ ​ອອກຈາກ​ລົດ​ທີ່​ຖືກ​ນໍ້າ​ຖ້ວມ ຢູ່​ຕາມ​ຫົນທາງ​ທີ່ມີ​ການ​ສັນຈອນ
ຫລາຍ​ທີ່​ສຸດຂອງ​ເມືອງ.

ຖະໜົນ​ສໍາຄັນ​ຫລາຍໆ​ສາຍ​ ບໍ່​ສາມາດ​ເຂົ້າ​ໄປ​ເຖິງ​ໄດ້​ ແລະການ​ຈະລາຈອນຄັບ​ຄັ່ງ
​ມີ​ລົດ​ຕິດ​ຢ່າງ​ຍືດຍາວ ​ໄດ້​ຕັນພວກ ຖະໜົນ​ຮາຍເວ​ທີ່​ສໍາຄັນ​ຢູ່​ໃນ​ເມືອງ.

ເຈົ້າ​ໜ້າ​ທີ່​ລາຍ​ງານວ່າ ມີຢ່າງ​ໜ້ອຍ 21 ຄົນ​ ເສຍ​ຊີ​ວິດ ​ທີ່​ພົວພັນ​ກັບ​ນໍ້າ​ຖ້ວມ​ ຢູ່​ທົ່ວ
|ພາກ​ກາງຂອງ​ຢູ​ໂຣບ.

ນໍ້າຖ້ວມ ໃນພາກກາງຢູໂຣບ:

EU Flood
please wait
Embed

No media source currently available

0:00 0:00:59 0:00

ກ່ຽວຂ້ອງກັນ

XS
SM
MD
LG